• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ: ປະຕິບັດການວາງແຜນຜັງເປັນຢ່າງດີຈຶ່ງມີແຜນຮ່າງ ແລະ ນັກລົງທຶນທີ່ດີ

      ປະຕິບັດວຽການວາງແຜນຜັງຈະຕີລາຄາຄວາມສະມາດບົ່ມຊ້ອນໃຫ້ເປັນຢ່າງດີໄດ້, ເຫັນແຈ້ງກາລະໂອາດ, ຄວາມຫຍຸ້ງຍາກ, ສິ່ງທ້າທາຍ, ຈາກນັ້ນມີມາດຕະການແກ້ໄຂສຸມໃສ່ການພັດທະນາເສດຖະກິດ-ສັງຄົມຂອງແຕ່ລະທ້ອງຖິ່ນ.
(ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິນຈິງ)
      ວັນທີ 19 ສິງຫາ, ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິນຈິງ ໄດ້ເປັນປະທານກອງປະຊຸມທາງອອນລາຍທົ່ວປະເທດກ່ຽວກັບວຽກງານວາງແຜນຜັງ. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ໃສ່ໃຈວ່າ, ວຽກງານວາງແຜນຜັງຕ້ອງນັດໜ້າ, ມີການວາງແຜນສັງລວມ, ກວມລວມ, ຫັນກົດໝາຍວ່າດ້ວຍຜັງເມືອງຂອງສະພາແຫ່ງຊາດເປັນລະອຽດ, ຕິດຕາມຄວາມສາມາດບົ່ມຊ້ອນ, ທ່າແຮງແກ່ງແຍ້ງຂອງທ້ອງຖິ່ນ, ກະຊວງ, ຂະແໜງການ, ບັນດາຫົວໜ່ວຍຢ່າງໃກ້ຊິດ ເພື່ອພັດທະນາແບບຍືນຍົງ. ປະຕິບັດວຽການວາງແຜນຜັງຈະຕີລາຄາຄວາມສະມາດບົ່ມຊ້ອນໃຫ້ເປັນຢ່າງດີໄດ້, ເຫັນແຈ້ງກາລະໂອາດ, ຄວາມຫຍຸ້ງຍາກ, ສິ່ງທ້າທາຍ, ຈາກນັ້ນມີມາດຕະການແກ້ໄຂສຸມໃສ່ການພັດທະນາເສດຖະກິດ-ສັງຄົມຂອງແຕ່ລະທ້ອງຖິ່ນ. ມີການວາງແຜນຜັງທີດີແລ້ວຈຶ່ງມີແຜນຮ່າງ, ໂຄງການທີ່ດີ, ມີນັກລົງທຶນທີ່ດີ, ນຳໃຊ້ແຫຼ່ງເງິນລົງທຶນພາກລັດເປັນຢ່າງດີ ແລະ ພັດທະນາເສດຖະກິດ-ສັງຄົມຢ່າງມີປະສິດທິຜົນ.
        ເນື່ອງໃນໂອກາດກອງປະຊຸມຄັ້ງນີ້, ທ່ານນາຍົກລັດຖະມົນຕີໄດ້ກ່າວປາໄສກ່ຽວກັບວຽກງານປ້ອງກັນ, ຕ້ານໂລກລະບາດ. ທ່ານນາຍົກລັດຖະມົນຕີສະເໜີໃຫ້ທ້ອງຖິ່ນພວມປະຕິບັດການແຍກຫ່າງສັງຄົມ ຈົ່ງສືບຕໍ່ປະຕິບັດຢ່າງເຂັ້ມງວດ, ແຂວງໃດບໍ່ປະຕິບັດການແຍກຫ່າງສັງຄົມແມ່ນຊ່ວຍເຫຼືອແຫຼ່ງກຳລັງໃຫ້ບັນດາແຂວງທາງພາກໃຕ້; ກະກຽມແຫຼ່ງກຳລັງເພື່ອໃຫ້ຕອນໃດມີຄວາມຕ້ອງການສາມາດຈັດສົ່ງໄປໃນທັນທີໄດ້.
        ຕອນເຊົ້າວັນດຽວກັນ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ໄດ້ເຂົ້າຮ່ວມພິທີຕິດປາຍກິດຈະກຳສຳນັກງານສະຖາບັນວິທະຍາສາດອາຍາກະຊວງຕຳຫຼວດ, ເນື່ອງໃນໂອກາດສະເຫຼີມສະຫຼອງ 76 ປີແຫ່ງວັນສ້າງຕັ້ງກຳລັງຕຳຫຼວດປະຊາຊົນຫວຽດນາມ.
 (ແຫຼ່ງຄັດຈາກ VOV)

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ທ່ານເລຂາທິການໃຫຍ່ ໂຕເລິມ ໃຫ້ຮູ້ວ່າເພື່ອປະຕິບັດບັນດາເປົ້າໝາຍສ້າງກອງທັບປະຊາຊົນ ຫວຽດນາມປະຕິວັດ, ເປັນກຳລັງຫຼວງ, ຍອດຢ້ຽມ, ທັນສະໄໝ, ພັກ, ລັດມີຄວາມເອົາໃຈໃສ່ເປັນພິເສດເຖິງການກໍ່ສ້າງ, ພັດທະນາຂະແໜງອຸດສາຫະກຳປ້ອງກັນຊາດ.

Top