• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໋ງ ພົບປະເຈລະຈາກັບທ່ານນາຍົກລັດຖະມົນຕີ ລາວ ສອນໄຊ ສີພັນດອນ

ຕອນເຊົ້າວັນທີ 11 ມັງກອນ 2023, ພາຍຫຼັງພິທີຕ້ອນຮັບຢ່າງເປັນທາງການທີ່ທຳນຽບນາຍົກລັດຖະມົນຕີ ຢູ່ນະຄອນຫຼວງ ວຽງຈັນ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໋ງ ໄດ້ມີການພົບປະເຈລະຈາກັບທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ລາວ.
  ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໋ງ ພົບປະເຈລະຈາກັບ ທ່ານນາຍົກລັດຖະມົນຕີ ລາວ ສອນໄຊ ສີພັນດອນ. ພາບ: ເຢືອງຢາງ/VNA  

ທີ່ການພົບປະເຈລະຈາ, ໃນບັນຍາກາດອັນອົບອຸ່ນ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໋ງ ສະແດງຄວາມປິຕິຊົມຊື່ນທີ່ໄດ້ມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ໃນຖານະເປັນຜູ້ນຳລັດຖະບານ ຫວຽດນາມ; ແລະ ເປັນແຂກຄົນທຳອິດຂອງທ່ານນາຍົກລັດຖະມົນຕີ ສອນໄຊ ສີພັນດອນ.

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໋ງ ໄດ້ຊົມເຊີຍບັນດາໝາກຜົນດີ ຂອງ ລາວ ໃນການຕອບສະໜອງການແຜ່ລະບາດຂອງພະຍາດໂຄວິດ-19, ຟື້ນຟູສະພາບເສດຖະກິດ - ສັງຄົມ, ຮັບປະກັນຊີວິດຂອງປະຊາຊົນ; ໄວ້ເນື້ອເຊື່ອໃຈພາຍໃຕ້ການນຳພາອັນສະຫຼາດຂອງພັກປະຊາຊົນປະຕິວັດ ລາວ ແລະ ຄວາມພະຍາຍາມຂອງລັດຖະບານ ລາວ ໂດຍສະຫາຍ ສອນໄຊ ສີພັນດອນ ເປັນນາຍົກລັດຖະມົນຕີ.

ທ່ານນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ໄດ້ສະແດງຄວາມຍິນດີຕ້ອນຮັບທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໋ງ ທີ່ມາຢ້ຽມຢາມ ລາວ ຢ່າງເປັນທາງການ, ເປັນປະທານຮ່ວມກອງປະຊຸມຄັ້ງທີ 45 ຂອງຄະນະກຳມະການລະຫວ່າງລັດຖະບານ ແລະ ໄດ້ປິດປີສາມັກຄີມິດຕະພາບ ຫວຽດນາມ - ລາວ, ລາວ - ຫວຽດນາມ 2022; ເນັ້ນໜັກເຖິງຄວາມໝາຍສຳຄັນຂອງການຢ້ຽມຢາມໃນສະພາບການທີ່ສອງປະເທດຫາກໍ່ສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ແລະ 45 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື; ໄດ້ຕີລາຄາສູງທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໋ງ ໃນຖານະເປັນຜູ້ນຳຕ່າງປະເທດຄົນທຳອິດທີ່ມາຢ້ຽມຢາມ ລາວ ໃນປີ 2023, ພາຍຫຼັງທີ່ທ່ານໄດ້ຮັບເລືອກຕັ້ງເປັນນາຍົກລັດຖະມົນຕີ ແຫ່ງ ສປປ ລາວ.

ການພົບປະເຈລະຈາໄດ້ດຳເນີນໄປດ້ວຍບັນຍາກາດໄມຕີຈິດ, ຈິງໃຈ ແລະ ອົບອຸ່ນ. ສິ້ນສຸດການເຈລະຈາ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໋ງ ກໍ່ໄດ້ເຊື້ອເຊີນທ່ານນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ໄປຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ ແລະ ທ່ານນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ໄດ້ໃຫ້ການຍອມຮັບຢ່າງມີຄວາມສຸກ.

ປະຕິບັດ: VNA/VNP

ການ​ສົ່ງ​ອອກ​ຜະ​ລິດ​ຕະ​ພັນ​ກະ​ເສດ​ເຄື່ອງ​ປ່າ​ຂອງ​ດົງ, ສິນ​ໃນ​ນ້ຳ​ຮັກ​ສາ​ທ່າ​ເຕີບ​ໂຕ​ເປັນ​ປົກ​ກະ​ຕິ​ໃນ​ຄວາມ​ຫຍຸ້ງ​ຍາກ​ຈາກ​ໄພ​ພິ​ບັດ​ທຳ​ມະ​ຊາດ

ການ​ສົ່ງ​ອອກ​ຜະ​ລິດ​ຕະ​ພັນ​ກະ​ເສດ​ເຄື່ອງ​ປ່າ​ຂອງ​ດົງ, ສິນ​ໃນ​ນ້ຳ​ຮັກ​ສາ​ທ່າ​ເຕີບ​ໂຕ​ເປັນ​ປົກ​ກະ​ຕິ​ໃນ​ຄວາມ​ຫຍຸ້ງ​ຍາກ​ຈາກ​ໄພ​ພິ​ບັດ​ທຳ​ມະ​ຊາດ

ຂະແໜງກະສິກຳ ແລະ ສິ່ງແວດລ້ອມຍັງຮັກສາທ່າເຕີບໂຕທີ່ຕັ້ງໜ້າ ເຖິງວ່າຖືກຜົນກະທົບຈາກພາຍຸ, ຝົນຕົກໜັກ ແລະ ການຜັນແປຂອງຕະຫຼາດ.

Top