• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ເປັນປະທານກອງປະຊຸມຄະນະປະຈໍາລັດຖະບານກ່ຽວກັບໂລກລະບາດ ໂຄວິດ - 19

      ຕອນເຊົ້າວັນທີ 9 ມິຖຸນາ, ຢູ່ສໍານັກງານລັດຖະບານ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໄດ້ເປັນປະທານກອງປະຊຸມຄະນະປະຈໍາລັດຖະບານ ກ່ຽວກັບວຽກງານປ້ອງກັນ ແລະ ສະກັດກັ້ນໂລກລະບາດໂຄວິດ - 19. 

ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ເປັນປະທານກອງປະຊຸມ (ພາບ:  VGP)
      ກ່າວຄໍາເຫັນທີ່ການເຮັດວຽກ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ຊີ້ແຈ້ງວ່າ ຫວຽດນາມ ຄວບຄຸມໂລກລະບາດໄດ້ເປັນຢ່າງດີ ແຕ່ຕ້ອງເຝົ້າລະວັງ ແລະ ບໍ່ຕ້ອງປະໝາດ ເມື່ອຈໍານວນຜູ້ຕິດເຊື້ອໃນໂລກຍັງຫຼາຍ ແລະ ກວດພົບຫຼາຍກໍລະນີຕິດເຊື້ອຄືນໃໝ່່ຢູ່ຫຼາຍປະເທດ. ທ່ານຖືວ່າ ວຽກງານສໍາຄັນທີ່ສຸດໃນຈຸດເວລານີ້ ແມ່ນຕ້ອງໜູນຊ່ວຍການຜະລິດດໍາເນີນທຸລະກິດພາຍໃນປະເທດ, ລວມທັງການພິຈາລະນາເຖິງເລື່ອງອະນຸຍາດໃຫ້ບັນດານັກຊ່ຽວຊານ, ນັກລົງທຶນ, ກໍາມະກອນທີ່ເປັນມືອາຊີບຕ່າງປະເທດເຂົ້າມາຫວຽດນາມ ໂດຍມີການຄວບຄຸມ ແລະ ມີມາດຕະການດ້ານສາລະນະສຸກທີ່ເໝາະສົມ.
        ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ຖືວ່າ ຕ້ອງສືບຕໍ່ຍູ້ແຮງການເຄື່ອນໄຫວນໍາເຂົ້າ - ສົ່ງອອກ, ການຄ້າ, ຫັນຕະຫຼາດເປັນຫຼາຍຮູບຫຼາຍແບບ. ສໍາລັບເລື່ອງມີປະຊາຊົນຫວຽດນາມຫຼາຍຄົນທີ່ອາໄສຢູ່ຕ່າງປະເທດ ຢາກກັບມາປະເທດ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ຮຽກຮ້ອງໃຫ້ກະຊວງການຕ່າງປະເທດ ແລະ ບັນດາກະຊວງ, ຂະແໜງການ ສະເໜີມາດຕະການຕ່າງໆທີ່ເໝາະສົມເພື່ອແກ້ໄຂບັນຫາດັ່ງກ່າວ.  
             ທ່ານນາຍົກລັດຖະມົນຕີ ຖືວ່າ ວຽກງານສຳຄັນໃນຂະນະນີ້ແມ່ນຕ້ອງໜູນຊ່ວຍການຜະລິດ, ດຳເນີນທຸລະກິດພາຍໃນປະເທດ, ນັບທັງ ຄິດໄລ່ເຖິງການອະນຸຍາດໃຫ້ນັກຊ່ຽວຊານ, ນັກລົງທຶນ, ກຳມະກອນທີ່ມີສີມືອາຊີບຕ່າງປະເທດເຂົ້າຫວຽດນາມໂດຍມີການຄວບຄຸມ ແລະ ຕ້ອງມີມາດຕະການປ້ອງກັນພະຍາດຢ່າງເໝາະສົມຈາກຂະແໜງການແພດ
        ພິເສດ, ທ່ານນາຍົກລັດຖະມົນຕີໄດ້ຮຽກຮ້ອງໃຫ້ບໍ່ຈຳກັດຈຳນວນຖ້ຽວບິນຂົນສົ່ງນັກຊ່ຽວຊານ, ນັກທຸລະກິດ, ນັກສຶກສາ, ນັກຮຽນ, ຜູ້ມີອາຍຸສຸງ… ຕາມມາດຕະຖານຂໍ້ກຳນົດກັບຄືນມາປະເທດ. ກ່ຽວກັບການເປີດບັນດາຖ້ຽວບິນການຄ້າສາກົນຄືນໃໝ່, ທ່ານນາຍົກລັດຖະມົນຕີໄດ້ມອບໃຫ້ຄະນະຊີ້ນຳປະກາດເຂດປອດໄພເພື່ອເປີດບັນດາຖ້ຽວບິນກັບບັນດາບໍລິເວນ ເຊິ່ງບໍ່ມີຜູ້ຕິດເຊື້ອພະຍາດ Covid – 19 ລາຍໃໝ່ຕື່ມອີກ ໃນຮອບເວລາ 30 ມື້ທີ່ຜ່ານມາ.
(ແຫຼ່ງຄັດຈາກ VOV)

ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເວືອງ​ດິ່ງ​ເຫວະ ໃຫ້​ການ​ຕ້ອນ​ຮັບ​ການ​ນຳ​ບັນ​ດາ​ພັກ​ຢູ່ Bangladesh ໃຫ້​ການ​ຕ້ອນ​ຮັບ​ປະ​ທານ​ສະ​ມາ​ຄົມ​ມິດ​ຕະ​ພາບ Bangladesh - ຫວຽດ​ນາມ

ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເວືອງ​ດິ່ງ​ເຫວະ ໃຫ້​ການ​ຕ້ອນ​ຮັບ​ການ​ນຳ​ບັນ​ດາ​ພັກ​ຢູ່ Bangladesh; ໃຫ້​ການ​ຕ້ອນ​ຮັບ​ປະ​ທານ​ສະ​ມາ​ຄົມ​ມິດ​ຕະ​ພາບ Bangladesh - ຫວຽດ​ນາມ

ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ໄດ້ສະແດງຄວາມຫວັງຈະພ້ອມກັບ Bangladesh ປັບປຸງ, ເພີ່ມທະວີການພົວພັນມິດຕະພາບ ແລະ ຍູ້ແຮງການຮ່ວມມືໃນທຸກຂົງເຂດ, ໃນນັ້ນມີບັນດາຊ່ອງທາງພັກ ແລະ ພົບປະແລກປ່ຽນປະຊາຊົນ.

Top