• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ພົບປະກັບການນຳເຂົ້າຮ່ວມກອງປະຊຸມສຸດຍອດ SCO

ວັນທີ 01 ກັນຍາ, ຢູ່ນະຄອນ ທຽນຈີນ (ປະເທດ ຈີນ), ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດອົງການຮ່ວມມື ຊຽງໄຮ້ (SCO) ເປີດກວ້າງ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ໄດ້ມີການພົບປະກັບການນຳຫຼາຍປະເທດ, ອົງການຈດຕັ້ງສາກົນ.
(ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ພົບປະກັບທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ)

ຕອນບ່າຍວັນທີ 01 ກັນຍາ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ໄດ້ພົບປະກັບທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ. ເມື່ອແລກປ່ຽນກ່ຽວກັບຂົງເຂດຮ່ວມມືລະອຽດ, ການນຳ 2 ທ່ານໄດ້ເຫັນດີຊຸກຍູ້ການຜັນຂະຫຍາຍໝາກຜົນການຮ່ວມມືອັນດີງາມທີ່ບັນລຸໄດ້ໃນການຢ້ຽມຢາມຂັ້ນສູງໃນໄລຍະຜ່ານມາ; ເປີດກວ້າງບັນຊີລາຍຊື່ໃຫ້ບຸລິມະສິດດ້ານພາສີອາກອນ; ຍູ້ແຮງການເຊື່ອມຕໍ່ພື້ນຖານການຄ້າຂ້າມຊາຍແດນ; ເພີ່ມທະວີການຮ່ວມມືໃນຂົງເຂດສຳຫຼວດ, ຂຸດຄົ້ນແຮ່ທາດ, ເຕັກໂນໂລຊີຂໍ້ມູນຂ່າວສານ, ໂທລະຄົມມະນາຄົມ, ການຫັນເປັນດີຈີຕອນ. 2 ຝ່າຍຈະສືບຕໍ່ສົມທົບກັນ ແລະ ສະໜັບສະໜູນເຊິ່ງກັນ ແລະ ກັນຢູ່ບັນດາເວທີປາໄສຫຼາຍຝ່າຍ, ໂດຍສະເພາະແມ່ນການຮ່ວມມືໃນ ອາຊຽນ ແລະ ສະຫະປະຊາຊາດ.

ກ່ອນໜ້ານັ້ນ, ໃນຕອນເຊົ້າວັນດຽວກັນ, ທີ່ການພົບປະກັບທ່ານນາຍົກລັດຖະມົນຕີ ກຳປູເຈຍ Hun Manet, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ສະເໜີໃຫ້ 2 ຝ່າຍສືບຕໍ່ປັບປຸງຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ເສີມຂະຫຍາຍບັນດາກົນໄກຮ່ວມມື 2 ຝ່າຍ. 2 ຝ່າຍເຫັນດີຊຸກຍູ້ການປະຕິບັດການປັກຫຼັກໝາຍຊາຍແດນທາງບົກ ຫວຽດນາມ - ກຳປູເຈຍ ໃຫ້ສຳເລັດ.

ທີ່ການພົບປະກັບທ່ານນາຍົກລັດຖະມົນຕີ ມາເລເຊຍ Anwar Ibrahim, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີໃຫ້ 2 ຝ່າຍເປັນເອກະພາບມາດຕະການເພີ່ມທະວີການຮ່ວມມື, ໃນນັ້ນ, ເຫັນດີຮັບຮອງເອົາໂຄງການກະທຳຜັນຂະຫຍາຍການພົວພັນຄູ່ຮ່ວມມືຍຸດທະສາດຢ່າງຮອບດ້ານໄລຍະ 2025 – 2030 ໃຫ້ສຳເລັດໂດຍໄວ, ຊຸກຍູ້ການຮ່ວມມືດ້ານປ້ອງກັນຊາດ - ປ້ອງກັນຄວາມສະຫງົບ, ພະລັງງານ, ທ່ອງທ່ຽວ, ການພົບປະແລກປ່ຽນປະຊາຊົນ.

ທີ່ການພົບປະກັບທ່ານນາຍົກລັດຖະມົນຕີ ອິນເດຍ Narendra Modi, ການນຳ 2 ທ່ານເຫັນດີຕ້ອງສ້າງບາດກ້າວບຸກທະລຸໃນການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນ; ເປີດກວ້າງໄປສູ່ການຮ່ວມມືດ້ານວິທະຍາສາດ, ເຕັກໂນໂລຊີ ໃຫ້ກາຍເປັນຂົງເຂດຮ່ວມມືຫຼັກແຫຼ່ງຂອງ 2 ປະເທດ.

ທີ່ການພົບປະກັບທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ, ທ່ານເລຂາທິການໃຫຍ່ສະປະຊາຊາດ Antonio Guterres ໄດ້ແລກປ່ຽນກ່ຽວກັບສະພາບການຫຼາຍແງ່ມູມເຊິ່ງໂລກພວມປະເຊີນໜ້າ, ສະແດງຄວາມປາດຖະໜາຢາກໃຫ້ບັນດາປະເທດເພີ່ມທະວີການຮ່ວມມືໃນການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ…

ເມື່ອແລກປ່ຽນກັບທ່ານເລຂາທິການໃຫຍ່ ອາຊຽນ Kao Kim Hourn, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ຢືນຢັນວ່າ, ຫວຽດນາມ ຈະພ້ອມກັບບັນດາປະເທດປະຕິບັດສຳເລັດວິໄສທັດປະຊາຄົມ ອາຊຽນ 2045.

(ແຫຼ່ງຄັດຈາກ VOV)

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຫວຽດ​ນາມ ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ສ.ປາ​ນາ​ມາ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຫວຽດ​ນາມ ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ສ.ປາ​ນາ​ມາ

ພາຍ​ລັງ​ພິ​ທີ​ຕ້ອນ​ຮັບ, , ທ່ານ ໂຕ​ເລິມ ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງາ​ນ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ, ປະ​ທານ​ປະ​ເທດ ຫວຽດ​ນາມ ແລະ ​ທ່ານ José Raúl Mulino ​ປະ​ທາ​ນາ​ທິ​ບໍ​ດີ ສ.ປາ​ນາ​ມາ ພ້ອມ​ກັບ​ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ​ສອງ​ປະ​ເທດ​ໄດ້​ດຳ​ເນີນ​ການ​ເຈ​ລະ​ຈາ.

Top