• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ຕ້ອນຮັບບັນດາເອກອັກຄະລັດຖະທູດ ຫວຽດນາມ ປະຈໍາ ຕ່າງປະເທດກ່ອນຈະອອກເດີນທາງໄປປະຕິບັດໜ້າທີ່

ຕອນຄໍ່າວັນທີ 9 ຕຸລາ, ຢູ່ສໍານັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໄດ້ໃຫ້ການຕ້ອນຮັບຄະນະບັນດາເອກອັກຄະລັດຖະທູດ, ຫົວໜ້າອົງການຕາງໜ້າຫວຽດນາມ ປະຈໍາ ຕ່າງປະເທດ ອາຍຸການ 2019 – 2022 ກ່ອນຈະອອກເດີນທາງໄປປະຕິບັດໜ້າທີ່.

ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ຕ້ອນຮັບບັນດາເອກອັກຄະລັດຖະທູດ ຫວຽດນາມ ປະຈໍາ ຕ່າງປະເທດກ່ອນຈະອອກເດີນທາງໄປປະຕິບັດໜ້າທີ່ (ພາບ: chinhphu.vn)

ອວຍພອນບັນດາເອກອັກຄະລັດຖະທູດເຊິ່ງພັກ, ລັດ ໄດ້ເຊື່ອໝັ້ນມອບໝາຍໜ້າທີ່ອັນສໍາຄັນ ເປັນເອກອັກຄະລັດຖະທູດຫວຽດນາມ ປະຈໍາ ຕ່າງປະເທດ, ທ່ານນາຍົກລັດຖະມົນຕີ  ຫງວຽນຊວັນຟຸກ ປາດຖະໜາວ່າ ບັນດາເອກອັກຄະລັດຖະທູດ ຈະເສີມຂະຫຍາຍຄຸນທາດ, ກໍາລັງຄວາມສາມາດ, ຄຸນສົມບັດ, ວິຊາສະເພາະ ເພື່ອປະຕິບັດໜ້າທີ່ໃຫ້ເປັນຢ່າງດີ. ພ້ອມທັງສະເໜີໃຫ້ບັນດາເອກອັກຄະລັດຖະທູດ ຕ້ອງມານະພະຍາຍາມ ເພື່ອປະກອບສ່ວນເຂົ້າໃນຄວາມຮຽກຮ້ອງຕ້ອງການພັດທະນາປະເທດຊາດ ດ້ວຍຫຼາຍຜົນງານທາງເສດຖະກິດ-ສັງຄົມ, ການຕ່າງປະເທດທີ່ສໍາຄັນ. ບັນດາເອກອັກຄະລັດຖະທູດ ຕ້ອງກໍາແໜ້ນແນວທາງການພົວພັນຕ່າງປະເທດຂອງພັກ, ລັດ ເພື່ອໝູນໃຊ້ຢ່າງມີໄຫວພິບ, ວິທະຍາສາດ, ປະຕິບັດແນວທາງການຕ່າງປະເທດຂອງພັກ ແລະ ລັດ; ຜ່ານນັ້ນປະກອບສ່ວນຮັກສາເອກະລາດ ແລະ ສ້າງຄວາມເຂັ້ມແຂງຂອງດ້ວຍຕົນເອງຂອງຊາດ, ສ້າງປະເທດແຫ່ງສັນຕິພາບ, ສະຖຽນລະພາບ, ຍົກສູງທີ່ຕັ້ງ, ບົດບາດຂອງຫວຽດນາມບົນເວທີສາກົນ.

        ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ກໍສະເໜີວ່າ ບັນດາເອກອັກຄະລັດຖະທູດຍາມໃດກໍຕ້ອງປະດິດຄິດສ້າງ ແລະ ມີຄວາມຢຶດໝັ້ນຕໍ່ການປະຕິບັດໜ້າທີ່, ມີຄວາມມານະອົດທົນ ແລະ ມີຄວາມຮັບຜິດຊອບສູງຕໍ່ວຽກງານປົກປ້ອງສິດ ແລະ ຜົນປະໂຫຍດຂອງພົນລະເມືອງຫວຽດນາມ, ຊຸກຍູ້ການຮ່ວມມືລະຫວ່າງ ຫວຽດນາມ ກັບບັນດາປະເທດ. ສິ່ງທີ່ໜ້າເອົາໃຈໃສ່ນັ້ນແມ່ນ ຕ້ອງປະສານສົມທົບລະຫວ່າງການຕ່າງປະເທດດ້ານການເມືອງກັບການຕ່າງປະເທດດ້ານເສດຖະກິດ, ວັດທະນະທໍາ ເພື່ອຊຸກຍູ້ການຮ່ວມມືໃນທຸກດ້ານກັບບັນດາປະເທດ. ພ້ອມກັນນັ້ນ, ຕ້ອງປະຕິບັດວຽກງານປົກປ້ອງພົນລະເມືອງໃຫ້ເປັນຢ່າງດີ, ບັນດາເອກອັກຄະລັດຖະທູດຕ້ອງເອົາໃຈໃສ່, ຊ່ວຍເຫຼືອຊາວຫວຽດນາມ ຢູ່ຕ່າງປະເທດຮັກສາມູນເຊື້ອວັດທະນະທໍາຂອງຊາວຫວຽດນາມ.

(ແຫຼ່ງຄັດຈາກ VOV)

ປະ​ທາ​ນາ​ທິ​ບໍ​ດີ ແຟງ​ລັງ ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ​ທ່ານ​ເລ​ຂ​າ​ທິ​ການ​ໃຫຍ່ ໂຕ​ເລິມ ພ້ອມ​ດ້ວຍ​ພັນ​ລະ​ຍາ ແລະ ຄະ​ນະ​ຜູ້​ແທນ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ

ປະ​ທາ​ນາ​ທິ​ບໍ​ດີ ແຟງ​ລັງ ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ​ທ່ານ​ເລ​ຂ​າ​ທິ​ການ​ໃຫຍ່ ໂຕ​ເລິມ ພ້ອມ​ດ້ວຍ​ພັນ​ລະ​ຍາ ແລະ ຄະ​ນະ​ຜູ້​ແທນ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ

ຕອນເຊົ້າວັນທີ 21 ຕຸລາ (ຕາມເວລາທ້ອງຖິ່ນ, ກົງກັບຕອນບ່າຍຕາມເວລາ ຮ່າໂນ້ຍ), ຢູ່ທຳນຽບປະທານາທິບໍດີ ຢູ່ ນະຄອນຫຼວງ Helsinki, ທ່ານປະທານາທິບໍດີ ສ. ແຟງລັງ Alexander Stubb ແລະ ພັນລະຍາ ໄດ້ເປັນປະທານພິທີຕ້ອນຮັບທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໂຕເລິມ ແລະ ພັນລະຍາ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຫວຽດນາມ ມາຢ້ຽມຢາມ ແຟງລັງ ຢ່າງເປັນທາງການ ແຕ່ວັນທີ 20 – 22 ຕຸລາ.

Top