• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕ້ອນຮັບທ່ານ ຮອງປະທານຜູ້ທີໜຶ່ງສະພາແຫ່ງລັດ ແລະ ສະພາລັດຖະມົນຕີ ກູບາ

ທີ່ການຕ້ອນຮັບທ່ານ Salvadaor Valdes Mesa ຮອງປະທານຜູ້ທີໜຶ່ງສະພາແຫ່ງລັດ ແລະ ສະພາລັດຖະມົນຕີ ກູບາ ໃນວັນທີ 13 ກັນຍາ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ເນັ້ນໜັກວ່າ ປະຊາຊົນສອງຊາດ ຫວຽດນາມ - ກູບາ ຄວນສືບຕໍ່ຮັກສາ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ເປັນມູນເຊື້ອອັນດີງາມ ລະຫວ່າງສອງປະເທດ. ທ່ານນາຍົກລັດຖະມົນຕີ ຢັ້ງຢືນວ່າ ຫວຽດນາມ ຖືເປັນສຳຄັນ ແລະ ຕັດສິນໃຈປັບປຸງການພົວພັນກັບ ກູບາ ໃນທຸກໆສະພາບການ.


ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕ້ອນຮັບທ່ານ ຮອງປະທານຜູ້ທີໜຶ່ງສະພາແຫ່ງລັດ ແລະ ສະພາລັດຖະມົນຕີ ກູບາ 

(ພາບ: Thong Nhat/TTXVN)

ທ່ານນາຍົກລັດຖະມົນຕີ ສະເໜີທັງສອງຝ່າຍ ຊຸກຍູ້ເພີ່ມທະວີການແລກປ່ຽນບັນດາການຢ້ຽມຢາມຂອງຄະນະຜູ້ແທນແຕ່ລະຂັ້ນ; ສະເໜີ ໃຫ້ຈັດກອງປະຊຸມຄະນະກຳມະການລະຫວ່າງລັດຖະບານ ໃນທ້າຍປີນີ້ ເພື່ອກວດກາຕີລາຄາຄືນບັນດາເນື້ອໃນການຮ່ວມມື ແລະ ວາງອອກບັນດາທິດທາງການຮ່ວມມືໃໝ່; ໃນນັ້ນ, ເອົາໃຈໃສ່ຍົກສູງການຮ່ວມມືແທດຈິງໃນທຸກຂົງເຂດ; ສະໜັບສະໜູນເຊິ່ງກັນ ແລະ ກັນ ໃນບັນດາເວທີປາໄສສາກົນ.

ໂດຍຕາງໜ້າໃຫ້ພັກ, ລັດ ແລະ ປະຊາຊົນ ກູບາ ທ່ານຮອງປະທານ Salvadaor Valdes Mesa ໄດ້ຊີ້ແຈ້ງວ່າ ກູບາ ຍາມໃດກໍ່ໃຫ້ບຸລິມະສິດໃນການພັດທະນາການພົວພັນມິດຕະພາບກັບ ຫວຽດນາມ. ກູບາ ສົນໃຈຫຼາຍທີ່ສຸດໃນການຮ່ວມມືດ້ານການບິນກັບຫວຽດນາມ. ກູບາປາຖະໜາຢາກສ້າງຕັ້ງບໍລິສັດຮ່ວມທຸລະກິດກັບ ກຸ່ມບໍລິສັດຂອງຫວຽດນາມ, ຜ່ານນັ້ນເພີ່ມທະວີການເຄື່ອນໄຫວການທ່ອງທ່ຽວຂອງກູບາ. ເພື່ອປະຕິບັດໂຄງການນີ້, ກູບາ ມີຄວາມຕ້ອງການ ການສະໜັບສະໜູນ ແລະ ຮ່ວມມືຈາກ ບັນດາທະນາຄານຂອງຫວຽດນາມຫຼາຍທີ່ສຸດ.

(ແຫຼ່ງຄັດຈາກ VOV)


ຫວຽດ​ນາມ ໃຫ້​ຄຳ​ໝັ້ນ​ສັນ​ຍາ​ປະ​ຕິ​ບັດ​ສົນ​ທິ​ສັນ​ຍາ ICCPR

ຫວຽດ​ນາມ ໃຫ້​ຄຳ​ໝັ້ນ​ສັນ​ຍາ​ປະ​ຕິ​ບັດ​ສົນ​ທິ​ສັນ​ຍາ ICCPR

ໃນໄລຍະຜ່ານມາ ຫວຽດນາມ ຍາມໃດກໍ່ຢຶດໝັ້ນກັບນະໂຍບາຍການຕ່າງປະເທດເປັນເອກະລາດ, ເປັນເຈົ້າຕອນເອງ, ສັນຕິພາບ, ການຮ່ວມມື ແລະ ພັດທະນາ, ເປັນເຈົ້າການ, ຕັ້ງໜ້າເຊື່ອມໂຍງເຂົ້າກັບສາກົນຢ່າງຮອບດ້ານ, ເລິກເຊິ່ງ.

Top