• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ຕ້ອນຮັບລັດຖະມົນຕີການຕ່າງປະເທດ ແລະ ທີ່ປຶກສາຄວາມໝັ້ນຄົງແຫ່ງຊາດ ອາເມລິກາ

ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ສະເໜີໃຫ້ ອາເມລິກາ ສືບຕໍ່ຊຸກຍູ້ບັນດາການເຄື່ອນໄຫວຮ່ວມມື, ໜູນຊ່ວຍ ຫວຽດນາມ ໃນຂົງເຂດລະອຽດ
 
    
       ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ຕ້ອນຮັບທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Antony Blinken             (ພາບ: ເຢືອງຢາງ/TTXVN)   

ຕອນເຊົ້າວັນທີ 13 ພຶດສະພາ (ຕາມເວລາທ້ອງຖິ່ນ), ຢູ່ນະຄອນຫຼວງ ວໍຊິງຕັນ, ປະເທດ ອາເມລິກາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ໄດ້ໃຫ້ການຕ້ອນຮັບທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Antony Blinken. ຢູ່ທີ່ນີ້, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ສະເໜີໃຫ້ ອາເມລິກາ ສືບຕໍ່ຊຸກຍູ້ບັນດາການເຄື່ອນໄຫວຮ່ວມມື, ໜູນຊ່ວຍ ຫວຽດນາມ ໃນຂົງເຂດລະອຽດຄື: ການແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ, ສົມທົບກັນແກ້ໄຂບັນດາບັນຫາທົ່ວໂລກຄື ການຮັບມືກັບໂລກລະບາດ, ການປ່ຽນແປງຂອງດິນຟ້າອາກາດ, ຮັບປະກັນລະບົບສະໜອງແບບຍືນຍົງ…

ສ່ວນທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Antony Blinken ໄດ້ຢືນຢັນຄືນໃໝ່ການສະໜັບສະໜູນ ຫວຽດນາມ, ເອກະລາດ, ວັດທະນາຖາວອນ, ເຫັນດີຕໍ່ບັນດາຂໍ້ສະເໜີຂອງທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ. ກ່ຽວກັບບັນດາບັນດາສາກົນ, 2 ຝ່າຍໄດ້ເຫັນດີຕໍ່ການເນັ້ນໜັກເຖິງຄວາມສຳຄັນຂອງການຮັບປະກັນສັນຕິພາບ, ຄວາມເສລີ, ຄວາມປອດໄພ, ຄວາມໝັ້ນຄົງໃນການເດີນເຮືອ ແລະ ການບິນຢູ່ທະເລຕາເວັນອອກ, ແກ້ໄຂບັນດາການຂັດແຂ້ງກັນໂດຍສັນຕິວິທີ ບົນພື້ນຖານກົດໝາຍສາກົນ, ປະກອບສ່ວນຮັກສາສັນຕິພາບ, ສະຖຽນລະພາບ, ການຮ່ວມມື, ພັດທະນາຢູ່ພາກພື້ນ ແລະ ໃນໂລກ.

  ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ການຕ້ອນຮັບທ່ານ Jake Sullivan, ທີ່ປຶກສາຄວາມໝັ້ນຄົງ ອາເມລິກາ               (ພາບ: TTXVN)   

ຕອນບ່າຍວັນທີ 13 ພຶດສະພາ, ທີ່ການຕ້ອນຮັບທ່ານ Jake Sullivan, ທີ່ປຶກສາຄວາມໝັ້ນຄົງ ອາເມລິກາ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ໄດ້ຕີລາຄາສູງບົດບາດ, ຄວາມມານະພະຍາຍາມຂອງສະພາຄວາມໝັ້ນຄົງແຫ່ງຊາດ ອາເມລິກາ ໃນການສົມທົບກັບບັນດາປະເທດຂຶ້ນກັບ ອາຊຽນ ຈັດກອງປະຊຸມສຸດຍອດພິເສດ ອາຊຽນ - ອາເມລິກາ, ຜ່ານນັ້ນສະແດງໃຫ້ເຫັນຄຳໝັ້ນສັນຍາຢ່າງແຮງຂອງອຳນາດການປົກຄອງປະທານາທິບໍດີ Joe Biden ທີ່ມີຕໍ່ ອາຊຽນ ແລະ ພາກພື້ນ.

ໃນວັນດຽວກັນ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ໄດ້ໃຫ້ການຕ້ອນຮັບທ່ານ Roger Jenkins, ຜູ້ອຳນວຍການໃຫຍ່ Murphy Oil. ນີ້ແມ່ນກຸ່ມບໍລິສັດໃຫຍ່ຂອງ ອາເມລິກາ ທີ່ເຄື່ອນໄຫວໃນຂົງເຂດສຳຫຼວດ ແລະ ຂຸດຄົ້ນນ້ຳມັນຢູ່ ອາເມລິກາ ແລະ ການາດາ ແລະ ພວມພັດທະນາຫຼາຍໂຄງການຢູ່ ຫວຽດນາມ. ທີ່ການພົບປະ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ໄດ້ຊົມເຊີຍແຜນການເປີດກວ້າງການເຄື່ອນໄຫວຢູ່ ຫວຽດນາມ ຂອງກຸ່ມບໍລິສັດໃນໄລຍະຈະມາເຖິງ ບົນຈິດໃຈ “ຜົນປະໂຫຍດກົມກຽວ, ຄວາມສ່ຽງພ້ອມກັນແບ່ງກັນ”.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 58 ຢູ່ Kuala Lumpur (ມາເລເຊຍ), ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ບັນດາປະເທດ ຍີ່ປຸ່ນ, ຈີນ, ສະວິດ.

Top