• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຈະເຂົ້າຮ່ວມງານຕະຫລາດນັດຈີນ -ອາຊຽນ

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ຈະນຳຫນ້າຄະນະຜູ້ແທນ ຫວຽດນາມເຂົ້າຮ່ວມງານຕະຫລາດນັດ ຈີນ - ອາຊຽນ (CAEXPO) ແລະ ກອງປະຊຸມສຸດຍອດການຄ້າ - ການລົງທຶນ ຈີນ -ອາຊຽນ (CABIS) ຄັ້ງທີ 20 ຢູ່ ນະຄອນຫນານຫນິງ ແຂວງ ກວາງສີ ປະເທດຈີນ.ແ
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ. (ພາບປະກອບ: VOV)

ວັນທີ 14 ກັນຍາ, ກະຊວງການຕ່າງປະເທດ ຫວຽດນາມ ໄດ້ອອກແຈ້ງການໂດຍໃຫ້ຮູ້ວ່າ: ໂດຍຮັບຄຳເຊີນຂອງລັດຖະບານ ສປ ຈີນ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ຈະນຳຫນ້າຄະນະຜູ້ແທນ ຫວຽດນາມເຂົ້າຮ່ວມງານຕະຫລາດນັດ ຈີນ - ອາຊຽນ (CAEXPO) ແລະ ກອງປະຊຸມສຸດຍອດການຄ້າ - ການລົງທຶນ ຈີນ -ອາຊຽນ (CABIS) ຄັ້ງທີ 20 ຢູ່ ນະຄອນຫນານຫນິງ ແຂວງ ກວາງສີ ປະເທດຈີນ. ເຫດການດັ່ງກ່າວຈະດຳເນີນແຕ່ວັນທີ 16-17 ກັນຍາ.

ນອກນັ້ນ ແຈ້ງການຂອງກະຊວງການຕ່າງປະເທດ ຫວຽດນາມ ຍັງໃຫ້ຮູ້ວ່າ: ແຕ່ວັນທີ 17 – 26 ກັນຍາ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຈະນຳຫນ້າຄະນະຜູ້ແທນຂັ້ນສູງ ຫວຽດນາມໄປເຂົ້າຮ່ວມກອງປະຊຸມປຶກສາຫາລືຮ່ວມຂັ້ນສູງ ສະມັດຊາໃຫຍ່ ສປຊ ຊຸດທີ 78 ພ້ອມກັບການເຄື່ອນໄຫວສອງຝ່າຍ ຢູ່ ອາເມລິກາ. ທ່ານນາຍົກລັດຖະມົນຕີ ກໍ່ຈະໄປຢ້ຽມຢາມ ບຣາຊີນ ຢ່າງເປັນທາງການ ຕາມຄຳເຊີນຂອງປະທານາທິບໍດີ ບຣາຊິນ ທ່ານ Lula da Silva.

(ແຫຼ່ງຄັດຈາກ VOV)

ສະ​ພາ​ແຫ່ງ​ຊາດ​ປຶກ​ສາ​ຫາ​ລື​ກ່ຽວ​ກັບການ​ດຸ່ນ​ດຽງ​ຜົນ​ປະ​ໂຫຍດ​ລະ​ຫວ່າງ​ລັດ, ຜູ້​ນຳ​ໃຊ້​ທີ່​ດິນ​ ແລະ ນັກ​ລົງ​ທຶນ

ສະ​ພາ​ແຫ່ງ​ຊາດ​ປຶກ​ສາ​ຫາ​ລື​ກ່ຽວ​ກັບການ​ດຸ່ນ​ດຽງ​ຜົນ​ປະ​ໂຫຍດ​ລະ​ຫວ່າງ​ລັດ, ຜູ້​ນຳ​ໃຊ້​ທີ່​ດິນ​ ແລະ ນັກ​ລົງ​ທຶນ

ຕ້ອງ​ສ້າງສຳເລັດລະບອບລະບຽບການ​ກຳ​ນົດ​ລາ​ຄາ​ທີ່​ດິນ​ໃຫ້ດຸ່ນດ່ຽງຕະຫຼາດກັບຄວາມເປັນປົກກະຕິ, ໂປ່ງໃສ

Top