• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີຫງວຽນຊວນຟູ໋ກເຂົ້າຮ່ວມກອງປະຊຸມສົ່ງເສີມການລົງທຶນຢູ່ແຂວງ ຟູ໋ອຽນ

      ໃນຕອນເຊົ້າວັນທີ 19 ມັງກອນ, ຢູ່ນະຄອນ ຕູຍຮ່ວາ, ທ່ານ ຫງວຽນຊວນຟູ໋ກ ນາຍົກລັດຖະມົນຕີ ຫວຽດນາມ ໄດ້ເຂົ້າຮ່ວມກອງປະຊຸມສົ່ງເສີມການລົງທຶນແຂວງ ຟູ໋ອຽນ ໃນປີ 2018.

(ທ່ານນາຍົກລັດຖະມົນຕີຫງວຽນຊວນຟູ໋ກເຂົ້າຮ່ວມກອງປະຊຸມສົ່ງເສີມການລົງທຶນຢູ່ແຂວງ ຟູ໋ອຽນ)
      ດ້ວຍທິດນຳ “ຄວາມສຳເລັດຂອງນັກລົງທຶນ, ຂອງ ວິສາຫະກິດແມ່ນຄວາມສຳເລັດຂອງ ຟູ໋ອຽນ”, ແຂວງໄດ້ຮຽກຮ້ອງບັນດານັກລົງທຶນໃຫ້ລົງທຶນເຂົ້າບັນດາຂົງເຂດອຸດສາຫະກຳ, ການບໍລິການເຕັກໂນໂລຢີສູງ, ການທ່ອງທ່ຽວ, ກະສິກຳເຕັກໂນໂລຢີສູງ. ເຂົ້າຮ່ວມກອງປະຊຸມຍັງມີ ທ່ານ ມາຍຕ໋ຽນຢູງ ລັດຖະມົນຕີ ຫົວໜ້າຫ້ອງວ່າການລັດຖະບານ; ທ່ານ ຫງວຽນເທ໋ກີ, ຜູ້ອຳນວຍການໃຫຍ່ວິທະຍຸກະຈາຍສຽງ ຫວຽດນາມ, ການນຳກະຊວງ, ຂະແໜງການ, ທ້ອງຖິ່ນ ຈຳນວນໜຶ່ງ.
        ທີ່ກອງປະຊຸມນີ້, ການນຳແຂວງໃຫ້ຮູ້ວ່າ ນອກຈາກບັນດາບູລິມະສິດພິເສດຕາມຂໍ້ກຳນົດທີ່ພວມປະກາດໃຊ້, ແຂວງໄດ້ສຸມໃສ່ປະຕິຮູບການບໍລິຫານ, ສ້າງການຫັນປ່ຽນຢ່າງແຮງຕາມທິດຮັບໃຊ້, ໜູນຊ່ວຍວິສາຫະກິດ. ບັນດາຂົງເຂດເຊິ່ງແຂວງສຸມໃສ່ດຶງດູດການລົງທຶນແມ່ນບັນດາປະເພດການທ່ອງທ່ຽວຊີວະພາບທະເລ, ໝູ່ເກາະ, ການທ່ອງທ່ຽວດ້ານວັດທະນະທຳ, ປະຫວັດສາດ, ການພັກຜ່ອນບຳລຸງສຸຂະພາບ; ລົງທຶນໂຄງປະກອບພື້ນຖານໂຄງລ່າງ ແລະ ຕົວເມືອງ; ກະສິກຳໝູນໃຊ້ເຕັກໂນໂລຢີສູງ, ການປຸງແຕ່ງຜະລິດຕະພັນກະເສດ - ເຄື່ອງປ່າຂອງດົງ - ສິນໃນນ້ຳ.....
ແຫຼ່ງຄັດຈາກ VOV

ປະ​ທາ​ນາ​ທິ​ບໍ​ດີ ແຟງ​ລັງ ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ​ທ່ານ​ເລ​ຂ​າ​ທິ​ການ​ໃຫຍ່ ໂຕ​ເລິມ ພ້ອມ​ດ້ວຍ​ພັນ​ລະ​ຍາ ແລະ ຄະ​ນະ​ຜູ້​ແທນ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ

ປະ​ທາ​ນາ​ທິ​ບໍ​ດີ ແຟງ​ລັງ ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ​ທ່ານ​ເລ​ຂ​າ​ທິ​ການ​ໃຫຍ່ ໂຕ​ເລິມ ພ້ອມ​ດ້ວຍ​ພັນ​ລະ​ຍາ ແລະ ຄະ​ນະ​ຜູ້​ແທນ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ

ຕອນເຊົ້າວັນທີ 21 ຕຸລາ (ຕາມເວລາທ້ອງຖິ່ນ, ກົງກັບຕອນບ່າຍຕາມເວລາ ຮ່າໂນ້ຍ), ຢູ່ທຳນຽບປະທານາທິບໍດີ ຢູ່ ນະຄອນຫຼວງ Helsinki, ທ່ານປະທານາທິບໍດີ ສ. ແຟງລັງ Alexander Stubb ແລະ ພັນລະຍາ ໄດ້ເປັນປະທານພິທີຕ້ອນຮັບທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໂຕເລິມ ແລະ ພັນລະຍາ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຫວຽດນາມ ມາຢ້ຽມຢາມ ແຟງລັງ ຢ່າງເປັນທາງການ ແຕ່ວັນທີ 20 – 22 ຕຸລາ.

Top