• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ເດີນທາງໄປເຖິງ ຈາກາກຕາ, ປະເທດອິນໂດເນເຊຍ ເລີ່ມເຂົ້າຮ່ວມກອງປະຊຸມບັນດາການນຳອາຊຽນ

ຕອນທ່ຽງວັນທີ 23 ເມສາ, ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິງຈິ໊ງ ພ້ອມກັບຄະນະປະຕິບັດງານຂັ້ນສູງຫວຽດນາມ ໄດ້ເດີນທາງຮອດສະໜາມບິນສາກົນ Sukarno ຢູ່ ຈາກາກຕາ, ປະເທດ ອິນໂດເນເຊຍ.
(ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິງຈິ໊ງ ໄດ້ເດີນທາງຮອດສະໜາມບິນສາກົນ Sukarno ຢູ່ ຈາກາກຕາ)

ອນທ່ຽງວັນທີ 23 ເມສາ, ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິງຈິ໊ງ ພ້ອມກັບຄະນະປະຕິບັດງານຂັ້ນສູງຫວຽດນາມ ໄດ້ເດີນທາງຮອດສະໜາມບິນສາກົນ Sukarno ຢູ່ ຈາກາກຕາ, ປະເທດ ອິນໂດເນເຊຍ, ເລີ່ມຕົ້ນການຢ້ຽມຢາມ ແລະ ເຂົ້າຮ່ວມກອງປະຊຸມບັນດາການນຳອາຊຽນ, ຕາມຄຳເຊື້ອເຊີນຂອງທ່ານປະທານອາຊຽນ 2021, ກະສັດບຣູໄນ Darussalam Haji Hassanal Bolkiah. ຕາມລາຍການ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ໄດ້ກ່າວປາໄສທີ່ກອງປະຊຸມບັນດາການນຳອາຊຽນ, ຄາດວ່າທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ຈະເຂົ້າຢ້ຽມຂ່ຳນັບທ່ານປະທານາທິບໍດີອິນໂດເນເຊຍ Joko Widodo ແລະ ກະສັດບຣູໄນ Darussalam Haji Hassanal Bolkiah; ພົບປະ 2 ຝ່າຍ ແລະ ພົບປະກັບທ່ານນາຍົກລັດຖະມົນຕີສິງກະໂປ ຫຼີິຊຽນຫຼົງ, ທ່ານນາຍົກລັດຖະມົນຕີມາເລເຊຍ Muhyiddin bin Haji Muhammad Yassin, ທ່ານນາຍົກລັດຖະມົນຕີລາວ ພັນຄຳ ວິພາວັນ ແລະ ພົບປະ 3 ຝ່າຍລະຫວ່າງນາຍົກລັດຖະມົນຕີຫວຽດນາມ - ກຳປູເຈຍ - ລາວ.
 (ແຫຼ່ງຄັດຈາກ VOV)

ທ່ານນາຍົກລັດຖະມົນຕີຮຽກຮ້ອງຊຸກຍູ້ ການລົງທຶນຂອງລັດໃຫ້ກາຍເປັນກຳລັງເສີມຂະຫຍາຍ

ທ່ານນາຍົກລັດຖະມົນຕີຮຽກຮ້ອງຊຸກຍູ້ ການລົງທຶນຂອງລັດໃຫ້ກາຍເປັນກຳລັງເສີມຂະຫຍາຍ

ທ່ານນາຍົກ ໄດ້ຊີ້ແຈ້ງວ່າການປ່ອຍເງິນຂອງລັດ ປີ 2025 ມີບາດກ້າວພັດທະນາ. ໃນ 8 ເດືອນ ທີ່ຜ່ານມາ, ການປ່ອຍເງິນທຶນລົງທຶນຂອງລັດ ບັນລຸໄດ້ 46 % ຕາມແຜນທີ່ນາຍົກໄດ້ມອບໃຫ້, ເພີ່ມຂຶ້ນ 6% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.

Top