ຕອນເຊົ້າວັນທີ 29 ມິຖຸນານີ້, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈີງ ໄດ້ໃຫ້ການຕ້ອນຮັບທ່ານ Maeda Tadashi ປະທານສະພາບໍລິຫານ ແລະ ບັນດາເພື່ອນຮ່ວມງານ ຂອງທະນາຄານການຮ່ວມມືສາກົນຍີ່ປຸ່ນ (JBIC) ທີ່ພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ
ທ່ານນາຍົກລັດຖະມົນຕີ ຟ້າມມິງຈີງ ແລະ ທ່ານປະທານ JBIC Maeda Tadashi
ຢູ່ທີ່ນີ້, ທ່ານນາຍົກລັດຖະມົນຕີ ຟ້າມບິ່ງມິງ ໄດ້ຕີລາຄາສູງການໜູນຊ່ວຍຂອງ JBIC ໃນການເຂົ້າຮ່ວມການ ເຈລະຈາ ນະໂຍບາຍ, ສະໜອງບັນດາບ້ວງເງິນກູ້ເພື່ອຊຸກຍູ້ການລົງທຶນຂອງ ຍີ່ປຸ່ນ ຢູ່ ຫວຽດນາມ ຜ່ານບັນດາໂຄງການພື້ນຖານໂຄງລ່າງ ແລະ ພະລັງງານ ທີ່ສຳຄັນ, ກໍ່ຄືບັນດາບ້ວງເງິນກູ້ໜູນຊ່ວຍບັນດາໂຄງການລົງທຶນຂອງ ວິສາຫະກິດຂະໜາດກາງ ແລະ ນ້ອຍ ຍີ່ປຸ່ນ ຢູ່ ຫວຽດນາມ. ທ່ານນາຍົກລັດຖະມົນຕີສະເໜີໃຫ້ JBIC ສືບຕໍ່ຮ່ວມເດີນທາງສະໜັບສະໜູນ ຫວຽດນາມ ໃນຂົງເຂດຫັນເປັນສີຂຽວ.
ສ່ວນທ່ານປະທານທະນາຄານ JBIC Maeda Tadashi ໃຫ້ຮູ້ວ່າ, JBIC ພ້ອມແລ້ວ ແລະ ຈະໜູນຊ່ວຍບ້ວງເງິນກູ້ໃຫ້ບັນດາວິສາຫະກິດ ຍີ່ປຸ່ນ ປະຕິບັດບັນດາໂຄງການຫັນເປັນສີຂຽວຢູ່ ຫວຽດນາມ ໃນຂອບເຂດ AZEC. ນອກຈາກນັ້ນ, JBIC ແລະບັນດາວິສາຫະກິດ ຍີ່ປຸ່ນ ພ້ອມແລ້ວ ແລະ ປາດຖະໜາຢາກເຂົ້າຮ່ວມບັນດາໂຄງການກໍ່ສ້າງພື້ນຖານໂຄງລ່າງຢູ່ ຫວຽດນາມ, ປະຕິບັດບັນດາໂຄງການຕາມຮູບແບບການພັດທະນາ ຕົວເມືອງຕາມກຳນັດທິດພັດທະນາການຄົມມະນາຄົມສາທາລະນະ (TOD).
(ແຫຼ່ງຄັດຈາກ VOV)