• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ: ກະສິກໍາ ແມ່ນຂະແໜງສົ່ງອອກຫຼັກແຫຼ່ງ

      ຕອນບ່າຍວັນທີ 23 ທັນວາ, ຢູ່ຮ່າໂນ້ຍ, ກະຊວງກະສິກໍາ ແລະ ພັດທະນາຊົນນະບົດຫວຽດນາມ ໄດ້ຈັດຕັ້ງກອງປະຊຸມອອນລາຍສະຫຼຸບພາລະໜ້າທີ່ປີ 2019 ແລະ ຜັນຂະຫຍາຍພາລະໜ້າທີ່ປີ 2020. 

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ (ພາບ: VGP) 
      ກ່າວຄໍາເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໄດ້ວາງອອກບາງຄາດໝາຍສໍາຄັນໃຫ້ແກ່ຂະແໜງກະສິກໍາ ພ້ອມທັງເນັ້ນໜັກວ່າ ຂະແໜງກະສິກໍາ ຕ້ອງສວມບົດບາດດີກວ່າເກົ່າໃນພື້ນຖານເສດຖະກິດ. ໃນນັ້ນ, ປີ 2020, ລະດັບເຕີບໂຕ GDP ຂອງຂົງເຂດກະສິກໍາຕ້ອງບັນລຸ 3% ; ວົງເງິນສົ່ງອອກຜະລິດຕະພັນກະເສດ, ເຄື່ອງປ່າຂອງດົງ, ສິນໃນນໍ້າ ບັນລຸກວ່າ 43 ຕື້ USD; ມີສະຫະກອນການກະເສດສ້າງຕັ້ງໃໝ່ 2.000 ແຫ່ງ ເຮັດໃຫ້ຈໍານວນສະຫະກອນຂອງປະເທດຂຶ້ນເຖິງ 17.000 ແຫ່ງ. ມີການເປີດສະຫຼອງໂຮງຈັກໂຮງງານປຸງແຕ່ງໃໝ່ຫຼາຍແຫ່ງ ແລະ ມີເຂດຜະລິດກະສິກຳເຕັກໂນໂລຊີສູງຫຼາຍແຫ່ງ. ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໄດ້ເນັ້ນໜັກວ່າ:
ຂະແໜງກະສິກຳ ຕ້ອງສືບຕໍ່ສຸມໃສສ້າງໂຄງປະກອບຄືນໃໝ່, ຖືການພັດທະນາການຜະລິດຜະລິດຕະພັນກະເສດ, ໝູນໃຊ້ເຕັກໂນໂລຢີສູງ, ເພີ່ມທະວີຂອດປຸງແຕ່ງ, ການເກັບຮັກສາຜະລິດຕະພັນກະເສດ, ຜະລິດຕາມສະພາບການ ແລະ ຄວາມຮຽກຮ້ອງຕ້ອງການຂອງຕະຫຼາດ, ເປີດກວ້າງການພັດທະນາຕະຫຼາດ ແມ່ນບັນດາຂອດບຸກທະລຸຂອງຂະແໜງໃນປີ 2020 ແລະ ຊຸມປີຕໍ່ໆໄປ. ເລື່ອງທີ 2 ແມ່ນ ຮັບປະກັນດ້ານຄຸນນະພາບ ແລະ ຮັກສາຊື່ສຽງຂອງຜະລິດຕະພັນກະເສດ. ພິເສດແມ່ນເປີດກວ້າງຕະຫຼາດ, ໂດຍສະເພາະແມ່ນຕະຫຼາດ 28 ປະເທດຂອງ ສະຫະພາບ ເອີຣົບ”.
        ທ່ານນາຍົກລັດຖະມົນຕີ ສະເໜີໃຫ້ຂະແໜງກະສິກໍາ ຍູ້ແຮງການຫັນປ່ຽນໂຄງປະກອບການປູກຝັງ, ລ້ຽງສັດໃຫ້ເໝາະສົມກັບຄວາມຮຽກຮ້ອງຕ້ອງການຂອງຕະຫຼາດ, ປັບຕົວເຂົ້າກັບການປ່ຽນແປງຂອງດິນຟ້າອາກາດ. ສືບຕໍ່ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ປ້ອງກັນ, ຕ້ານໄພທໍາມະຊາດ, ພິເສດແມ່ນຕັດສິນໃຈຍາດເອົາບັດຂຽວຂອງ  ຄະນະກໍາມະການເອີຣົບ (EC) ແທນໃຫ້ບັດເຫຼືອງໃນປັດຈຸບັນ.  
 (ແຫຼ່ງຄັດຈາກ VOV)

ການ​ສົ່ງ​ອອກ​ເຄື່ອງເອ​ເລັກ​ໂຕ​ນິກ​ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍບັນ​ລຸ​ 145 ຕື້ USD

ການ​ສົ່ງ​ອອກ​ເຄື່ອງເອ​ເລັກ​ໂຕ​ນິກ​ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍບັນ​ລຸ​ 145 ຕື້ USD

ໃນສະພາບການພູມສາດການເມືອງ ແລະ ເຕັກໂນໂລຢີທົ່ວໂລກ ມີການປ່ຽນແປງຢ່າງລຽນຕິດນັ້ນ, ຫວຽດນາມ ພວມຫັນປ່ຽນຈາກ “ໂຮງງານຜະລິດ” ກາຍເປັນສູນນະວັດຕະກໍາເຕັກໂນໂລຢີສູງຂອງພາກພື້ນ” ເທື່ອລະກ້າວ. ດ້ວຍວົງເງິນສົ່ງອອກເຄື່ອງເອເລັກໂຕນິກບັນລຸກວ່າ 125 ຕື້ USD ໃນປີ 2024 ແລະ ທ່າອຽງພວມເຕີບໂຕຢ່າງວ່ອງໄວ, ພ້ອມກັບການປະກົດຕົວຂອງສູນຄົ້ນຄວ້າ ແລະ ພັດທະນາ (R&D) ຕ່າງປະເທດທີ່ນັບມື້ນັບຫຼາຍ, ຫວຽດນາມ ພວມມຸ່ງໄປເຖິງເປົ້າໝາຍ ສົ່ງອອກເຄື່ອງເອເລັກໂຕນິກໃຫ້ບັນລຸ 145 ຕື້ USD.

Top