ທ່ານລັດຖະມົນຕີກະຊວງຍຸຕິທຳ ຍີ່ປຸ່ນ Furukawa Yoshihisa ຢືນຢັນ ຝ່າຍ ຍີ່ປຸ່ນ ຈະຫນູນຊ່ວຍ ແລະ ແບ່ງປັນບົດຮຽນກັບ ຫວຽດນາມ ໃນບັນດາຂົງເຂດຢ່າງຕັ້ງຫນ້າ, ເປັນຕົ້ນແມ່ນໃນຂົງເຂດຕຸລາການ, ບຳລຸງສ້າງຊັບພະຍາກອນມະນຸດ.
ທ່ານນາຍົກລັດຖະມົນຕີ ຟ້າມມີງຈິງ ຕ້ອນຮັບທ່ານ Furukawa Yoshihisa ລັດຖະມົນຕີກະຊວງຍຸຕິທຳຍີ່ປຸ່ນ
ຕອນບ່າຍວັນທີ 30 ມິຖຸນາ, ທີ່ການຕ້ອນຮັບທ່ານ Furukawa Yoshihisa ລັດຖະມົນຕີກະຊວງຍຸຕິທຳຍີ່ປຸ່ນ ພວມຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຢັ້ງຢືນ: ລັດຖະບານ ຫວຽດນາມ ຍາມໃດກໍ່ເອົາໃຈໃສ່, ສະຫນັບສະຫນູນ ແລະ ສ້າງເງື່ອນໄຂໃຫ້ແກ່ການຊຸກຍູ້ການຮ່ວມມືດ້ານກົດໝາຍ ແລະ ຕຸລາການລະຫວ່າງສອງປະເທດ, ປະກອບສ່ວນແທ້ຈິງເຂົ້າໃນການພັດທະນາຂອງ ຫວຽດນາມ, ປະກອບສ່ວນເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດເລິກເຊິ່ງກວ້າງຂວາງ ລະຫວ່າງ ຫວຽດນາມ ແລະ ຍີ່ປຸ່ນ ໃຫ້ນັບມື້ນັບລົງເລິກ, ແທດຈິງ ແລະມີປະສິດທິຜົນ.
ທ່ານນາຍົກລັດຖະມົນຕີ ສະເຫນີ: ທ່ານລັດຖະມົນຕີ ສືບຕໍ່ເອົາໃຈໃສ່ສະຫນັບສະຫນູນ ແລະ ຊຸກຍູ້ພັດທະນາການຮ່ວມມືລະຫວ່າງກະຊວງຍຸຕິທຳສອງປະເທດກວ່າອີກ, ຍູ້ແຮງການຮ່ວມມືໃນວຽກງານຫນູນຊ່ວຍດ້ານກົດໝາຍ, ຜັນຂະຫຍາຍການປະຕິບັດບັນດາຂໍ້ຕົກລົງ, ຫນູນຊ່ວຍຢ່າງມີປະສິດທິຜົນ.
ທ່ານລັດຖະມົນຕີກະຊວງຍຸຕິທຳ ຍີ່ປຸ່ນ Furukawa Yoshihisa ຢືນຢັນ ຝ່າຍ ຍີ່ປຸ່ນ ຈະຫນູນຊ່ວຍ ແລະ ແບ່ງປັນບົດຮຽນກັບ ຫວຽດນາມ ໃນບັນດາຂົງເຂດຢ່າງຕັ້ງຫນ້າ, ເປັນຕົ້ນແມ່ນໃນຂົງເຂດຕຸລາການ, ບຳລຸງສ້າງຊັບພະຍາກອນມະນຸດ, ກໍ່ສ້າງ ແລະ ສ້າງສຳເລັດລະບອບລະບຽບການ, ກົດໝາຍ, ຫັນເປັນດີຈີຕອນ, ສ້າງເງື່ອນໄຂດີສຸດໃຫ້ປະຊາຄົມຊາວຫວຽດນາມ ຢູ່ ຍີ່ປຸ່ນ ຄືດັ່ງຄຳສະເຫນີຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ.
(ແຫຼ່ງຄັດຈາກ VOV)