• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີ ຟ້າມມິນຈິ໊ງ ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ກອງປະຊຸມ “ອະນາຄົດຂອງອາຊີ”

ເລື່ອງທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິນຈິ໊ງ ເຂົ້າຮ່ວມກອງປະຊຸມ “ອະນາຄົດຂອງອາຊີ” ແມ່ນສືບຕໍ່ຢືນຢັນບົດບາດ ແລະ ທີ່ຕັ້ງຂອງຫວຽດນາມ ກ່ຽວກັບບັນດາບັນຫາໃຫຍ່ຂອງອາຊີ.
ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິນຈິ໊ງ (ພາບ: VGP)

ວັນທີ 20 ພຶດສະພາ, ກອງປະຊຸມສາກົນຄັ້ງທີ 26 ກ່ຽວກັບ “ອະນາຄົດຂອງອາຊີ” (FOA 2021) ຖືກໄຂຂຶ້ນຢ່າງເປັນທາງການຢູ່ ໂຕກຽວ, ປະເທດຍີ່ປຸ່ນ. ກອງປະຊຸມໄດ້ຈັດຂຶ້ນຕາມຮູບການອອນລາຍ ພາຍຫຼັງຖືກຕັດຕອນເປັນເວລາ 1 ປີຍ້ອນໂລກລະບາດໂຄວິດ-19.

ດ້ວຍຫົວຂໍ້ “ສ້າງສັງກາດພາຍຫຼັງໂລກລະບາດໂຄວິດ-19 ເປັນຮູບປະທຳ: ບົດບາດຂອງອາຊີ ໃນວິວັດການຟື້ນຟູທົ່ວໂລກ”, FOA 2021 ໂດຍມີການເຂົ້າຮ່ວມຂອງການນຳອາຊີຫຼາຍທ່ານ,  ໃນນັ້ນບັນດາການນຳທີ່ມາຈາກພາກພື້ນອາຊີຕາເວັນອອກສ່ຽງໃຕ້ ລວມມີ: ນາຍົກລັດຖະມົນຕີ ຫວຽດນາມ, ນາຍົກລັດຖະມົນຕີ ກຳປູເຈຍ, ປະທານປະເທດ ລາວ, ນາຍົກລັດຖະມົນຕີ ມາເລເຊຍ, ນາຍົກລັດຖະມົນຕີ ໄທ ແລະ ຮອງນາຍົກລັດຖະມົນຕີ ທັງເປັນລັດຖະມົນຕີການເງິນ ສິງກະໂປ.

ເລື່ອງທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິນຈິ໊ງ ເຂົ້າຮ່ວມກອງປະຊຸມ “ອະນາຄົດຂອງອາຊີ” ແມ່ນສືບຕໍ່ຢືນຢັນບົດບາດ ແລະ ທີ່ຕັ້ງຂອງຫວຽດນາມ ກ່ຽວກັບບັນດາບັນຫາໃຫຍ່ຂອງອາຊີ, ບົດຮຽນ ແລະ ມາດຕະການຮັບມືກັບບັນດາສິ່ງທ້າທາຍລວມຂອງພາກພື້ນ, ມານະພະຍາຍາມຄວບຄຸມໂລກລະບາດ ແລະ ຟື້ນຟູເສດຖະກິດ; ພ້ອມກັນນັ້ນ, ກໍ່ປະກອບສ່ວນເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດຢ່າງເລິກເຊິ່ງ, ກວ້າງຂວາງກັບຍີ່ປຸ່ນ, ຊຸກຍູ້ການຮ່ວມມືລະຫວ່າງຫວຽດນາມ - ຍີ່ປຸ່ນ ໃນບັນດາຂົງເຂດການເມືອງ, ເສດຖະກິດ, ສິ່ງແວດລ້ອມ; ດຶງດູດຄວາມສົນໃຈຈາກບັນດາວິສາຫະກິດຍີ່ປຸ່ນ ແລະ ສາກົນ.

(ແຫຼ່ງຄັດຈາກ VOV)

ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ ຢ້ຽມ​ຢາມ​ຄອບ​ຄົວ​ ທ່ານ​ ໄຊ​ສົມ​ພອນ ພົມວິຫານ ອະ​ດີດ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ລາວ

ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ ຢ້ຽມ​ຢາມ​ຄອບ​ຄົວ​ ທ່ານ​ ໄຊ​ສົມ​ພອນ ພົມວິຫານ ອະ​ດີດ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ລາວ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ ຢັ້ງ​ຢືນເຖິງຄຸນ​ງາມ​ຄວາມ​ດີ​ໃນ​ການ​ປະ​ກອບ​ສ່ວນ​ທີ່​ຍິ່ງ​ໃຫຍ່​ຂອງ​ສະ​ຫາຍທີ່ມີ​ຕໍ່​ການ​ເພີ່ມ​ພ​ູນ​ຄູນ​ສ້າງການ​ພົວ​ພັນ​ມິດ​ຕະ​ພາບ​ອັນ​ຍິ່ງ​ໃຫຍ່, ຄວາມ​ສາ​ມັກ​ຄີ​ແບບ​ພິ​ເສດ ແລະ ການ​ຮ່ວມ​ມື​ຮອບ​ດ້ານ ຫວຽດ​ນາມ - ລາວ.

Top