• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກ ເປັນປະທານກອງປະຊຸມຄະນະປະຈໍາລັດຖະບານ ກ່ຽວກັບບັນດາໂຄງການ BOT

ຕອນເຊົ້າວັນທີ 8 ພະຈິກ, ພາຍໃຕ້ການເປັນປະທານຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ, ຄະນະປະຈໍາການລັດຖະບານ ໄດ້ຈັດກອງປະຊຸມ ແລະຮັບຟັງບົດລາຍງານກ່ຽວກັບການສໍາຫຼວດກວດຄືນບັນດາໂຄງການ BOT.

 ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກກ່າວຄໍາເຫັນທີ່ກອງປະຊຸມ (ພາບ: vnexpress.net)

ທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຊີ້ແຈ້ງວ່າການລົງທຶນກໍ່ສ້າງໂຄງປະກອບພື້ນຖານໂຄງລ່າງເວົ້າລວມ ແລະ ໂຄງລ່າງຄົມມະນາຄົມຂົນສົ່ງເວ້ົ້າສະເພາະ ຕາມຮູບການ BOT ແມ່ນຈໍາເປັນ, ເໝາະສົມກັບມະຕິຂອງຄະນະບໍລິຫານງານສູນກາງພັກ. ທ່ານນາຍົກລັດຖະມົນຕີຖືວ່າ ໃນສະພາບທີ່ງົບປະມານແຫ່ງລັດຍັງຈໍາກັດຢູ່ນັ້ນ ຕ້ອງມີການປະກອບສ່ວນຈາກບັນດາພາກສ່ວນໃນສັງຄົມຢ່າງຫຼວງຫຼາຍ ແລະ ນີ້ກໍແມ່ນວິທີທີ່ເໝາະສົມກັບໂລກ.

        ກ່ຽວກັບບັນດາສິ່ງທີ່ຮ້ອນເຮັ່ງໃນປັດຈຸບັນ, ທ່ານນາຍົກລັດຖະມົນຕີຊີ້ແຈ້ງວ່າ ແຜນນະໂຍບາຍ ແມ່ນຄວນຮັບປະກັນສິດຜົນປະໂຫຍດຂອງລັດ, ນັກລົງທຶນ, ປະຊາຊົນ, ລະອຽດແມ່ນຮັບປະກັນຄວາມເປີດເຜີຍ, ໂປ່ງໃສ; ມີວິທີການດ້ານການເງິນຢ່າງຖືກຕ້ອງ. ພ້ອມກັນນັ້ນ ທ່ານ ຫງວຽນຊວນຟຸກ ກໍໃສ່ໃຈວ່າ ເລື່ອງແກ້ໄຂບັນດາຂໍ້ສະເໜີແນະຂອງປະຊາຊົນ, ວິສາຫະກິດທີ່ກ່ຽວຂ້ອງເຖິງບັນດາໂຄງການ BOT ຕ້ອງສຸດກົກສຸດປາຍ.

(ແຫຼ່ງຄັດຈາກ VOV)


ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ສະ​ເໜີ ອາ​ຊຽນ ເສີມ​ຂະ​ຫຍາຍ​ 3 ກົກ​ເຄົ້າແຫຼ່ງ​ກຳ​ລັງ​ແຮງຍຸດ​ທະ​ສາດ​ຢ່າງ​ແຮງ

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ສະ​ເໜີ ອາ​ຊຽນ ເສີມ​ຂະ​ຫຍາຍ​ 3 ກົກ​ເຄົ້າແຫຼ່ງ​ກຳ​ລັງ​ແຮງຍຸດ​ທະ​ສາດ​ຢ່າງ​ແຮງ

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເນັ້ນໜັກວ່າ “ກວມລວມ ແລະ ຍືນຍົງ” ແມ່ນການຄັດເລືອກ ແລະ ຄວາມຮຽກຮ້ອງຕ້ອງການຍຸດທະສາດຂອງ ອາຊຽນ, ພ້ອມທັງສະເໜີໃຫ້ ອາຊຽນ ເສີມຂະຫຍາຍສາມກົກເຄົ້າແຫຼ່ງກຳລັງຍຸດທະສາດຢ່າງແຮງ.

Top