• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີ ຟ້າມມິນຈິ໊ງ: ຊື້ວັກຊິນກັນໂຄວິດ-19 ແມ່ນວຽກງານຮີບດ່ວນ,ຕ້ອງປະຕິບັດໂດຍທັນທີ

ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິນຈິ໊ງ ເນັ້ນໜັກວ່າ, ເລື່ອງຊື້ວັກຊິນກັນໂຄວິດ-19 ແມ່ນມີຄວາມຈຳເປັນ ແລະ ມອບໃຫ້ກະຊວງສາທາລະນະສຸກ ຮັບຜິດຊອບເລື່ອງເລືອກເຟັ້ນຊະນິດວັກຊິນປ້ອງກັນ, ຕ້ານໂລກລະບາດໂຄວິດ-19.
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິ໊ງ. (ພາບ: TTXVN)
ຕອນບ່າຍວັນທີ 17 ພຶດສະພາ, ຢູ່ສຳນັກງານລັດຖະບານ, ກ່າວຄຳເຫັນທີ່ກອງປະຊຸມຄະນະປະຈຳລັດຖະບານກ່ຽວກັບເລື່ອງຊື້ວັກຊິກກັນໂຄວິດ-19 ຂອງບໍລິສັດ Pfizer, ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິນຈິ໊ງ ເນັ້ນໜັກວ່າ, ເລື່ອງຊື້ວັກຊິນກັນໂຄວິດ-19 ແມ່ນມີຄວາມຈຳເປັນ ແລະ ມອບໃຫ້ກະຊວງສາທາລະນະສຸກ ຮັບຜິດຊອບເລື່ອງເລືອກເຟັ້ນຊະນິດວັກຊິນປ້ອງກັນ, ຕ້ານໂລກລະບາດໂຄວິດ-19. ທ່ານນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ບັນດາກະຊວງ, ຂະແໜງການຕ້ອງຍົກສູງຈິດໃຈໜ້າທີິ່ຄວາມຮັບຜິດຊອບເພື່ອສຸຂະພາບຂອງປະຊາຊົນ, ເປັນເອກະພາບປະຕິບັດບັນດາມາດຕະການແກ້ໄຂເພື່ອມີວັກຊິນໂດຍໄວ. ນີ້ແມ່ນສະພາບການຮີບດ່ວນ, ຍ້ອນເຫດນັ້ນ, ເລື່ອງຊື້ວັກຊິນຕ້ອງໄດ້ຮັບການແກ້ໄຂຕາມຂໍ້ກຳນົດຂອງກົດໝາຍກ່ຽວກັບບັນດາກໍລະນີພິເສດ ແລະ ຕ້ອງໄດ້ຮັບການປະຕິບັດໂດຍທັນທີ.
(ສະຫະພັນໃຫຍ່ແຮງງານຫວຽດນາມມອບເງິນໜູນຊ່ວຍໃຫ້ແກ່ກຳມະກອນ, ລັດຖະກອນ, ຜູ້ອອກແຮງງານແຂວງ ບັກຢາງ)

ໃນເຫດການທີ່ກ່ຽວຂ້ອງ, ຕອນບ່າຍວັນທີ 17 ພຶດສະພາ, ຄະນະປະຕິບັດງານຂອງສະຫະພັນໃຫຍ່ແຮງງານຫວຽດນາມ ໂດຍທ່ານ ງໍ້ຢຸຍຫຽວ, ຮອງປະທານສະຫະພັນໃຫຍ່ແຮງງານຫວຽດນາມ ໄດ້ມີການເຮັດວຽກກັບສະຫະພັນແຮງງານແຂວງ ບັກນິງ ແລະ ບັກຢາງ ເພື່ອກຳແໜ້ນສະພາບການ ແລະ ມອບຂອງຂວັນໃຫ້ຜູ້ອອກແຮງງານຜູ້ທີ່ຖືກຜົນກະທົບຈາກໂລກລະບາດໂຄວິດ-19. ທ່ານ ງໍ້ຢຸຍຫຽວ ສະເໜີໃຫ້ການນຳແຂວງ ແລະ ກຳມະບານທຸກຂັ້ນຂອງ 2 ແຂວງຕ້ອງເອົາໃຈໃສ່ເຖິງວຽກງານໂຄສະນາ; ສຸມໃສ່ເບິ່ງແຍງດູແລໃຫ້ແກ່ຜູ້ອອກແຮງງານ. ເນື່ອງໃນໂອກາດນີ້, ຄະນະປະຕິບັດງານໄດ້ມອບເງິນໜູນຊ່ວຍໃຫ້ແກ່ກຳມະກອນ, ລັດຖະກອນ, ຜູ້ອອກແຮງງານແຂວງ ບັ໊ກນິງ ຈຳນວນ 100 ລ້ານດົ່ງ ແລະ ແຂວງ ບັກຢາງ 200 ລ້ານດົ່ງ.

ຢູ່ແຂວງ ວິ້ງຟູກ, ຄະນະກຳມະການແນວໂຮມປະເທດຊາດແຂວງ ພ້ອມກັບບັນດາອົງການຈັດຕັ້ງສະມາຊິກໄດ້ຍູ້ແຮງວຽກງານໂຄສະນາ, ຂົນຂວາຍບັນດາອົງການຈັດຕັ້ງ, ວິສາຫະກິດ, ຫົວໜ່ວຍ, ປະຊາຊົນທຸກຊັ້ນວັນນະ ຈົ່ງຍົກສູງສະຕິຄວາມຮັບຮູ້ໃນການປ້ອງກັນ, ຕ້ານໂລກລະບາດ, ຕັ້ງໜ້າສະໜັບສະໜູນບັນດາກຳລັງໃນການປ້ອງກັນ, ຕ້ານໂລກລະບາດໂຄວິດ-19. ມາຮອດປະຈຸບັນ, ແຂວງ ວິ້ງຟູກ ໄດ້ຮັບການສະໜັບສະໜູນຈາກບັນດາອົງການຈັດຕັ້ງ, ວິສາຫະກິດ ດ້ວຍຈຳນວນເງິນເກືອບ 16 ຕື້ດົ່ງ.

ໃນວັນດຽວກັນ, ແຂວງ ຫາຍເຢືອງ ໄດ້ມອບຈຳນວນເງິນ 4 ຕື້ດົ່ງໃຫ້ແກ່ 2 ແຂວງ ບັກຢາງ ແລະ ບັກນິງ ເພື່ອປ້ອງກັນ, ຕ້ານໂລກລະບາດໂຄວິດ-19.

(ແຫຼ່ງຄັດຈາກ VOV)

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

ຂໍເປັນກຽດ ນຳສະເໜີ 10 ເຫດການ ທີ່ພົ້ນເດັ່ນທີ່ສຸດຂອງ ໂລກ ໃນປີ 202ຸ5 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ ຄັດເລືອກ:

Top