ຕອນເຊົ້າວັນທີ 24 ກຸມພາ, ທ່ານ ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ລົງກວດກາວຽກງານກະກຽມ ທີ່ ສູນໜັງສືພິມສາກົນ ຮັບໃຊ້ ກອງປະຊຸມສຸດຍອດ ສ ອາເມລິກາ - ສປປ ເກົາຫຼີ ຢູ່ຫໍວັດທະນະທຳມິດະພາບ ຫວຽດ-ໂຊ (ຮ່າໂນ້ຍ).
ທ່ານນາຍົກລັດຖະມົນຕີເນັ້ນໜັກວ່າ, ນີ້ແມ່ນເຫດການສາກົນພົ້ນເດັ່ນ ໄດ້ທົ່ວໂລກສົນໃຈ. ຫວຽດນາມເປັນກຽດໄດ້ຮັບເລືອກເປັນສະຖານທີ່ຈັດຕັ້ງກອງປະຊຸມອັນສຳຄັນຕໍ່ສັນຕິພາບ ຂອງ ພາກພື້ນ ແລະ ໂລກ.
![]()
ຕອນເຊົ້າວັນທີ 24 ກຸມພາ, ທີ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ລົງກວດກາໂດຍກົງ ສູນໜັງສືພິມສາກົນ
ແລະ ວຽກງານການກະກຽມໃຫ້ແກ່ ກອງປະຊຸມສຸດຍອດ ສ ອາເມລິກາ- ສປປ ເກົາຫຼີ ຄັ້ງທີສອງ. ພາບ: ກົງດາດ
ພາຍຫຼັງການປະຊຸມຊີ້ນຳ, ທ່ານນາຍົກລັດຖະມົນຕີ ໄດ້ລົງກວດກາ ຕົວຈິງ ບັນດາພື້ນທີ່ດຳເນີນວິຊາການ ຂອງ ສູນໜັງສືພິມ. ພາບ: ກົງດາດ
![]()
ທ່ານນາຍົກລັດຖະມົນຕີລົງກວດກາເຂດຄົວກິນ ຂອງ ສູນໜັງສືພິມ. ຕາມຄະນະຈັດຕັ້ງ, ພື້ນທີ່ນີ້ມີລວງກວ້າງເກືອບ 2000 ຕາຕະລາງແມັດ,
ສາມາດບໍລິການສ່ວນຄາບກິນຕໍ່ມື້ໜຶ່ງ. ພາບ: ກົງດາດ
ທ່ານນາຍົກລັດຖະມົນຕີ ຢ້ຽມຢາມເຂດຄົວກິນ ຂອງ ສູນໜັງສືພິມສາກົນ ທີ່ຫໍວັດທະນະທຳມິດຕະພາບ. ພາບ: ກົງດາດ
![]()
ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ລົງກວດກາສະຖານທີ່ດຳເນີນວິຊາການ ຂອງ ສຳນັກຂ່າວສານຫວຽດນາມ
ທີ່ສູນໜັງສືພິມສາກົນ. ພາບ: ກົງດາດ ![]()
ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ລົງກວດກາສະຖານທີ່ດຳເນີນວິຊາການ ຂອງ ບັນດາກຸ່ມບໍລິສັດສຳນັກຂ່າວສານສາກົນ. ພາບ: VNA
![]()
ທີ່ສະຖານທີ່ປະຕູກວດກາດ້ານຄວາມສະຫງົບ ຂອງ ສູນໜັງສືພິມ, ທ່ານນາຍົກລັດຖະມົນຕີ ເນັ້ນໜັກວ່າ, ວຽກງານປ້ອງກັນຄວາມສະຫງົບ
ຕ້ອງໄດ້ຮັບບຸລິຍະສິດແຖວໜ້າ. ທຸກຄວາມກະກຽມ ເພື່ອການຕ້ອນຮັບບັນດານັກໜັງສືພິມສາກົນ ຕ້ອງໄດ້ດີທີສຸດ. ພາບ: ກົງດາດ |
ທ່ານນາຍົກລັດຖະມົນຕີສະແດງຄວາມເພີ່ງພໍໃຈ ກ່ຽວກັບຜົນສຳເລັດ ຂອງ ວຽກງານການກະກຽມ ໃຫ້ແກ່ກອງປະຊຸມ ແລະ ເນັ້ນໜັກການຮັບປະກັນຢ່າງເດັດຂາດ ໃຫ້ແກ່ທຸກຄົນ ເມື່ອມາຍັງ ຫວຽດນາມ, ມາຮ່າໂນ້ຍໃນໂອກາດນີ້.
ຫຼັງຈາກນັ້ນ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ລົງກວດກາສູນບັນຊາຮັບປະກັນຄວາມສະຫງົບໃຫ້ແກ່ ກອງປະຊຸມສຸດຍອດ ສ ອາເມລິກາ- ສປປ ເກົາຫຼີ.
ໂດຍ: ກົງດາດ/VNP