• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ: ນະຄອນໂຮ່ຈີມິນ ຕ້ອງຍາດເວລາຄຳເພື່ອຄວບຄຸມໂລກລະບາດໃຫ້ໄວທີ່ສຸດເທົ່າທີ່ເຮັດໄດ້

ຕອນເຊົ້າວັນທີ 26 ສິງຫາ, ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິນຈິງ ໄດ້ລົງກວດກາບັນດາຮາກຖານແຍກຕົວຂັ້ນຕາແສງ, ບ້ານທີ່ສະຫງວນໃຫ້ກໍລະນີຕິດເຊື້ອແມ່ນ F0 ແລະ F1 ຢູ່ ທູດຶກ, ນະຄອນໂຮ່ຈີມິນ.
(ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິນຈິງ ໄດ້ລົງກວດກາຢູ່ນະຄອນໂຮ່ຈີມິນ)

ຢູ່ບັນດາສະຖານທີ່ທີ່ລົງກວດກາແມ່ນບັນດາເຂດແຍກຕົວລວມໝູ່ຊົ່ວຄາວຢູ່ນະຄອນ ທູດຶກ, ສະຖານທີ່ຮັບປະກັນຊີວິດສັງຄົມຮີບດ່ວນຢູ່ບ້ານ ກາດລາຍ ແລະ ເຂດແຍກຕົວ F1 ຂອງຜູ້ອອກຮງງານບໍລິສັດໃຫຍ່ ເຕີນກາງໄຊ່ງ່ອນ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ຮຽກຮ້ອງໃຫ້ທາງນະຄອນຈົ່ງຍາດເວລາຄຳເມື່ອພວມປະຕິບັດການແຍກຫ່າງສັງຄົມເພື່ອວິໄຈຫາຜູ້ຕິດເຊື້ອ F0, ຕ້ອງວິໄຈໃນວົງກວ້າງ, ມີວິທີການປິ່ນປົວ F0 ໃຫ້ເໝາະສົມ. ຄຽງຂ້າງນັ້ນ, ຕ້ອງຮັບປະກັນຊີວິດສັງຄົມ. ທ່ານນາຍົກລັດຖະມົນຕີເນັ້ນໜັກວ່າ, ປະຊາຊົນຕ້ອງສາມາດສຳຜັດດ້ານການແພດໂດຍໄວ. ພ້ອມທັງທາງນະຄອນຕ້ອງສ້າງຕັ້ງສູນບັນຊາ, ປ້ອມສາທາລະນະສຸກເຄື່ອນທີ, ບໍ່ພຽງແຕ່ຜູ້ຕິດເຊື້ອພະຍາດໂຄວິດ-19 ເທົ່ານັ້ນ ຫາກຍັງບັນດາພະຍາດອື່ນອີກດ້ວຍ.

        ເມື່ອໂອ້ລົມກັບກຳລັງເສນາຮັກ ແລະ ປ້ອມກວດກາ, ທ່ານນາຍົກລັດຖະມົນຕີຮຽກຮ້ອງໃຫ້ບັນດາກຳລັງປະກອບອາວຸດເພີ່ມຕື່ມຕ້ອງລະດົມກຳລັງໃຈປະຊາຊົນ, ຊ່ວຍເຫຼືອປະຊາຊົນ, ຮັບຟັງຄວາມໃນໃຈ ຄວາມມຸ່ງມາດປາດຖະໜາ, ຄຳສ່ອງແສງຂອງປະຊາຊົນຢ່າງທັນການ, ຮຽກຮ້ອງໃຫ້ປະຊາຊົນເຂົ້າຮ່ວມການປ້ອງກັນ ຕ້ານໂລກລະບາດ.

ຕອນບ່າຍວັນດຽວກັນ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ໄດ້ເຮັດວຽກກັບນະຄອນ ໂຮ່ຈີມິນ ກ່ຽວກັບການແຍກຫ່າງສັງຄົມ ແລະ ບັນດາມາດຕະການໃນການປ້ອງກັນ, ຕ້ານໂລກລະບາດໂຄວິດ-19.
(ແຫຼ່ງຄັດຈາກ VOV)

ໄຂກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15

ໄຂກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15

ຕອນເຊົ້າວັນທີ 20 ຕຸລາ, ຢູ່ຫໍປະຊຸມ ຢຽນຮົ່ງ, ຮ່າໂນ້ຍ, ສະພາແຫ່ງຊາດ ຫວຽດນາມ ໄດ້ໄຂກອງປະຊຸມສະໄໝສາມັນເທື່ອທີ 10, ເຊິ່ງແມ່ນກອງປະຊຸມຄັ້ງສຸດທ້າຍຂອງສະພາແຫ່ງຊາດ ຫວຽດນາມ ຊຸດທີ 15. ກອງປະຊຸມວຽກງານຫຼາຍທີ່ສຸດຂອງ ອາຍຸການ, ຄາດວ່າ ດຳເນີນເປັນເວລາປະມານ 40 ວັນ. ເຂົ້າຮ່ວມວາລະໄຂກອງປະຊຸມ, ມີທ່ານເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ໂຕເລິມ, ທ່ານປະທານປະເທດ ເລືອງເກື່ອງ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ແລະ ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ.

Top