• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ເປັນປະທານກອງປະຊຸມສົ່ງເສີມການລົງທຶນຢູ່ແຂວງ ກຽນຢາງ

ກອງປະຊຸມສົ່ງເສີມການລົງທຶນແຂວງກຽນຢາງປະຈຳປີ 2019 ດ້ວຍຫົວຂໍ້ວ່າ: “ກຽນຢາງ-ທ່າແຮງບົ່ມຊ້ອນ, ກາລະໂອກາດການລົງທຶນແລະພັດທະນາແບບຍືນຍົງ”.

ທ່ານນາຍົກລັດຖະມົນຕີຫວຽດນາມຫງວຽນຊວນຟຸກເຂົ້າຮ່ວມກອງປະຊຸມສົ່ງເສີມການລົງທຶນແຂວງກຽນຢາງ (ພາບ: VNA)

ວັນທີ 29 ກໍລະກົດ, ທີ່ນະຄອນແຢັກຢ໋າ, ທ່ານນາຍົກລັດຖະມົນຕີຫວຽດນາມຫງວຽນຊວນຟຸກເປັນປະທານກອງປະຊຸມສົ່ງເສີມການລົງທຶນແຂວງກຽນຢາງປະຈຳປີ 2019 ດ້ວຍຫົວຂໍ້ວ່າ: “ກຽນຢາງ-ທ່າແຮງບົ່ມຊ້ອນ, ກາລະໂອກາດການລົງທຶນແລະພັດທະນາແບບຍືນຍົງ”. ມີຜູ້ແທນເກືອບ 500 ທ່ານ,ໃນນັ້ນມີການນຳບັນດາກະຊວງ, ຂະແໜງການ, ທ້ອງຖິ່ນແລະຕົ້ນຕໍແມ່ນບັນດາວິສະຫະກິດທັງພາຍໃນ ແລະຕ່າງປະເທດໄດ້ເຂົ້າຮ່ວມກອງປະຊຸມ. ກອງປະຊຸມມີຈຸດປະສົງແນະນຳ, ເຊື້ອເຊີນບັນດານັກລົງທຶນເຂົ້າມາຊອກຮູ້ກາລະໂອກາດລົງທຶນໃນ 118 ບັນຊີລາຍຊື່ໂຄງການໃນຂົງເຂດດ້ານການທ່ອງທ່ຽວ, ດ້ານກະສິກຳທີ່ນຳໃຊ້ເຕັກໂນໂລຊີສູງ, ການຜະລິດອຸດສະຫະກຳ ແລະສິ່ງແວດລ້ອມ.

        ທ່າແຮງແຂວງກຽນຢ່າງແມ່ນມີຕົວເມືອງຫຼາຍເຂດຕັ້ງຢູ່ແຄມທະເລ, ມີປູສະນີຍະສະຖານທາງດ້ານວັດທະນະທຳອັນເກົ່າແກ່ຫຼາຍແຫ່ງ, ມີທັດສະນີຍະສະພາບທີ່ເປັນເອກະລັກ, ມີເຂດທະເລທີ່ກ້ວາງໃຫ່ຍພ້ອມກັບເກາະນ້ອຍ,ໃຫ່ຍກວ່າ 100 ແຫ່ງ. ນັບແຕ່ປີ 2015ທີ່ຜ່ານມາ, ທາງແຂວງໄດ້ສຸມໃສ່ພັດພະນາເມືອງເກາະຝູກ໊ວກ, ລົງທຶນໃນເຂດພື້ນຖານໂຄງລ່າງຄົມມະນາຄົມແລະພັດທະນາຊັບພະຍາກອນມະນຸດດ້ານການທ່ອງທ່ຽວ… ທາງແຂວງຍັງພ້ອມຍູ້ແຮງແກ້ໄຂຈຸດຄົງຄ້າງກ່ຽວກັບລະບຽບການບໍລິຫານ, ເຮັດສຳເລັດຂໍ້ກອບນິຕິກຳ, ປັບປຸງສະພາບແວດລ້ອມແຫ່ງການລົງທຶນດຳເນີນທຸລະກິດ. ພ້ອມດຽວກັນນັ້ນກໍ່ຍັງໄດ້ຍູ້ແຮງເຮັດສຳເລັດການວາງແຜນກຳນົດ, ສ້າງບັນດານະໂຍບາຍບູລິມະສິດ, ສ້າງພື້ນຖານໂຄງລ່າງດ້ານຄົມມະນາຄົມໃຫ້ສຳເລັດບໍລິບູນ.

(ແຫຼ່ງຄັດຈາກ VOV)

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ໄດ້ອັດລົງດ້ວຍຜົນສຳເລັດອັນຈົບງາມ, ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບຄວາມໄວ້ວາງໃຈໃຫ້ດຳລົງຕຳແໜ່ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ຕໍ່ອີກໜຶ່ງສະໄໝ (2026-2030).

Top