• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຕ້ອນຮັບຄະນະຜູ້ແທນມາດຕາ IV, ກອງທຶນເງິນຕາສາກົນ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໃຫ້ຮູ້ວ່າ, ເພື່ອຮັກສາທ່າເຕີບໂຕສູງ ແລະ ຍືນຍົງນັ້ນ, ລັດຖະບານ ຫວຽດນາມ ມີແຜນນະໂຍບາຍເຮັດໃໝ່ບັນດາກຳລັງໜູນການເຕີບໂຕທີ່ເປັນມູນເຊື້ອ.
ທີ່ການຕ້ອບຮັບ (ພາບ: TTXVN)

ຕອນບ່າຍວັນທີ 21 ມິຖຸນາ, ຢູ່ສຳນັກງານລັດຖະບານ, ທີ່ ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຕ້ອບຮັບຄະນະຜູ້ແທນມາດຕາ IV, ກອງທຶນເງິນຕາສາກົນ (IMF), ໂດຍທ່ານ Paulo Medas ເປັນຫົວໜ້າຄະນະ.

        ເມື່ອແຈ້ງຂໍ້ມູນກັບຄະນະ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໃຫ້ຮູ້ວ່າ, ເພື່ອຮັກສາທ່າເຕີບໂຕສູງ ແລະ ຍືນຍົງນັ້ນ, ລັດຖະບານ ຫວຽດນາມ ມີແຜນນະໂຍບາຍເຮັດໃໝ່ບັນດາກຳລັງໜູນການເຕີບໂຕທີ່ເປັນມູນເຊື້ອ (ການລົງທຶນ, ສົ່ງອອກ, ໃຊ້ສອຍ) ພ້ອມທັງຊຸກຍູ້ບັນດາກຳລັງໜູນການເຕີບໂຕໃໝ່ (ເສດຖະກິດດີຈີຕອນ, ເສດຖະກິດໝູນວຽນ, ເສດຖະກິດພູມປັນຍາ…). ຫວຽດນາມ ກໍ່ພວມຊຸກຍູ້ການລົງທຶນພາກລັດຢ່າງແຮງ, ໂດຍສະເພາະແມ່ນການພັດທະນາພື້ນຖານໂຄງລ່າງຄົມມະນາຄົມ; ຈະຈຳໜ່າຍພັນທະບັດລັດຖະບານ, ວິສາຫະກິດ, ກິດຈະກຳ; ປະຕິບັດບັນດາມາດຕະການຫຼຸດຜ່ອນພາສີ, ຄ່າທຳນຽມ ແລະ ບັນດານະໂຍບາຍອື່ນເພື່ອໜູນຊ່ວຍວິສາຫະກິດພັດທະນາ, ສ້າງຄວາມໄວ້ເນື້ອເຊື່ອໃຈ.

        ສ່ວນທ່ານ Paulo Medas ສະເໜີແນະໃຫ້ ຫວຽດນາມ ຕ້ອງສືບຕໍ່ສ້າງລະບອບລະບຽບການໃຫ້ສົມບູນແບບ, ສ້າງສະພາບແວດລ້ອມການດຳເນີນທຸລະກິດໂປ່ງໃສ; ເພີ່ມທະວີການຄຸ້ມຄອງ, ປ້ອງກັນຕ້ານການສໍ້ລາດບັງຫຼວງ; ສ້າງຄວາມສະດວກເພື່ອດຶງດູດການລົງທຶນ, ໂດຍສະເພາະແມ່ນໃນບັນດາຂົງເຂດພັດທະນາພື້ນຖານໂຄງລ່າງ, ພະລັງງານທົດແທນ… ທ່ານຢືນຢັນວ່າ, IMF ພ້ອມແລ້ວທີ່ຈະໜູນຊ່ວຍ ຫວຽດນາມ ຄືດັ່ງການສະເໜີຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ.

(ແຫຼ່ງຄັດຈາກ VOV)

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: ສືບ​ຕໍ່​ປຸກ​ລຸກ​ນ້ຳ​ໃຈ​ປ່ຽນ​ແປງ​ໃໝ່​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ວັນ​ລິງ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: ສືບ​ຕໍ່​ປຸກ​ລຸກ​ນ້ຳ​ໃຈ​ປ່ຽນ​ແປງ​ໃໝ່​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ວັນ​ລິງ

ຊີວິດ ແລະ ພາລະກິດຂອງທ່ານເລຂາທິການໃຫຍ່ ຫງວຽນວັນລິງ ຕິດພັນກັບຂະບວນການປະຕິວັດແຕ່ຊຸມປີ 1930 ຢູ່ພາກເໜືອ ຫວຽດນາມ ແລະ ຫຼາຍປີຢູ່ພາກໃຕ້ ຫວຽດນາມ ກ່ອນທີ່ຮັບດຳລົງຕຳແໜ່ງເປັນເລຂາທິການໃຫຍ່ພັກຄອມມູນິດ ຫວຽດນາມ ເມື່ອປີ 1986.

Top