• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕ້ອນຮັບປະທານສະຫະສະມາຄົມ ອີຕາລີ - ອາຊຽນ

ຫວຽດນາມ ຍິນດີຕ້ອນຮັບ, ສ້າງທຸກເງື່ອນໄຂໃຫ້ແກ່ເຫດການ “ການພົບປະເຈລະຈາຂັ້ນສູງ ກ່ຽວກັບການພົວພັນອີຕາລີ - ອາຊຽນ ຄັ້ງທີ 3” ຢູ່ຮ່າໂນ້ຍ ໃນປີ 2019 ໃຫ້ປະສົບຜົນສໍາເລັດຢ່າງຈົບງາມ.

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕ້ອນຮັບທ່ານ Enrico Letta ປະທານສະຫະສະມາຄົມ ອີຕາລີ - ອາຊຽນ (ພາບ: vov)

ທີ່ການຕ້ອນຮັບທ່ານ Enrico Letta  ປະທານ ສະຫະສະມາຄົມ ອີຕາລີ - ອາຊຽນ ໄດ້ດໍາເນີນໃນຕອນເຊົ້າວັນທີ 19 ທັນວາ ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ຢັ້ງຢືນວ່າ ຫວຽດນາມ ຍິນດີຕ້ອນຮັບ, ສ້າງທຸກເງື່ອນໄຂໃຫ້ແກ່ເຫດການ “ການພົບປະເຈລະຈາຂັ້ນສູງ ກ່ຽວກັບການພົວພັນອີຕາລີ - ອາຊຽນ ຄັ້ງທີ 3” ຢູ່ຮ່າໂນ້ຍ ໃນປີ 2019 ໃຫ້ປະສົບຜົນສໍາເລັດຢ່າງຈົບງາມ. ນີ້ແມ່ນໂອກາດ ເພື່ອຮັດແໜ້ນການພົວພັນເສດຖະກິດ ລະຫວ່າງ ອີຕາລີ ກັບບັນດາປະເທດ ອາຊຽນ ຕື່ມອີກ ໃນນັ້ນ ມີຫວຽດນາມ. ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ສະເໜີໃຫ້ ອີຕາລີ ມີທັດສະນະຢ່າງແຮງ,  ສະຫະສະມາຄົມ ແລະ ໃນນາມສ່ວນຕົວ ທ່ານ Enrico Letta  ຈົ່ງມີການກະທົບ ເພື່ອໃຫ້ສະຫະພາບເອີຣົບ (ອີຢູ) ຮັບຮອງເອົາ ສັນຍາການຄ້າເສລີຫວຽດນາມ - ອີຢູ ( EVFTA) ໂດຍໄວ. ສິ່ງດັ່່ງກ່າວມີຜົນປະໂຫຍດໃຫ້ແກ່ວິສາຫະກິດ ແລະ ປະຊາຊົນສອງຝ່າຍ. ທ່ານນາຍົກລັດຖະມົນຕີຫວັງວ່າ ພາຍຫຼັງການຢ້ຽມຢາມ ແລະ ພົບປະເຈລະຈາຄັ້ງນີ້ ວົງເງິນການຄ້າສອງຝ່າຍຈະເຕີບໂຕຢ່າງແຮງ.

        ສ່ວນທ່ານ Enrico Letta   ໃຫ້ຮູ້ວ່າ ໃນຊຸມວັນນີ້, ສະຫະສະມາຄົມ ພວມດໍາເນີນບັນດາການພົບປະ ກະກຽມ ໃຫ້ແກ່ເຫດການເຈລະຈາຂັ້ນສູງ ກ່ຽວກັບການພົວພັນເສດຖະກິດ ອີຕາລີ - ອາຊຽນ ຄາດວ່າ ຈະດໍາເນີນໃນເດືອນມິຖຸນາ 2019, ເຊິ່ງຈະປະກອບສ່ວນເຂົ້າໃນການຍົກລະດັບການພົວພັນສອງປະເທດ. ນີ້ກໍແມ່ນໂອກາດ ເພື່ອເພີ່ມທະວີການພົວພັນສອງຝ່າຍ ອາຊຽນ - ອີຕາລີ ແລະ ອີຕາລີ - ຫວຽດນາມ.

(ແຫຼ່ງຄັດຈາກ VOV)

ປະ​ທາ​ນາ​ທິ​ບໍ​ດີ ແຟງ​ລັງ ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ​ທ່ານ​ເລ​ຂ​າ​ທິ​ການ​ໃຫຍ່ ໂຕ​ເລິມ ພ້ອມ​ດ້ວຍ​ພັນ​ລະ​ຍາ ແລະ ຄະ​ນະ​ຜູ້​ແທນ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ

ປະ​ທາ​ນາ​ທິ​ບໍ​ດີ ແຟງ​ລັງ ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ​ທ່ານ​ເລ​ຂ​າ​ທິ​ການ​ໃຫຍ່ ໂຕ​ເລິມ ພ້ອມ​ດ້ວຍ​ພັນ​ລະ​ຍາ ແລະ ຄະ​ນະ​ຜູ້​ແທນ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ

ຕອນເຊົ້າວັນທີ 21 ຕຸລາ (ຕາມເວລາທ້ອງຖິ່ນ, ກົງກັບຕອນບ່າຍຕາມເວລາ ຮ່າໂນ້ຍ), ຢູ່ທຳນຽບປະທານາທິບໍດີ ຢູ່ ນະຄອນຫຼວງ Helsinki, ທ່ານປະທານາທິບໍດີ ສ. ແຟງລັງ Alexander Stubb ແລະ ພັນລະຍາ ໄດ້ເປັນປະທານພິທີຕ້ອນຮັບທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໂຕເລິມ ແລະ ພັນລະຍາ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຫວຽດນາມ ມາຢ້ຽມຢາມ ແຟງລັງ ຢ່າງເປັນທາງການ ແຕ່ວັນທີ 20 – 22 ຕຸລາ.

Top