• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ຕ້ອນຮັບທູດພິເສດຂອງປະທານາທິບໍດີ ອາເມລິກາ ກ່ຽວກັບດິນຟ້າອາກາດ

ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ໃຫ້ຮູ້ວ່າ, ຫວຽດນາມ ກຳນົດວ່າ ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ແມ່ນບັນຫາຈຸດສຸມ, ຮີບດ່ວນ, ທັງເປັນສິ່ງ ທ້າທາຍ, ທັງເປັນກາລະໂອກາດ ເພື່ອຫັນຮູບແບບການພັດທະນາຕາມທິດຂຽວ.

ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ໃຫ້ຮູ້ວ່າ, ຫວຽດນາມ ກຳນົດວ່າ ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ແມ່ນບັນຫາຈຸດສຸມ, ຮີບດ່ວນ, ທັງເປັນສິ່ງ ທ້າທາຍ, ທັງເປັນກາລະໂອກາດ ເພື່ອຫັນຮູບແບບການພັດທະນາຕາມທິດຂຽວ.

    

ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ໄດ້ແລກປ່ຽນກັບທ່ານ John Kerry, ທູດພິເສດຂອງປະທານາທິບໍດີ ອາເມລິກາ ກ່ຽວກັບດິນຟ້າອາກາດ. (ພາບ: TTXVN)

ວັນທີ 14 ພຶດສະພາ, ໂດຍສືບຕໍ່ບັນດາການເຄື່ອນໄຫວເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດພິເສດ ອາຊຽນ - ອາເມລິກາ, ການໄປຢ້ຽມຢາມ ແລະ ເຮັດວຽກຢູ່ ອາເມລິກາ ແລະ ສະຫະປະຊາຊາດ, ຢູ່ Boston, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ໄດ້ແລກປ່ຽນກັບທ່ານ John Kerry, ທູດພິເສດຂອງປະທານາທິບໍດີ ອາເມລິກາ ກ່ຽວກັບດິນຟ້າອາກາດ.

ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ໃຫ້ຮູ້ວ່າ, ຫວຽດນາມ ກຳນົດວ່າ ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ແມ່ນບັນຫາຈຸດສຸມ, ຮີບດ່ວນ, ທັງເປັນສິ່ງ ທ້າທາຍ, ທັງເປັນກາລະໂອກາດ ເພື່ອຫັນຮູບແບບການພັດທະນາຕາມທິດຂຽວ, ຍືນຍົງ. ທ່ານນາຍົກລັດຖະມົນຕີສະເໜີໃຫ້ ອາເມລິກາ ຈົ່ງສືບຕໍ່ເອົາໃຈໃສ່, ຮ່ວມມື, ໜູນຊ່ວຍ ຫວຽດນາມ ດ້ານແຫຼ່ງກຳລັງ, ການເງິນ, ພິເສດແມ່ນບັນດາບ້ວງເງິນກູ້ຍືມໃຫ້ບຸລິມະສິດ, ພື້ນຖານໂຄງລ່າງ, ເຕັກໂນໂລຊີ, ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ…

ສ່ວນທ່ານທູດພິເສດ John Kerry ໄດ້ຢຶນຢັນວ່າ ອາເມລິກາ ມີຄວາມສະເໝີຕົ້ນສະເໝີປາຍ ຖືການພົວພັນກັບ ຫວຽດນາມ ເປັນສຳຄັນ, ສະໜັບສະໜູນ ຫວຽດນາມ ສວມບົດບາດນັບມື້ນັບເປັນເຈົ້າການ, ແທດຈິງຢູ່ພາກພື້ນ ແລະ ໃນການຮັບມືກັບບັນດາບັນຫາທົ່ວໂລກ, ໃນນັ້ນມີການປ່ຽນແປງຂອງດິນຟ້າອາກາດ. ທ່ານຢືນຢັນວ່າ, ອາເມລິກາ ແລະ ທ່ານເອງຈະສືບຕໍ່ສົມທົບກັບບັນດາກະຊວງ, ຂະແໜງການ, ອົງການຈັດຕັ້ງຂອງ ຫວຽດນາມ ຢ່າງແໜ້ນແຟ້ນ; ພ້ອມແລ້ວທີ່ຈະໜູນຊ່ວຍ ຫວຽດນາມ ຢ່າງສຸດຂີດໃນຂອບເຂດແຫຼ່ງກຳລັງ ເພື່ອພັດທະນາພະລັງງານຜະລິດຄືນໃໝ່, ກໍ່ສ້າງພື້ນຖານໂຄງລ່າງແບບຍືນຍົງ…

ແລະ ກໍ່ໃນວັນດຽວກັນ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ແລະ ຄະນະປະຕິບັດງານໄດ້ໄປຢ້ຽມຢາມເຂດປະທານ ໂຮ່ຈີມິນ ເຄີຍເຮັດວຽກຢູ່ໂຮງແຮມ Omni Parker House, ນະຄອນ Boston, ເມືອງເອກລັດ Massachusetts.

(ແຫຼ່ງຄັດຈາກ VOV)

ມອບຂອງຂວັນບຸນເຕັດກວ່າ 1.200 ພູດໃຫ້ແກ່ຜູ້ທຸກຍາກຢູ່ແຂວງ ວິງຟຸກ, ດັກລັກ

ມອບຂອງຂວັນບຸນເຕັດກວ່າ 1.200 ພູດໃຫ້ແກ່ຜູ້ທຸກຍາກຢູ່ແຂວງ ວິງຟຸກ, ດັກລັກ

ຄະນະປະຕິບັດງານໄດ້ມອບຂອງຂວັນບຸນເຕັດ 520 ພູດໃຫ້ຜູ້ທຸກຍາກ ແລະ ກຳມະກອນຜູ້ປະສົບກັບຄວາມຫຍຸ້ງຍາກຢູ່ແຂວງ ວິງຟຸກ.

Top