
ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕ້ອນຮັບທ່ານ ຮອງປະທານຜູ້ທີໜຶ່ງສະພາແຫ່ງລັດ ແລະ ສະພາລັດຖະມົນຕີ ກູບາ
(ພາບ: Thong Nhat/TTXVN)
ທ່ານນາຍົກລັດຖະມົນຕີ ສະເໜີທັງສອງຝ່າຍ ຊຸກຍູ້ເພີ່ມທະວີການແລກປ່ຽນບັນດາການຢ້ຽມຢາມຂອງຄະນະຜູ້ແທນແຕ່ລະຂັ້ນ; ສະເໜີ ໃຫ້ຈັດກອງປະຊຸມຄະນະກຳມະການລະຫວ່າງລັດຖະບານ ໃນທ້າຍປີນີ້ ເພື່ອກວດກາຕີລາຄາຄືນບັນດາເນື້ອໃນການຮ່ວມມື ແລະ ວາງອອກບັນດາທິດທາງການຮ່ວມມືໃໝ່; ໃນນັ້ນ, ເອົາໃຈໃສ່ຍົກສູງການຮ່ວມມືແທດຈິງໃນທຸກຂົງເຂດ; ສະໜັບສະໜູນເຊິ່ງກັນ ແລະ ກັນ ໃນບັນດາເວທີປາໄສສາກົນ.
ໂດຍຕາງໜ້າໃຫ້ພັກ, ລັດ ແລະ ປະຊາຊົນ ກູບາ ທ່ານຮອງປະທານ Salvadaor Valdes Mesa ໄດ້ຊີ້ແຈ້ງວ່າ ກູບາ ຍາມໃດກໍ່ໃຫ້ບຸລິມະສິດໃນການພັດທະນາການພົວພັນມິດຕະພາບກັບ ຫວຽດນາມ. ກູບາ ສົນໃຈຫຼາຍທີ່ສຸດໃນການຮ່ວມມືດ້ານການບິນກັບຫວຽດນາມ. ກູບາປາຖະໜາຢາກສ້າງຕັ້ງບໍລິສັດຮ່ວມທຸລະກິດກັບ ກຸ່ມບໍລິສັດຂອງຫວຽດນາມ, ຜ່ານນັ້ນເພີ່ມທະວີການເຄື່ອນໄຫວການທ່ອງທ່ຽວຂອງກູບາ. ເພື່ອປະຕິບັດໂຄງການນີ້, ກູບາ ມີຄວາມຕ້ອງການ ການສະໜັບສະໜູນ ແລະ ຮ່ວມມືຈາກ ບັນດາທະນາຄານຂອງຫວຽດນາມຫຼາຍທີ່ສຸດ.
(ແຫຼ່ງຄັດຈາກ VOV)