• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີ ສິງກະໂປ ສິ້ນສຸດການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ

ທີ່ບັນດາການພົບປະ ແລະ ເຈລະຈາ, ການນຳ ຫວຽດນາມ ແລະ ທ່ານນາຍົກລັດຖະມົນຕີ ຫຼີິຊຽນຫຼົງ ໄດ້ເຫັນດີສືບຕໍ່ຊຸກຍູ້ບັນດາຂົງເຂດຮ່ວມມືທີ່ເປັນມູນເຊື້ອ ແລະ ຊຸກຍູ້ການບັນດາການຮ່ວມມືໃນຂົງເຂດໃໝ່

  ທ່ານນາຍົກລັດຖະມົນຕີ ຟ້າມມິນຈີງ ແລະ ທ່ານນາຍົກລັດຖະມົນຕີສິງກະໂປ ຫຼີິຊຽນຫຼົງ

(ພາບ: VGP)  

ຕອນບ່າຍວັນທີ 29 ສິງຫາ, ທ່ານນາຍົກລັດຖະມົນຕີສິງກະໂປ ຫຼີິຊຽນຫຼົງ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນ ສິງກະໂປ ໄດ້ເດີນທາງອອກຈາກ ຮ່າໂນ້ຍ ສິ້ນສຸດການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ ແຕ່ວັນທີ 27-29 ສິງຫາ, ຕາມຄຳເຊີນຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈີງ.

ໃນເວລາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ, ທ່ານນາຍົກລັດຖະມົນຕີ ຫຼີິຊຽນຫຼົງ ໄດ້ພົບປະກັບບັນດາການນຳຂັ້ນສູງຫວຽດນາມ. ທີ່ບັນດາການພົບປະ ແລະ ເຈລະຈາ, ການນຳ ຫວຽດນາມ ແລະ ທ່ານນາຍົກລັດຖະມົນຕີ ຫຼີິຊຽນຫຼົງ ໄດ້ເຫັນດີສືບຕໍ່ຊຸກຍູ້ບັນດາຂົງເຂດຮ່ວມມືທີ່ເປັນມູນເຊື້ອ ແລະ ຊຸກຍູ້ການບັນດາການຮ່ວມມືໃນຂົງເຂດໃໝ່, ລວມມີ: ນະວັດຕະກຳ, ພະລັງງານສະອາດ, ການຫັນປ່ຽນພະລັງງານຍຸດຕິທຳ, ການຫັນເປັນດີຈີຕອນ, ການແລກປ່ຽນຜູ້ມີພອນສະຫວັນທາງດ້ານນະວັດຕະກຳ. ເນື່ອງໃນໂອກາດນີ້, 2 ປະເທດໄດ້ລົງນາມເອກະສານຮ່ວມມື 7 ສະບັບ.

ແລະກໍ່ໃນຂອບເຂດການຢ້ຽມຢາມ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈີງ ແລະ ທ່ານນາຍົກລັດຖະມົນຕີ ຫຼີິຊຽນຫຼົງ ໄດ້ເຂົ້າຮ່ວມກອງປະຊຸມຊຸກຍູ້ການຜັນຂະຫຍາຍບັນດາໂຄງການຮ່ວມມືລົງທຶນລະຫວ່າງ ຫວຽດນາມ - ສິງກະໂປ; ພົບປະກັບ ນັກສຶກສາດີເດັ່ນຂອງມະຫາວິທະຍາໄລແຫ່ງຊາດ ຮ່າໂນ້ຍ; ການພົບປະ ແລະ ໂອ້ລົມສົນທະນາກັບບັນດາການນຳໜຸ່ມດີເດັ່ນ ຫວຽດນາມ - ສິງກະໂປ.

(ແຫຼ່ງຄັດຈາກ VOV)

ສິນຄ້າ ຫວຽດນາມ ຊອກຫາໂອກາດຢູ່ຕະຫຼາດ ຈີນ ແລະ ອາຊຽນ

ສິນຄ້າ ຫວຽດນາມ ຊອກຫາໂອກາດຢູ່ຕະຫຼາດ ຈີນ ແລະ ອາຊຽນ

ຈຸດເດັ່ນຂອງ ຫວຽດນາມ ທີ່ CAEXPO ປີນີ້ແມ່ນຮ້ານວາງສະແດງລະດັບຊາດດ້ວຍຫົວຂໍ້ "ນະຄອນສວຍງາມ".

Top