• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີຫງວຽນຊວັນຟຸກເຮັດວຽກກັບການນຳແຂວງບັ໊ກນິງ

ຕອນຄ່ຳວັນທີ 31 ພຶດສະພາ, ຢູ່ແຂວງ ບັ໊ກນິງ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໄດ້ມີການເຮັດວຽກກັບການນຳຫຼັກແຫຼ່ງຂອງແຂວງບັ໊ກນິງ.


 ທ່ານນາຍົກລັດຖະມົນຕີຫງວຽນຊວັນຟຸກເຮັດວຽກຢູ່ແຂວງບັ໊ກນິງ

(ພາບ: VGP)


ທີ່ການເຮັດວຽກ, ກ່ຽວກັບການກຳນົດທິດໃນໄລຍະຈະມາເຖິງ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ສະເໜີວ່າ, ແຂວງ ບັ໊ກນິງ ຄວນເອົາໃຈໃສ່ຫັນພື້ນຖານເສດຖະກິດ, ຂະແໜງອາຊີບທີ່ສຳຄັນເປັນຫຼາຍຮູບຫຼາຍແບບ, ຫຼີກລ້ຽງການເຕົ້າໂຮມອຸດສາຫະກຳຫຼາຍເກີນໄປເຂົ້າຂະແໜງການໜຶ່ງ, ຂົງເຂດໜຶ່ງ ຫຼື ວິສາຫະກິດໜຶ່ງດຽວ. ສຳລັບການພັດທະນາຂະແໜງອຸດສາຫະກຳເອເລັກໂຕນິກຢູ່ແຂວງ ບັ໊ກນິງ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ, ຕັກເຕືອນວ່າ.

“ແຂວງ ບັ໊ກນິງ ຄວນຖືບໍລິສັດ Samsung ເປັນໃຈກາງໃນການພັດທະນາກຸ່ມຂະແໜງອຸດສາຫະກຳເອເລັກໂຕນິກ ຕິດພັນກັບບັນດາແຂວງຢູ່ໃກ້ຄຽງ ກໍຄືເຂດນະຄອນຫຼວງ. ມີພຽງແຕ່ພັດທະນາກຸ່ມຂະແໜງ ຈຶ່ງເຮັດໃຫ້ການປະກອບສ່ວນຂອງ Samsung ຫຼາຍກວ່າອີກ ແລະ ພິເສດແມ່ນຫຼຸດຜ່ອນຄວາມສ່ຽງ. ຂ້າພະເຈົ້າເຄີຍເວົ້າວ່າ, ບັ໊ກນິງ ແມ່ນເມືອງຫຼວງຂອງການຜະລິດເອເລັກໂຕນິກ ແຜ່ຂະຫຍາຍອອກສູ່ທົ່ວປະເທດ”.

 (ແຫຼ່ງຄັດຈາກ VOV)

ທ່ານນາຍົກລັດຖະມົນຕີຮຽກຮ້ອງຊຸກຍູ້ ການລົງທຶນຂອງລັດໃຫ້ກາຍເປັນກຳລັງເສີມຂະຫຍາຍ

ທ່ານນາຍົກລັດຖະມົນຕີຮຽກຮ້ອງຊຸກຍູ້ ການລົງທຶນຂອງລັດໃຫ້ກາຍເປັນກຳລັງເສີມຂະຫຍາຍ

ທ່ານນາຍົກ ໄດ້ຊີ້ແຈ້ງວ່າການປ່ອຍເງິນຂອງລັດ ປີ 2025 ມີບາດກ້າວພັດທະນາ. ໃນ 8 ເດືອນ ທີ່ຜ່ານມາ, ການປ່ອຍເງິນທຶນລົງທຶນຂອງລັດ ບັນລຸໄດ້ 46 % ຕາມແຜນທີ່ນາຍົກໄດ້ມອບໃຫ້, ເພີ່ມຂຶ້ນ 6% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.

Top