
ຕອນບ່າຍວັນທີ 6 ມີນາ, ຢູ່ນະຄອນໂຮ່ຈີມິນ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊັວນຝຸກ ໄດ້ເປັນປະທານ “ການໂອ້ລົມສົນທະນາ 2045” ກັບບັນດາຜູ້ຕາງໜ້າວິສາຫະກິດ, ນັກປັນຍາຊົນດີເດັ່ນ, ຜູ້ຊ່ຽວຊານ… ເພື່ອແນໃສ່ຮັບຟັງສຽງເວົ້າຈາກບັນດານັກປັນຍາຊົນ ແລະ ວິສາຫະກິດ. ກ່າວຄຳເຫັນໄຂກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫງວຽນຊັວນຝຸກຊີ້ແຈງວ່າ: ປີ 2045 ແມ່ນຈຸດເວລາສະເຫຼີມສະຫຼອງ 70 ແຫ່ງວັນປະເທດຊາດໄດ້ຮັບການທ້ອນໂຮມເປັນເອກະພາບ ແລະ ຫວຽດນາມ ມີຄວາມເຊື່ອໝັ້ນຢ່າງແນວແນວ່າ: ຄວາມມຸ່ງມາດປາດຖະໜາຂອງປະທານໂຮ່ຈີມິນ ກ່ຽວກັບປະເທດຫວຽດນາມ ທີ່ສະຫງ່າລາສີ ເທົ່າທຽມກັບບັນດາປະເທດມະຫາອຳນາດ ຈະປະກົດຜົນເປັນຈິງ
ຢາກໃຫ້ ປະຊາຊົນຮັ່ງມີ, ປະເທດຊາດເຂັ້ມແຂງ, ຕ້ອງຖືການພັດທະນາ ຊີວິດການເປັນຢູ່ຂອງປະຊາຊົນເປັນສຳຄັນ. ຢາກມີຄວາມສະຫງ່າງລາສີ ເທົ່າທຽມກັບບັນດາປະເທດມະຫາອຳນາດ, ຕ້ອງມີວິສາຫະກິດທີ່ໃຫ່ຍໂຕເຂັ້ມແຂງ, ມີເຄື່ອງໝາຍການຄ້າທີ່ມີກຳລັງແກ້ງແຍ້ງກັບພາກພື້ນ ແລະ ທົ່ວໂລກໄດ້, ພິເສດແມ່ນຕ້ອງມີແຫຼ່ງກຳລັງມະນຸດທີ່ດີເດັ່ນ ເພື່ອສາມາດຮັບຜິດຊອບບັນດາວຽກງານໃຫ່ຍຂອງປະເທດຊາດໄດ້.ທີ່ການໂອ້ລົມສົນທະນາ, ການນຳຫຼາຍກຸ່ມບໍບິສັດ ສະແດງຄວາມເຫັນດີເຫັນພ້ອມກັບເປົ້າໝາຍ ເພື່ອສ້າງປະເທດຫວຽດນາມ ຈະເລີນຮຸ່ງເຮືອງ ໂດຍທ່ານນາຍົກລັດຖະມົນຕີ ຫງວຽນຊັວນຝຸກ ຍົກອອກມາ ພ້ອມທັງສະເໜີໃຫ້ລັດຖະບານ ຈົ່ງຍູ້ແຮງການພັດທະນາອຸດສາຫະກຳສຳຮອງ, ສ້າງກຳລັງແກ່ງແຍ້ງໃຫ້ແກ່ລະບົບສະໜອງ, ບຸລິມະສິດການລົງທຶນເພື່ອກໍ່ສ້າງພື້ນຖານໂຄງລ່າງ, ເສີມຂະຫຍາຍກຳລັງພາຍໃນ ເພື່ອຮັບກຳລັງພາຍນອກ…
“ການໂອ້ລົມສົນທະນາ 2045” ຈະຖືກຈັດຂຶ້ນເປັນປະຈຳປີກ່ຽວກັບຫຼາຍຫົວເລື່ອງຕ່າງກັນຄື: ວັດທະນະທຳ, ສັງຄົມ, ສິ່ງແວດລ້ອມ, ເສດຖະກິດ, ການປ້ອງກັນຊາດປ້ອງກັນຄວາມສະຫງົບ…ໂດຍມີການເປັນປະທານຂອງບັນດາການນຳພັກ, ລັດຫວຽດນາມ.
(ແຫຼ່ງຄັດຈາກ VOV)