• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເຂົ້າຮ່ວມພິທີລົງມືກໍ່ສ້າງເຂດອຸດສາຫະກຳ VSIP3 ຢູ່ບິ່ງເຢືອງ

ຕອນເຊົ້າວັນທີ 19 ມີນາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເຂົ້າຮ່ວມພິທີ ລົງມືກໍ່ສ້າງເຂດອຸດສາຫະກຳຫວຽດນາມ - ສິງກະໂປ 3 (VSIP3) ຢູ່ແຂວງ ບິ່ງເຢືອງ - ເຂດອຸດສາຫະກຳ VSIP ທີ11 ຂອງທົ່ວປະເທດ ແລະ ເປັນເຂດອຸດສາຫະກຳ VSIP ທີ 3 ຂອງແຂວງ.

  ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ກ່າວຄຳເຫັນທີ່ພິທີ

(ພາບ: chinhphu.vn)  

VSIP 3 ໄດ້ກໍ່ສ້າງໃນເນື້ອທີ 1000 ເຮັກຕາ, ດ້ວຍເງິນລົງທຶນທັງໝົດຫຼາຍກ່ວາ 6.400 ຕື້ດົ່ງຢູ່ ເມືອງ ບັກເຕິນອຽນແຂວງບິ່ງເຢືອງ ເຊິ່ງສະແດງໃຫ້ເຫັນວ່າ ເປັນຮູບແບບປະສົບຜົນສຳເລັດໃນການຮ່ວມມືລະຫວ່າງ ຫວຽດນາມ - ສິງປະໂກ ແລະ ຍາມໃດ ຫວຽດນາມ ກໍ່ແມ່ນສະຖານທີ່ດຶງດູດຂອງນັກລົງທຶນ.

ຕາງໜ້າການນຳພັກ, ລັດ, ທ່ານຟ້າມມິງຈິງ ເນັ້ນໜັກວ່າ ໂຄງການແມ່ນພະຍານຫຼັກຖານທີ່ມີຊີວິດຊີວາໃນການຫັນການໜູນຊ່ວຍຈາກລັດຖະບານ ຫວຽດນາມ ແລະ ສິງກະໂປໃຫ້ປະກົດຜົນເປັນຈິງ, ຄຳໝັ້ນສັນຍາຂອງ ວິສາຫະກິດ ຫວຽດນາມ  ແລະ ສິງກະໂປໃນການຮ່ວມມືດຳເນີນທຸລະກິດ ແລະ ມານະພະຍາຍາມຊຸກຍູ້ການຟື້ນຟູເສດຖະກິດຂອງ ຫວຽດນາມ. ທ່ານນາຍົກລັດຖະມົນຕີ ສະເໜີໃຫ້ການນຳບັນດາກະຊວງ, ຂະແໜງການ, ທຸກຂັ້ນຂອງແຂວງບິ່ງເຢືອງ ແລະ ປະຊາຊົນຢູ່ເຂດທີ່ມີໂຄງການ ຈົ່ງສົມທົບກັບເຈົ້າຂອງໂຄງການໃຫ້ເປັນຢ່າງດີເພື່ອຮັບຜະກັນການປະຕິບັດໂຄງການຖືກຕາມກົດໝາຍ, ຄວາມຄືບໜ້າ, ຮັບປະກັນຄຸນນະພາບ ຄວາມປອດໄພ, ມີປະສິດທິຜົນ, ປົກປັກຮັກສາສິ່ງແວດລ້ອມໃຫ້ເປັນຢ່າງດີ ແລະ ຮັບປະກັນຊີວິດສັງຄົມ ໃຫ້ແກ່ປະຊາຊົນຢູ່ທ້ອງຖິ່ນ.


(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ໃຫ້​ຄຳ​ໝັ້ນ​ສັນ​ຍາ​ປະ​ຕິ​ບັດ​ສົນ​ທິ​ສັນ​ຍາ ICCPR

ຫວຽດ​ນາມ ໃຫ້​ຄຳ​ໝັ້ນ​ສັນ​ຍາ​ປະ​ຕິ​ບັດ​ສົນ​ທິ​ສັນ​ຍາ ICCPR

ໃນໄລຍະຜ່ານມາ ຫວຽດນາມ ຍາມໃດກໍ່ຢຶດໝັ້ນກັບນະໂຍບາຍການຕ່າງປະເທດເປັນເອກະລາດ, ເປັນເຈົ້າຕອນເອງ, ສັນຕິພາບ, ການຮ່ວມມື ແລະ ພັດທະນາ, ເປັນເຈົ້າການ, ຕັ້ງໜ້າເຊື່ອມໂຍງເຂົ້າກັບສາກົນຢ່າງຮອບດ້ານ, ເລິກເຊິ່ງ.

Top