• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ຕ້ອນຮັບທ່ານເອກອັກຄະລັດຖະທູດ ຊູແອັດ

ປັດຈຸບັນ ກະແສຟອງບັນດາວິສາຫະກິດຂອງ ຊູແອັດ ສົນໃຈຕໍ່ຫວຽດນາມ ແມ່ນເຫັນໄດ້ຢ່າງຈະແຈ້ງ ແລະ ປາດຖະໜາຢາກລງທຶນຢູ່ຫວຽດນາມ ໃນຫຼາຍຂົງເຂດ. 

ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ຕ້ອນຮັບທ່ານ  Pereric Hogberg ເອກອັກຄະລັດຖະທູດ ຊູແອັດປະຈໍາຫວຽດນາມ (ພາບ: TTXVN)

ຕອນບ່າຍວັນທີ 31 ກໍລະກົດ, ຢູ່ສໍານັກງານລັດຖະບານ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໄດ້ໃຫ້ການຕ້ອນຮັບທ່ານ  Pereric Hogberg ເອກອັກຄະລັດຖະທູດ ຊູແອັດປະຈໍາຫວຽດນາມ ເນື່ອງໃນໂອກາດສິ້ນສຸດອາຍຸການປະຕິບັດໜ້າທີ່່ທາງການທູດຢູ່ຫວຽດນາມ. ທີ່ການຕ້ອນຮັບ, ທ່ານເອກອັກຄະລັດຖະທູດ ຊູແອັດ Pereric Hogberg ໃຫ້ຮູ້ວ່າ ປັດຈຸບັນ ກະແສຟອງບັນດາວິສາຫະກິດຂອງ ຊູແອັດ ສົນໃຈຕໍ່ຫວຽດນາມ ແມ່ນເຫັນໄດ້ຢ່າງຈະແຈ້ງ ແລະ ປາດຖະໜາຢາກລງທຶນຢູ່ຫວຽດນາມ ໃນຫຼາຍຂົງເຂດ. ຊູແອັດ ກໍເຫັນໄດ້ວ່າ ຈໍານວນວິສາຫະກິດຫວຽດນາມ ມີຄວາມສົນໃຈເຖິງປະເທດນີ້ ນັບມື້ນັບຫຼາຍຂຶ້ນ.

        ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ສະເໜີສອງຝ່າຍ ຊຸກຍູ້ການຮ່ວມມືໃນຂົງເຂດການຄ້າ, ການລົງທຶນຢ່າງແຮງກວ່າອີກ, ໂດຍສະເພາະແມ່ນກ່ຽວກັບການປ່ຽນແປງໃໝ່ປະດິດຄິດສ້າງ, ວິທະຍາສາດ, ເຕັກໂນໂລຢີ. ບົນພື້ນຖານສາຍພົນພັນອັນດີງາມລະຫວ່າງສອງປະເທດ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ປາດຖະໜາວ່າ ສອງປະເທດຈະຊຸກຍູ້ການພົວພັນແລກປ່ຽນປະຊາຊົນ ເປັນພື້ນຖານສໍາຄັນເພື່ອຊຸກຍູ້ການພົວພັນໃນບັນດາຂົງເຂດ. 

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ - ລາວ ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ, ​ຮ່ວມ​ມືກັນ​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ດ້ານ​ປ້ອງ​ກັນ​ຊາດ

ຫວຽດ​ນາມ - ລາວ ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ, ​ຮ່ວມ​ມືກັນ​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ດ້ານ​ປ້ອງ​ກັນ​ຊາດ

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບທ່ານພົນເອກ ຈັນສະໝອນ ຈັນຍະລາດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ລາວ ທີ່ມາເຂົ້າຮ່ວມພິທີງານສົບລະດັບຊາດຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ.

Top