• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຈະເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ - ອາເມລິກາ ໃນເດືອນພຶດສະພາ

ໃນການຖະແຫລງຂ່າວນັດສາມັນຂອງກະຊວງການຕ່າງປະເທດ ຫວຽດນາມດຳເນີນໃນຕອນບ່າຍວັນທີ 21 ເມສາຢູ່ ຮ່າໂນ້ຍ, ທ່ານນາງ ເລທິທູຮັ່ງ ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ໃຫ້ຮູ້ວ່າ: ກອງປະຊຸມສຸດຍອດ ອາຊຽນ - ອາເມລິກາ ຈະດຳເນີນໃນວັນທີ 12 – 13 ພຶດສະພາ ຢູ່ ນະຄອນຫລວງ ວໍຊິງຕັນ, ອາເມລິກາ.

ໃນການຖະແຫລງຂ່າວນັດສາມັນຂອງກະຊວງການຕ່າງປະເທດ ຫວຽດນາມດຳເນີນໃນຕອນບ່າຍວັນທີ 21 ເມສາຢູ່ ຮ່າໂນ້ຍ, ທ່ານນາງ ເລທິທູຮັ່ງ ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ໃຫ້ຮູ້ວ່າ: ກອງປະຊຸມສຸດຍອດ ອາຊຽນ - ອາເມລິກາ ຈະດຳເນີນໃນວັນທີ 12 – 13 ພຶດສະພາ ຢູ່ ນະຄອນຫລວງ ວໍຊິງຕັນ, ອາເມລິກາ.

    

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ. ພາບ: VGP

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ຈະນຳຫນ້າຄະນະຜູ້ແທນຫວຽດນາມ ເຂົ້າຮ່ວມກອງປະຊຸມສຸດຍອດພິເສດ ອາຊຽນ - ອາເມລິກາ ແລະ ຢ້ຽມຢາມ, ເຮັດວຽກຢູ່ ອາເມລິກາ ແລະ ສະຫະປະຊາຊາດ.

ແລະກໍ່ທີ່ການຖະແຫລງຂ່າວ, ເມື່ອຕອບຄຳຖາມຂອງນັກຂ່າວທີ່ກ່ຽວຂ້ອງເຖິງເລື່ອງ ນັກທ່ອງທ່ຽວ ຫວຽດນາມ ເຂົ້າເມືອງ ໄຕ້ຫວັນ (ຈີນ) ຕ້ອງມີໃບຢັ້ງຢືນຜົນການວິໄຈຫາເຊື້ອ SARS -CoV- 2 ເປັນລົບ ໃນເວລາ 6 ຊົ່ວໂມງກ່ອນທີ່ຂຶ້ນຍົນ, ໂຄສົກກະຊວງການຕ່າງປະເທດຫວຽດນາມ ເລທິທູຮັ່ງ ໃຫ້ຮູ້ວ່າ: ດ້ວຍແຜນນະໂຍບາຍສ້າງເງື່ອນໄຂສະດວກທີ່ສຸດເພື່ອໃຫ້ຊາວຕ່າງປະເທດເຂົ້າເມືອງ, ໃນໄລຍະຜ່ານມາ ບັນດາອົງການກ່ຽວຂ້ອງຂອງຫວຽດນາມ ໄດ້ປະກາດໃຊ້ຫລາຍຂໍ້ກຳນົດ, ຄຳແນະນຳໃຫມ່ກ່ຽວກັບບັນດາມາດຕະການປ້ອງກັນ, ຕ້ານໂລກລະບາດໂຄວິດ- 19 ສຳລັບ ຫວຽດນາມ, ໃນນັ້ນ ມີເລື່ອງບໍ່ບັງຄັບໃຫ້ ຜູ້ເຂົ້າເມືອງທັງໝົດຕ້ອງປະຕິບັດການແຍກ, ໃນນັ້ນມີຜູ້ມາຈາກ ໄຕ້ຫວັນ (ຈີນ). ຫວຽດນາມ ກໍ່ມີຄວາມປາດຖະຫນາວ່າ  ບັນດາປະເທດ ແລະເຂດແຄ້ວນຈະມີຂໍ້ກຳນົດ, ການແນະນຳຄ້າຍຄືກັນ ຄື ຫັນລະບຽບການເຂົ້າເມືອງໃຫ້ຜູ້ທີ່ມາຈາກ ຫວຽດນາມ  ຜ່ານນັ້ນສາມາດຊຸກຍູ້ການຟື້ນຟູເສດຖະກິດ, ເພີ່ມທະວີການພົວພັນດ້ານວັດທະນະທຳ ພາຍຫລັງໂລກລະບາດ.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 58 ຢູ່ Kuala Lumpur (ມາເລເຊຍ), ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ບັນດາປະເທດ ຍີ່ປຸ່ນ, ຈີນ, ສະວິດ.

Top