• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິນ: ຕ້ອງມີຄວາມຕັດສິນໃຈຢ່າງສູງກວ່າອີກໃນການຫັນເປັນດີຈີຕອນ

ຄະນະກຳມະການແຫ່ງຊາດກ່ຽວກັບການຫັນເປັນດີຈີຕອນ ແລະ ຄະນະຊີ້ນຳການຫັນເປັນດີຈີຕອນຂອງບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ຕ້ອງຮີບເຮັ່ງປະກາດໃຊ້ແຜນການຫັນເປັນດີຈີຕອນປີ 2024.
(ວາລະປະຊຸມເທື່ອທີ 7 ຄະນະກຳມະການແຫ່ງຊາດກ່ຽວກັບການຫັນເປັນດີຈີຕອນ)

ຕອນບ່າຍວັນທີ 28 ທັນວາ, ຢູ່ ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ, ປະທານຄະນະກຳມະການແຫ່ງຊາດກ່ຽວກັບການຫັນເປັນດີຈີຕອນ (ຄະນະ), ໄດ້ເປັນປະທານວາລະປະຊຸມເທື່ອທີ 7 ເພື່ອສະຫຼຸບໝາກຜົນການເຄື່ອນໄຫວໃນປີ 2023 ແລະ ຜັນຂະຫຍາຍທິດທາງ, ໜ້າທີ່ຈຸດສຸມໃນປີ 2024 ຂອງຄະນະ. ວາລະປະຊຸມໄດ້ຈັດຂຶ້ນແບບທາງໄກຢູ່ສຳນັກງານລັດຖະບານ ເຊື່ອມຕໍ່ກັບບັນດາກະຊວງ, ອົງການທຽບເທົ່າກະຊວງ, ອົງການຂຶ້ນກັບລັດຖະບານ, ຄະນະກຳມະການປະຊາຊົນບັນດາແຂວງ, ນະຄອນຂຶ້ນກັບສູນກາງ.   

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີຮຽກຮ້ອງໃຫ້ບັນດາທ່ານລັດຖະມົນຕີ, ຫົວໜ້າຂະແໜງ, ການນຳບັນດາທ້ອງຖິ່ນຕ້ອງມີຄວາມຕັດສິນໃຈຢ່າງສູງກວ່າ, ມີການຊີ້ນຳຢ່າງຂ້ຽວຂາດໃນການຜັນຂະຫຍາຍການຫັນເປັນດີຈີຕອນລະດັບຊາດ. ໃນນັ້ນ, ຄະນະກຳມະການແຫ່ງຊາດກ່ຽວກັບການຫັນເປັນດີຈີຕອນ ແລະ ຄະນະຊີ້ນຳການຫັນເປັນດີຈີຕອນຂອງບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ຕ້ອງຮີບເຮັ່ງປະກາດໃຊ້ແຜນການຫັນເປັນດີຈີຕອນປີ 2024 ແລະ ຈັດການຜັນຂະຫຍາຍປະຕິບັດດ້ວຍຫົວຂໍ້ “ພັດທະນາເສດຖະກິດດີຈີຕອນດ້ວຍ 4 ເສົາຄ້ຳ: ອຸດສາຫະກຳເຕັກໂນໂລຊີຂໍ້ມູນຂ່າວສານ, ຫັນບັນດາຂະແໜງເສດຖະກິດເປັນດີຈີຕອນ, ການຄຸ້ມຄອງດີຈີຕອນ, ຂໍ້ມູນດີຈີຕອນ - ກຳລັງໜູນສຳຄັນໃຫ້ແກ່ການພັດທະນາເສດຖະກິດ - ສັງຄົມຢ່າງວ່ອງໄວ ແລະ ຍືນຍົງ”.

 

(ແຫຼ່ງຄັດຈາກ VOV)

ລະ​ບົບ​ແນວ​ໂຮມ​ປະ​ເທດ​ຊາດມອບ​ຂອງວັນ​ບຸນ​ເຕັດ 7 ລ້ານ​ພູດ​ໃຫ້​ແກ່​ປະ​ຊາ​ຊົນ

ລະ​ບົບ​ແນວ​ໂຮມ​ປະ​ເທດ​ຊາດມອບ​ຂອງວັນ​ບຸນ​ເຕັດ 7 ລ້ານ​ພູດ​ໃຫ້​ແກ່​ປະ​ຊາ​ຊົນ

ໃນໂອກາດຕ້ອນຮັບບຸນເຕັດ ແລະ ລະດູບານໃໝ່ປີມະເສັງ 2025, ຄະນະກຳມະການແນວໂຮມປະເທດຊາດ ຫວຽດນາມ ໄດ້ແຈກຢາຍເງິນກ່ວາ 16 ຕື້ດົ່ງ ຈາກກອງທຶນ “ເພື່ອຄົນທຸກຍາກ” ສູນກາງ ໄປຍັງ ກອງທຶນ“ເພື່ອຄົນທຸກຍາກ” ຂອງ 63 ແຂວງ, ນະຄອນໃນທົ່ວປະເທດ

Top