• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຮຽກຮ້ອງໃຫ້ບັນດາທ້ອງຖິ່ນ, ກະຊວງ, ຂະແໜງການຕ່າງໆ ເປັນເອກະພາບຕໍ່ມາດຕະການຊີ້ນຳວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ - 19

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ຮຽກຮ້ອງໃຫ້ພິຈາລະນາ, ປຶກສາຫາລືມາດຕະການປ້ອງກັນ, ຕ້ານໂລກລະບາດ, ໂດຍສະເພາະແມ່ນມາດຕະການທີ່ກ່ຽວຂ້ອງເຖິງດ້ານສາທາລະນະສຸກຄື ຢຸກຢາ, ວັກຊິນ; ວຽກງານປ້ອງກັນ, ຕ້ານໂລກລະບາດຢູ່ທ້ອງຖິ່ນ, ກະຊວງ, ຂະແໜງການຕ່າງໆ, ຕໍ່ຈາກນັ້ນ ມີມາດຕະການຊີ້ນຳ, ນຳພາເປັນເອກະພາບໃນທົ່ວປະເທດ.
  ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: TTXVN) 

ຕອນເຊົ້າວັນທີ 5 ມີນາ, ຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ໄດ້ຈັດກອງປະຊຸມຄັ້ງທີ 13 ພາຍໃຕ້ການເປັນປະທານຂອງທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິງຈິງ, ຫົວໜ້າຄະນະຊີ້ນຳ ແລະ ໄດ້ເຊື່ອມຕໍ່ກັບ 63 ແຂວງ, ນະຄອນໃນທົ່ວປະເທດ. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ຮຽກຮ້ອງໃຫ້ພິຈາລະນາ, ປຶກສາຫາລືມາດຕະການປ້ອງກັນ, ຕ້ານໂລກລະບາດ, ໂດຍສະເພາະແມ່ນມາດຕະການທີ່ກ່ຽວຂ້ອງເຖິງດ້ານສາທາລະນະສຸກຄື ຢຸກຢາ, ວັກຊິນ; ວຽກງານປ້ອງກັນ, ຕ້ານໂລກລະບາດຢູ່ທ້ອງຖິ່ນ, ກະຊວງ, ຂະແໜງການຕ່າງໆ, ຕໍ່ຈາກນັ້ນ ມີມາດຕະການຊີ້ນຳ, ນຳພາເປັນເອກະພາບໃນທົ່ວປະເທດ.

ພວກເຮົາດຳເນີນກອງປະຊຸມຄັ້ງທີ 13 ໃນຂອບເຂດທົ່ວປະເທດນີ້ ແມ່ນເພື່ອໃຫ້ພວກເຮົາຕີລາຄາຄືນສະພາບການໂລກລະບາດນັບແຕ່ກ່ອນມາຮອດປັດຈຸບັນ ມີຫຍັງໃໝ່, ຜັນແປ, ສັບສົນໃຈ ແລະ ພົ້ນເດັ່ນບໍ ໃນການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ຢູ່ພາຍໃນປະເທດ ກໍຄື ສາກົນ, ບົນພື້ນນັ້ນ, ພວກເຮົາຈະວາງອອກມາດຕະການໃຫ້ແທດເໝາະກັບສະພາບການໃນໄລຍະຈະມາເຖິງ. ອາດເວົ້າໄດ້ວ່າ ພວກເຮົາຄວບຄຸມສະພາບການໃນທົ່ວປະເທດໄດ້ແລ້ວ. ເຖິງຢ່າງໃດກໍຕາມ,  2 – 3 ອາທິດມານີ້, ຍັງປະກົດມີຜູ້ຕິດເຊື້ອໃນຊຸມຊົນ, ເຮັດໃຫ້ສະພາບການສັບສົນຂຶ້ນຕື່ມ. ບົນເນື້ອໃນຈິດໃຈນັ້ນ, ພວກເຮົາຕ້ອງເອົາໃຈໃສ່, ຍົກອອກມາດຕະການໃຫ້ເໝາະສົມກັບສະພາບການ.”

ທ່ານນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ທ້ອງຖິ່ນຕ່າງໆ ຈົ່ງສືບຕໍ່ປະຕິບັດບັ້ນສັກວັກຊິນກັນພະຍາດໂຄວິດ - 19 ລະດູບານໃໝ່ 2022 ໂດຍໄວ.

ກ່ຽວກັບການທ່ອງທ່ຽວ, ສຳຫຼວດກວດກາຢ່າງຂ້ຽວຂາດ ແລະ ກະກຽມເປີດການເຄື່ອນໄຫວທ່ອງທ່ຽວໃນເງື່ອນໄຂປົກກະຕິໃໝ່ ແຕ່ວັນທີ 15 ມີນາ ເປັນຕົ້ນໄປ ບົນເນື້ອໃນຈິດໃຈ “ຮັບມືຢ່າງປອດໄພ, ຄ່ອງຕົວ, ມີໄຫວພິບ, ຄວບຄຸມໂລກລະບາດຢ່າງມີປະສິດທິຜົນ”; ປະກາດວິທີເປີດປະຕູເຄື່ອນໄຫວການທ່ອງທ່ຽວຄືນໃໝ່ໂດຍໄວ, ຮັບປະກັນຄວາມປອດໄພ, ມີປະສິດທິຜົນ ແລະ ສ້າງຄວາມສະດວກແກ່ແຂກທ່ອງທ່ຽວ.

ສືບຕໍ່ຍູ້ແຮງວຽກງານໂຄສະນາກ່ຽວກັບແຜນນະໂຍບາຍຂອງພັກ, ລັດ, ຄຳຊີ້ນຳຂອງລັດຖະບານ, ນາຍົກລັດຖະມົນຕີໃນວຽກງານປ້ອງກັນ, ຕ້ານໂລກລະບາດ; ຍົກສູງສະຕິຕື່ນຕົວໃຫ້ປະຊາຊົນປະຕິບັດມາດຕະການປ້ອງກັນ, ຕ້ານໂລກລະບາດ.


(ແຫຼ່ງຄັດຈາກ VOV)

ການ​ເຈ​ລະ​ຈາ​ຢຸດ​ຍິງ​ຢູ່​ເຂດ​ກາ​ຊາ ໄດ້​ຮັບ​ການ​ຍູ້​ແຮງ

ການ​ເຈ​ລະ​ຈາ​ຢຸດ​ຍິງ​ຢູ່​ເຂດ​ກາ​ຊາ ໄດ້​ຮັບ​ການ​ຍູ້​ແຮງ

ທ່ານ Ibrahim Kalin ຜູ້ອຳນວຍການອົງການສືບຂ່າວແຫ່ງຊາດ ຕວັກກີ ໄດ້ມີການປຶກສາຫາລືຢູ່ນະຄອນ ອານກາຣາ ກັບຄະນະຜູ້ແທນຂັ້ນສູງຂອງຂະບວນການອິດສະລາມ ຮາມາດໂດຍທ່ານ Muhammad Darwish ນຳໜ້າ.

Top