ກ່າວຄຳເຫັນສະຫຼຸບກອງປະຊຸມກ່ຽວກັບແຜນການເຕີບໂຕປີ 2027 ແລະ ບັນດາມາດຕະການບໍລິຫານໃນຊຸມເດືອນທີ່ຍັງເຫຼືອຂອງປີ 2026, ຈັດຂຶ້ນໃນຕອນບ່າຍວັນທີ 25 ພະຈິກ, ຢູ່ ຮ່າໂນ້ຍ, ທ່ານ ເລມິງຮຶງ, ນາຍົກລັດຖະມົນຕີ ຫວຽດນາມ ໄດ້ຮຽກຮ້ອງໃຫ້ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນຕ່າງໆ ສຸມໃສ່ຢ່າງເຂັ້ມງວດ, ຜັນຂະຫຍາຍຢ່າງຂ້ຽວຂາດບັນດາໜ້າທີ່, ມາດຕະການແກ້ໄຂເພື່ອບັນລຸເປົ້າໝາຍເຕີບໂຕປີ 2026; ສືບຕໍ່ຄວບຄຸມລາຄາ, ໄພເງິນເຟີ້, ຮັດແໜ້ນລະບຽບວິໄນການລົງທຶນພາກລັດ ແລະ ຍູ້ແຮງການປ່ອຍເງິນລົງທຶນ.
ກ່ຽວກັບແຜນການປີ 2027, ທ່ານນາຍົກລັດຖະມົນຕີໄດ້ເຫັນດີສ້າງມະຕິບໍລິຫານການເຕີບໂຕດ້ວຍທິດນຳ ມີຜູ້ຮັບຜິດຊອບຢ່າງຈະແຈ້ງ, ວຽກງານຈະແຈ້ງ, ຄວາມຄືບໜ້າຈະແຈ້ງ ແລະ ຜົນສົ້ນອອກຈະແຈ້ງ, ຖືວິທະຍາສາດ ເຕັກໂນໂລຊີ, ນະວັດຕະກຳ ແລະ ການຫັນເປັນດີຈີຕອນເປັນກຳລັງໜູນເຕີບໂຕ; ຊຸກຍູ້ການພັດທະນາໃນບັນດາຂົງເຂດໃໝ່. ພ້ອມກັນນັ້ນ, ສືບຕໍ່ປະຕິຮູບລະບຽບການບໍລິຫານ, ແກ້ໄຂຄວາມຫຍຸ້ງຍາກໃຫ້ແກ່ວິສາຫະກິດ, ຮັບປະກັນຄວາມໝັ້ນຄົງດ້ານພະລັງງານ ແລະ ຮັກສາຄວາມດຸນດ່ຽວໃຫຍ່ຂອງພື້ນຖານເສດຖະກິດ.






