• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ພົບປະກັບທ່ານປະທານາທິບໍດີ ມຽນມາ

      ຕອນເຊ້ົາວັນທີ 11 ພຶດສະພາ, ຢູ່ສໍານັກງານລັດຖະບານ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ພົບປະກັບທ່ານປະທານາທິບໍດີ ມຽນມາ Win Myint ເຊິ່ງພວມມີການຢ້ຽມຢາມຫວຽດນາມ ແລະ ເຂົ້າຮ່ວມວັນບຸນ ວິສາຂະບູຊາ Vesak ສປຊ 2019. 

ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ແລະ ທ່ານປະທານາທິບໍດີ ມຽນມາ Win Myint (ພາບ: VGPໍ)
      ນະທີ່ນີ້, ສອງຝ່າຍໃຫ້ຄໍາໝັ້ນສັນຍາຈະເຮັດໃຫ້ການຮ່ວມມືດ້ານການຄ້າສອງຝ່່າຍເລິກເຊິ່ງກວ່າອີກ ເພື່ອແນໃສ່ບັນລຸຄາດໝາຍວົງເງິນການຄ້າສອງຝ່າຍ 1 ຕື້ USD. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ສະເໜີ ມຽນມາ ເອົາໃຈໃສ່ຊຸກຍູ້ບັນດາໂຄງການກະສິກໍາ ແລະ ສິນໃນນໍ້າທີ່ພວມຜັນຂະຫຍາຍລະຫວ່າງສອງປະເທດ; ຊຸກຍູ້ການພັດທະນາບັນດາໂຄງການເຊື່ອມຕໍ່ຄົມມະນາຄົມທາງບົກ ແລະ ການຂົນສົ່ງທາງທະເລ,  ກ່່ອນອື່ນໝົດ ແມ່ນດໍາເນີນການສໍາຫຼວດເສັ້ນທາງທີ່ຂຶ້ນກັບດິນແດນຂອງ ມຽນມາ ເພື່ອເຊື່ອມຕໍ່ເສັ້ນທາງແຕ່ ຮ່າໂນ້ຍ - ເຕີຍຈາງ ໄປຍັງ ປະເທດລາວ.
        ທ່ານປະທານາທິບໍດີ ມຽນມາ Win Myint ຢັ້ງຢືນວ່າ ຈະໜູນຊ່ວຍ, ຮ່ວມມືກັບຫວຽດນາມ ຢ່າງແໜ້ນແຟ້ນໃນປີເປັນປະທານ ອາຊຽນ 2020 ເພື່ອແນໃສ່ສືບຕໍ່ພັດທະນາປະຊາຄົມ ອາຊຽນ, ເສີມຂະຫຍາຍບົດບາດເປັນໃຈກາງ ແລະ ປັບປຸງນໍ້າໃຈສາມັກຄີ ຂອງ ອາຊຽນ.
        ນອກຈາກນັ້ນ ສອງຝ່າຍກໍເນັ້ນໜັ້ກເຖິງຄວາມສໍາຄັນຂອງການຮັກສາສັນຕິພາບ ແລະ ສະຖຽນລະພາບໃນພາກພື້ນ, ຄວາມເສລີໃນການເດີນທະເລ, ການບິນຢູ່ທະເລຕາເວັນອອກ; ພ້ອມທັງຢັ້ງຢືນສະໜັບສະໜູນການແກ້ໄຂບັນດາການຂັດແຍ້ງກັນບົນພື້ນຖານເຄົາລົບກົດໝາຍສາກົນ, ສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ 1982; ໃຫ້ຄໍາໝັ້ນສັນຍາສະໜັບສະໜູນການປະຕິບັດຖະແຫຼງການກ່ຽວກັບການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC) ແລະ ກົດແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (COC) ບັນລຸຜົນສັກສິດ ແລະ ມີປະສິດທິຜົນໂດຍໄວ.
        ແລະກໍໃນວັນດຽວກັນ, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ກໍໄດ້ເຂົ້າຢ້ຽມຂໍ່ານັບທ່ານປະທານາທິບໍດີ ມຽນມາ Win Myint ເຊັ່ນດຽວກັນ. ເນື່ອງໃນໂອກາດນີ້, ທ່ານປະທານາທິບໍດີ ມຽນມາ ຢັ້ງຢືນວ່າ ມຽນມາສະໜັບສະໜູນ ຫວຽດນາມ ອອກສະໝັກເລືອກຕັ້ງເປັນກໍາມະການບໍ່ປະຈໍາສະພາຄວາມໝັ້ນຄົງ ສປຊ ອາຍຸການ 2020 – 2021; ພ້ອມທັງໃຫ້ຮູ້ວ່າ, ໃນອາຍຸການເປັນປະທານທິບໍດີຂອງຕົນ ທ່ານຈະຍູ້ແຮງການຮ່ວມມືກັບຫວຽດນາມ ຢ່າງແໜ້ນແຟ້ນ, ໂດຍສະເພາະແມ່ນຂົງເຂດເສດຖະກິດ, ການຄ້າ, ການລົງທຶນ.
 (ແຫຼ່ງຄັດຈາກ VOV)

ຫວຽດ​ນາມ - ລາວ ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ, ​ຮ່ວມ​ມືກັນ​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ດ້ານ​ປ້ອງ​ກັນ​ຊາດ

ຫວຽດ​ນາມ - ລາວ ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ, ​ຮ່ວມ​ມືກັນ​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ດ້ານ​ປ້ອງ​ກັນ​ຊາດ

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບທ່ານພົນເອກ ຈັນສະໝອນ ຈັນຍະລາດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ລາວ ທີ່ມາເຂົ້າຮ່ວມພິທີງານສົບລະດັບຊາດຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ.

Top