• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີ ຟ້າມ​ມິງ​ຈິງ ເປັນປະທານກອງປະຊຸມຜັນຂະຫຍາຍແຜນຮ່າງລົງທຶນເສັ້ນທາງລົດໄຟຄວາມໄວສູງ ເຫນືອ - ໃຕ້

ຕອນເຊົ້າວັນທີ 11 ກໍລະກົດ, ຢູ່ ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເປັນປະທານກອງປະຊຸມຜູ້ປະຈຳການລັດຖະບານ ກັບບັນດາກະຊວງ, ຂະແຫນງການກ່ຽວກັບແຜນຮ່າງລົງທຶນກໍ່ສ້າງເສັ້ນທາງລົດໄຟຄວາມໄຫວສູງ ເຫນືອ - ໃຕ້.
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເປັນປະທານກອງປະຊຸມ. ພາບ: VOV

ທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຢືນຢັນ: ເລື່ອງສ້າງແຜນຮ່າງ ແມ່ນອີງໃສ່ຄວາມຮຽກຮ້ອງຂອງພຶດຕິກຳຕົວຈິງ ເມື່ອຄວາມຕ້ອງການຂອງການຂົນສົ່ງນັບມື້ນັບເພີ່ມຂຶ້ນ. ເລື່ອງພັດທະນາຄົມມະນາຄົມ, ໃນນັ້ນ ມີທາງລົດໄຟຄວາມໄວສູງ ເຫນືອ - ໃຕ້ ຈະຫລຸດຜ່ອນ logistics, ຫລຸດລາຄາ ແລະ ເພີ່ມກຳລັງແກ້ງແຍ່ງດ້ານສິນຄ້າ. ທ່ານນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ບັນດາກະຊວງ, ຂະແຫນງການກ່ຽວຂ້ອງ ຮັບເອົາຄຳເຫັນຈາກບັນດາກະຊວງ, ອົງການເຂົ້າຮ່ວມກອງປະຊຸມ ແລະ ຜູ້ຊ່ຽວຊານ, ນັກວິທະຍາສາດ, ບົດຮຽນຈາກສາກົນທີ່ເໝາະສົມ, ສືບຕໍ່ສົມທົບກັນຢ່າງແຫນ້ນແຟ້ນກວ່າອີກ, ປະຕິບັດຢ່າງຮີບດ່ວນກ່ວາອີກໃນການປັບປຸງແຜນຮ່າງໃຫ້ສຳເລັດໂດຍໄວ.

ເສັ້ນທາງລົດໄຟຄວາມໄວສູງ ເຫນືອ -ໃຕ້ ມີລວງຍາວປະມານ 1.540 ກິໂລແມັດ, ໄປຜ່ານ 20 ແຂວງ, ນະຄອນ ຂຶ້ນກັບສູນກາງ, ຜັນຂະຫຍາຍໃນຮອບເວລາ 10 ປີ ແຕ່ປີ 2025 – 2035 ດ້ວຍຍອດເງິນລົງທຶນປະມານ 67 ຕື້ USD.

(ແຫຼ່ງຄັດຈາກ VOV)

ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ ຢ້ຽມ​ຢາມ​ຄອບ​ຄົວ​ ທ່ານ​ ໄຊ​ສົມ​ພອນ ພົມວິຫານ ອະ​ດີດ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ລາວ

ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ ຢ້ຽມ​ຢາມ​ຄອບ​ຄົວ​ ທ່ານ​ ໄຊ​ສົມ​ພອນ ພົມວິຫານ ອະ​ດີດ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ລາວ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ ຢັ້ງ​ຢືນເຖິງຄຸນ​ງາມ​ຄວາມ​ດີ​ໃນ​ການ​ປະ​ກອບ​ສ່ວນ​ທີ່​ຍິ່ງ​ໃຫຍ່​ຂອງ​ສະ​ຫາຍທີ່ມີ​ຕໍ່​ການ​ເພີ່ມ​ພ​ູນ​ຄູນ​ສ້າງການ​ພົວ​ພັນ​ມິດ​ຕະ​ພາບ​ອັນ​ຍິ່ງ​ໃຫຍ່, ຄວາມ​ສາ​ມັກ​ຄີ​ແບບ​ພິ​ເສດ ແລະ ການ​ຮ່ວມ​ມື​ຮອບ​ດ້ານ ຫວຽດ​ນາມ - ລາວ.

Top