• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ: ປັບປຸງລະບອບລະບຽບການ, ກົນໄກນະໂຍບາຍໃຫ້ສົມບູນແບບເພື່ອສ້າງເງື່ອນໄຂພັດທະນາປະເທດຊາດ

ຕາມບົດລາຍງານທີ່ກອງປະຊຸມແລ້ວ, ສະພາບການທາງດ້ານເສດຖະກິດ - ສັງຄົມໃນເດືອນພຶດສະພາ ແລະ 5 ເດືອນຕົ້ນປີສືບຕໍ່ຈະເລີນເຕີບໂຕ, ບັນລຸໄດ້ຫຼາຍຜົນງານສຳຄັນໃນຂົງເຂດຕ່າງໆ.

ຕາມບົດລາຍງານທີ່ກອງປະຊຸມແລ້ວ, ສະພາບການທາງດ້ານເສດຖະກິດ - ສັງຄົມໃນເດືອນພຶດສະພາ ແລະ 5 ເດືອນຕົ້ນປີສືບຕໍ່ຈະເລີນເຕີບໂຕ, ບັນລຸໄດ້ຫຼາຍຜົນງານສຳຄັນໃນຂົງເຂດຕ່າງໆ.

    

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ກ່າວຄຳເຫັນທີ່ກອງປະຊຸມ

(ພາບ: chinhphu.vn)

ຕອນເຊົ້າວັນທີ 4 ມິຖຸນາ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເປັນປະທານກອງປະຊຸມປະຈຳເດືອນພຶດສາພາ 2022 ຂອງລັດຖະບານ. ຕາມບົດລາຍງານທີ່ກອງປະຊຸມແລ້ວ, ສະພາບການທາງດ້ານເສດຖະກິດ - ສັງຄົມໃນເດືອນພຶດສະພາ ແລະ 5 ເດືອນຕົ້ນປີສືບຕໍ່ຈະເລີນເຕີບໂຕ, ບັນລຸໄດ້ຫຼາຍຜົນງານສຳຄັນໃນຂົງເຂດຕ່າງໆ, ໄດ້ຮັບການຕີລາຄາສູງຈາກເພື່ອນມິດສາກົນ, ເພີ່ມຄວາມໄວ້ເນື້ອເຊື່ອໃຈໃຫ້ແກ່ປະຊາຊົນ, ວິສາຫະກິດ ແລະ ນັກລົງທຶນຕື່ມອີກ.

        ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຢັ້ງຢືນວ່າ: ບັນດາໝາກຜົນທີ່ບັນລຸໄດ້ໃນເດືອນພຶດສະພາ ແລະ 5 ເດືອນຕົ້ນປີ 2022 ໄດ້ສ້າງຄວາມໄວ້ເນື້ອເຊື່ອໃຈ ແລະ ເປັນພື້ນຖານທີ່ໜັກແໜ້ນເພື່ອສືບຕໍ່ຟື້ນຟູຢ່າງວ່ອງໄວ, ພັດທະນາເສດຖະກິດ - ສັງຄົມແບບຍືນຍົງ. ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຮຽກຮ້ອງວ່າ ໃນໄລຍະຈະມາເຖິງ, ຕ້ອງສຸມໃສ່ການປັບປຸງລະບອບລະບຽບການ, ກົນໄກນະໂຍບາຍໃຫ້ສົມບູນແບບເພື່ອແກ້ໄຂຈຸດອຸດຕັນ, ສ້າງເງື່ອນໄຂພັດທະນາປະເທດຊາດ; ຮັກສາເສດຖະກິດມະຫາພາກໃຫ້ເປັນປົກກະຕິ, ຄວບຄຸມໄພເງິນເຟີ້… ຮັບປະກັນການສະໜອງ - ຄວາມຕ້ອງການ, ລະບົບສະໜອງຈາລະຈອນສິນຄ້າ; ຕິດຕາມລາຄາ, ບໍລິຫານຕະຫຼາດໃຫ້ແໜ້ນແຟ້ນ, ຄວບຄຸມລາຄາໃຫ້ເໝາະສົມ, ການບໍລິຫານ. ຍູ້ແຮງບັນດາການເຄື່ອນໄຫວກະຕຸ້ນ, ສ້າງໂຄງປະກອບການຕະຫຼາດຄືນໃໝ່ ແລະ ສົ່ງເສີມໂຄສະນາການທ່ອງທ່ຽວ.

        ທ່ານນາຍົກລັດຖະມົນຕີ ກໍ່ຮຽກຮ້ອງໃຫ້ສຸມໃສ່ຜັນຂະຫຍາຍ 03 ໂຄງການເປົ້າໝາຍແຫ່ງຊາດ, ເຊິ່ງລວມມີ: ໂຄງການພັດທະນາເສດຖະກິດ - ສັງຄົມເຂດປະຊາຊົນເຜົ່າສ່ວນໜ້ອຍ ແລະ ເຂດພູດອຍ; ໂຄງການກໍ່ສ້າງຊົນນະບົດໃໝ່ ແລະ ໂຄງການເປົ້າໝາຍແຫ່ງຊາດຫລຸດຜ່ອນຄວາມທຸກຍາກ ແລະ ຮັບປະກັນຊີວິດສັງຄົມແບບຍືນຍົງ.

(ແຫຼ່ງຄັດຈາກ VOV)

ບັນ​ດາ​ການ​ເຄື່ອນ​ໄຫວ​ທີ່​ຟົດ​ຟື້ນຂອງ​ປະ​ຊາ​ຄົມ​ອິດ​ສະ​ລາມ ຫວຽດ​ນາມ

ບັນ​ດາ​ການ​ເຄື່ອນ​ໄຫວ​ທີ່​ຟົດ​ຟື້ນຂອງ​ປະ​ຊາ​ຄົມ​ອິດ​ສະ​ລາມ ຫວຽດ​ນາມ

ໃນໂອກາດນີ້, ຜູ້ຕາງໜ້າການນຳຄະນະພັກແຂວງ, ຄະນະກຳມະການປະຊາຊົນແຂວງ ແລະ ຄະນະກຳມະການແນວໂຮມປະເທດຊາດ ຫວຽດນາມ ແຂວງບິ່ງທ້ວນໄດ້ໄປຢ້ຽມຢາມ,ອວຍພອນບຸນປີໃໝ່ສະພາ ນັກບວດ ອິດສະລາມ ແຂວງບິ່ງທ້ວນ ແລະ ບັນດານັກບວດ, ຜູ້ມີຍົດສັກຕຳແໜ່ງ, ຜູ້ມີອິດທິພົນຊື່ສຽງຢູ່ບາງເມືອງໃນບໍລິເວນແຂວງ.

Top