• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ພົບປະກັບປະທານາທິບໍດີ Joseph Biden

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຕີລາຄາວ່າ ການພົວພັນລະຫວ່າງ ຫວຽດນາມ - ອາເມລິກາ ແມ່ນການພົວພັນພິເສດ. ສອງປະເທດ ໄດ້ຜ່ານຜ່າອະດີດຕະການທີ່ເຈັບປວດຈາກສົງຄາມ, ພ້ອມກັນຮ່ວມມືຊຸກຍູ້ການພົວພັນຄູ່ຮ່ວມມືຮອບດ້ານ ໃຫ້ນັບມື້ນັບພັດທະນາຢ່າງແທດຈິງ ມີປະສິດທິຜົນໃນທຸກຂົງເຂດ
  ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ແລະ ທ່ານປະທານາທິບໍດີ ອາເມລິກາ Joe Biden   

ຕອນຄ່ຳວັນທີ 12 ພຶດສະພາ (ຕາມເວລາ ອາເມລິກາ), ໃນຂອບເຂດກອງປະຊຸມສຸດຍອດພິເສດ ອາຊຽນ - ອາເມລິກາ ຢູ່ນະຄອນຫຼວງ ວໍຊິງຕັນ, ປະເທດ ອາເມລິກາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ພົບປະກັບທ່ານປະທານາທິບໍດີ ອາເມລິກາ Joe Biden ຢູ່ທຳນຽບຂາວ. ການນຳສອງທ່ານ ໄດ້ແລກປ່ຽນກ່ຽວກັບການພົວພັນສອງຝ່າຍລະຫວ່າງຫວຽດນາມ - ອາເມລິກາ ແລະ ບັນຫາພາກພື້ນ, ສາກົນ.

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຕີລາຄາວ່າ ການພົວພັນລະຫວ່າງ ຫວຽດນາມ - ອາເມລິກາ ແມ່ນການພົວພັນພິເສດ. ສອງປະເທດ ໄດ້ຜ່ານຜ່າອະດີດຕະການທີ່ເຈັບປວດຈາກສົງຄາມ, ພ້ອມກັນຮ່ວມມືຊຸກຍູ້ການພົວພັນຄູ່ຮ່ວມມືຮອບດ້ານ ໃຫ້ນັບມື້ນັບພັດທະນາຢ່າງແທດຈິງ ມີປະສິດທິຜົນໃນທຸກຂົງເຂດ. ຫວຽດນາມ ປາດຖະໜາຢາກໃຫ້ອາເມລິກາສືບຕໍ່ໜູນຊ່ວຍ, ຊ່ວຍເຫຼືອ ແລະ ຮ່ວມມືກັບ ຫວຽດນາມ ໃນຂົງເຂດເຊິ່ງອາເມລິກາ ມີທ່າແຮງ ແລະ ຫວຽດນາມ ມີກຳລັງຄວາມສາມາດບົ່ມຊ້ອນ ແລະ ມີຄວາມຕ້ອງການເປັນຕົ້ນແມ່ນ ການປ້ອງກັນ, ຕ້ານພະຍາດ, ການຫັນເປັນດີຈີຕອນ, ການຫັນລະບົບສະໜອງເປັນຫຼາຍຮູບແບບ, ການຕ້ານການປ່ຽນແປງຂອງດິນຟ້າອາກາດ ແລະ ບຳລຸງກໍ່ສ້າງແຫຼ່ງຊັບພະຍາກອນມະນຸດ.

ທ່ານປະທານາທາບໍດີ Joseph Biden ໄດ້ແບ່ງປັນວ່າ ໃນນາມສ່ວນຕົວ ຍາມໃດທ່ານ ກໍ່ສະຫງວນອາລົມຈິດໃຫ້ແກ່ປະເທດ ແລະ ຊາວຫວຽດນາມ. ທ່ານໃຫ້ຮູ້ວ່າ ອາເມລິກາ, ໃນຖານະເປັນປະເທດພັດທະນາແຖວໜ້າ ແມ່ນຕ້ອງການຢາກຮ່ວມມືກັບບັນດາປະເທດກຳລັງພັດທະນາ ແລະດ້ອຍພັດທະນາ ໃນຫຼາຍຂົງເຂດທີ່ສຸດ, ໃນນັ້ນ, ມີການພັດທະນາເສດຖະກິດການຄ້າ, ການປ້ອງກັນໂລກລະບາດ, ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ.

(ແຫຼ່ງຄັດຈາກ VOV)

ສະ​ພາ​ສູງ ອາ​ເມ​ລິ​ກາ ຮັບ​ຮອງ​ເອົາ​ນະ​ໂຍ​ບາຍພົວ​ພັນ​ພາຍ​ໃນ​ປະ​ເທດ​ແບບ​ຮອບ​ດ້ານ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Donald Trump

ສະ​ພາ​ສູງ ອາ​ເມ​ລິ​ກາ ຮັບ​ຮອງ​ເອົາ​ນະ​ໂຍ​ບາຍພົວ​ພັນ​ພາຍ​ໃນ​ປະ​ເທດ​ແບບ​ຮອບ​ດ້ານ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Donald Trump

ວັນທີ 1 ກໍລະກົດ, ຢູ່ ວໍຊິງຕັນ, ສະພາສູງ ອາເມລິກາ ໂດຍພັກສາທາລະນະຄວບຄຸມໄດ້ຮັບຮອງເອົານະໂຍບາຍພົວພັນພາຍໃນປະເທດຢ່າງຮອບດ້ານຂອງທ່ານປະທານາທິບໍດີ Donald Trump ດ້ວຍອັດຕາບັດສະໜັບສະໜູນ 51 ບັດ ແລະ ບັດຄ້ານ 50 ບັດ.

Top