ເປົ້າໝາຍຂອງການພັດທະນາສິນໃນນ້ຳຕ້ອງມີສະຖຽນລະພາບ, ຍືນຍົງ ແລະ ຕັດສິນໃຈແກ້ໄຂບັດເຫຼືອງຂອງຄະນະກຳມະການເອີລົບ (ອີຊີ). ນີ້ແມ່ນຄຳຢືນຢັນຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ທີ່ວາລະປະຊຸມຄັ້ງທີ 18 ຂອງຄະນະຊີ້ນຳແຫ່ງຊາດກ່ຽວກັບການຕ້ານການຫາປາຢ່າງຜິດກົດໝາຍ, ບໍ່ລາຍງານ ແລະ ບໍ່ປະຕິບັດຕາມຂໍ້ກຳນົດ (IUU) ຈັດຂຶ້ນໃນຕອນຄ່ຳວັນທີ 21 ຕຸລາ, ຢູ່ສຳນັກງານລັດຖະບານ. ວາລະປະຊຸມໄດ້ເຊື່ອມຕໍ່ກັບ 21 ແຂວງ, ນະຄອນເຂດແຄມທະເລ.
ທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີຮຽກຮ້ອງວ່າ ແຕ່ລະອາທິດ, ບັນດາກະຊວງ, ຂະແໜງການຕ້ອງລາຍງານປະສິດທິຜົນວຽກງານ; ຕ້ອງມີບົດລາຍງານລະອຽດຍືນສະເໜີຕໍ່ກົມການເມືອງ; ຊີ້ນຳວຽກງານຕາມພາລະບົດບາດ, ທີ່ໜ້າ, ສິດອຳນາດ. ທ່ານນາຍົກລັດຖະມົນຕີເນັ້ນໜັກວ່າ ເປົ້າໝາຍຂອງການພັດທະນາສິນໃນນ້ຳຕ້ອງມີສະຖຽນລະພາບ, ຍືນຍົງ ແລະ ຕັດສິນໃຈແກ້ໄຂບັດເຫຼືອງຂອງຄະນະກຳມະການເອີລົບ (ອີຊີ).
“ຕັດສິນໃຈແກ້ໄຂບັດເຫຼືອງໃຫ້ໄດ້. ນີ້ແມ່ນກຽດສັດສີ, ອິດທິພົນຊື່ສຽງຂອງປະເທດຊາດ ຫວຽດນາມ. ຕ້ອງພັດທະນາຂະແໜງສິນໃນນ້ຳຂອງ ຫວຽດນາມ ດ້ວຍຕົນເອງໃຫ້ໄດ້. ເປີດຈຸດສຸມໂຄສະນາຢ່າງກວ້າງຂວາງໃນທົ່ວລະບົບການເມືອງ. ບັນດາອົງການສື່ມວນຊົນສ້າງລາຍການ “ການກະທຳຢ່າງແທດຈິງ - ແກ້ໄຂບັດເຫຼືອງ IUU” “ພັດທະນາສິນໃນນ້ຳແບບຍືນຍົງ - ແກ້ໄຂບັດເຫຼືອງ IUU” ເພື່ອໂຄສະນາ, ຂົນຂວາຍ”.
ທ່ານນາຍົກລັດຖະມົນຕີຮຽກຮ້ອງໃຫ້ກະຊວງປ້ອງກັນປະເທດ ຊີ້ນຳກຸ່ມບໍລິສັດ Viettel ສົມທົບກັບ VNPT ສ້າງລະບົບເຊື່ອມຕໍ່ການຕິດຕາມຂໍ້ມູນກຳປັ່ນຫາປາໃຫ້ສຳເລັດ, ນຳລະບົບກາວເຕືອນຂາດການເຊື່ອມຕໍ່ VMS ເຂົ້າໃຊ້ການ, ປະຕິບັດສຳເລັດກ່ອນວັນທີ 30 ຕຸລາ 2025. ກະຊວງຕຳຫຼວດສຸມໃສ່ສືບສວນ, ຟ້ອງສານ, ພິພາກສາບັນດາເຫດ IUU, ໂດຍສະເພາະແມ່ນພັກພວກທີ່ຈັດຕັ້ງການເດີນກຳປັ່ນຫາປາຂ້າມເຂດກຳນົດ.