• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ: ລັດຖະບານ ແລະ ວິສາຫະກິດຮ່ວມທຸກຮ່ວມສຸກ, ມີຜົນປະໂຫຍຢ່າງກົມກ່ຽວ, ແບ່ງປັນຄວາມສ່ຽງ

ເວທີປາໄສວິສາຫະກິດ ຫວຽດນາມ ປະຈຳປີ ມີຫົວຂໍ້ “ຟື້ນຟູ ແລະ ພັດທະນາລະບົບສະໜອງໃນສະພາບປົກກະຕິໃໝ່”.

ເວທີປາໄສວິສາຫະກິດ ຫວຽດນາມ ປະຈຳປີ ມີຫົວຂໍ້ “ຟື້ນຟູ ແລະ ພັດທະນາລະບົບສະໜອງໃນສະພາບປົກກະຕິໃໝ່”. 

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກ່າວຄຳເຫັນທີ່ເວທີປາໄສ

ຕອນເຊົ້າວັນທີ 21 ກຸມພາ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເຂົ້າຮ່ວມ ແລະ ມີບົດກ່າວປາໄສສຳຄັນຢູ່ ເວທີປາໄສວິສາຫະກິດ ຫວຽດນາມ ປະຈຳປີ ດ້ວຍຫົວຂໍ້ “ຟື້ນຟູ ແລະ ພັດທະນາລະບົບສະໜອງໃນສະພາບປົກກະຕິໃໝ່”. ເຫດການໂດຍກະຊວງແຜນການ ແລະ ການລົງທຶນສົມທົບກັບທະນາຄານໂລກ, ອົງການການເງິນສາກົນ ແລະ ສະຫະພັນເວທີປາໄສວິສາຫະກິດ ຫວຽດນາມ ຈັດຂຶ້ນ.

ທີ່ກອງປະຊຸມ, ທ່ານ ຫງວຽນຈີຢຸງ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ໃຫ້ຮູ້ວ່າ ປີ 2021 ຫວຽດນາມ ບັນລຸໄດ້ບັນດາໝາກຜົນສຳຄັນ. ເສດຖະກິດມະຫາພາກສືບຕໍ່ໄດ້ຮັກສາເປັນປົກກະຕິ, ໄຟເງິນເຟີ້ໄດ້ຮັບການຄວບຄຸມ. ວົງການການສົ່ງອອກ - ນຳເຂົ້າເພີ່ມຂຶ້ນ 22,6% ດ້ວຍ ຈຳນວນເງິນເກືອບ 670 ຕື້ USD, ສູງທີ່ສຸດນັບແຕ່ກ່ອນມາຮອດປັດຈຸບັນ, ນຳຫວຽດນາມ ກາຍເປັນ 1 ໃນ 20 ປະເທດທີ່ມີຂອບຂະໜາດທາງການຄ້າໃຫຍ່ທີ່ສຸດໃນໂລກ.

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເນັ້ນໜັກວ່າ ປີ 2022 ແມ່ນປີ ທີ່ມີຄວາມໝາຍສຳຄັນທີ່ສຸດສຳລັບ ຫວຽດນາມ ເຊິ່ງໄດ້ສ້າງທ່ວງເພື່ອທ່າປະຕິບັດບັນດາເປົ້າໝາຍ, ກຳນົດທິດຍຸດທະສາດຈົນຮອດປີ 2030. ຫວຽດນາມ ພວມມີກາລະໂອກາດພັດທະນາຢ່າງແຮງ ບົນພື້ນຖານກຳລັງແຮງສັງລວມແຫ່ງຊາດ, ຄວາມສາມາດບົ່ມຊ້ອນ, ທີ່ຕັ້ງ, ອິດທິພົນຊື່ສຽງຂອງປະເທດຊາດພາຍຫຼັງການປ່ຽນແປງໃໝ່ມາເປັນເວລາ 35 ປີ.

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຖືວ່າ ໃນສະເພາະໜ້າຕ້ອງປະຕິບັດໂຄງການຟື້ນຟູ ແລະ ພັດທະນາເສດຖະກິດສັງຄົມຢ່າງມີປະສິດທິຜົນ, ຕິດພັນກັບໂຄງການສັງລວມໃນການປ້ອງກັນ, ຕ້ານໂຄວິດ - 19, ຍູ້ແຮງຍຸດທະສາດການສັກວັກຊິນ. ສືບຕໍ່ຮັບປະກັນເສດຖະກິດມະຫາພາກເປັນປົກກະຕິ, ປັບປຸງສະພາບແວດລ້ອມແຫ່ງການລົງທຶນດຳເນີນທຸລະກິດ, ຫັນເປັນດີຈີຕອນ, ພັດທະນາເສດຖະກິດດີຈີຕອນ, ສັງຄົມດີຈີຕອນ, ເສດຖະກິດຂຽວ, ເສດຖະກິໝູນວຽນ… ແລະ ປັບຕົວໃຫ້ແທດເໝາະກັບການປ່ຽນແປງຂອງດິນຟ້າອາກາດ…

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ - ລາວ ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ, ​ຮ່ວມ​ມືກັນ​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ດ້ານ​ປ້ອງ​ກັນ​ຊາດ

ຫວຽດ​ນາມ - ລາວ ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ, ​ຮ່ວມ​ມືກັນ​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ດ້ານ​ປ້ອງ​ກັນ​ຊາດ

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບທ່ານພົນເອກ ຈັນສະໝອນ ຈັນຍະລາດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ລາວ ທີ່ມາເຂົ້າຮ່ວມພິທີງານສົບລະດັບຊາດຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ.

Top