• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກ:ຫວຽດນາມສູ້ຊົນກາຍເປັນ“ເສືອເສດຖະກິດໃຫມ່ຂອງອາຊີ”

      ໃນຂອບເຂດເວທີປາໄສເສດຖະກິດຫວຽດນາມປີ 2018, ຕອນບ່າຍວັນທີ 11 ມັງກອນ ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ໄດ້ກ່າວຄຳປາໄສ ແລະ ມີການໂອ້ລົມສົນທະນາກັບບັນດາຜູ້ແທນເຂົ້າຮ່ວມເຫດການນີ້. 

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ
      ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກເນັ້ນຫນັກວ່າ ຫວຽດນາມ ຄວນຢືດໝັ້ນຮູບແບບການເຕີບໂຕໃຫມ່ ໂດຍອີງໃສ່ພື້ນຖານ ສະມັດຕະພາບ ແລະ ການປ່ຽນໃຫມ່ທີ່ມີຫົວຄິດປະດິດສ້າງ, ຄວນມີການກະທຳລະອຽດ, ຍາດແຍ່ງກາລະໂອກາດຢ່າງສຸດຂີດ, ຜ່ານຜ່າຄວາມຫຍຸ້ງຍາກ, ເສີມຂະຫຍາຍບັນດາແຫ່ງກຳລັງຂອງພື້ນຖານເສດຖະກິດ ເພື່ອສູ້ຊົນກາຍເປັນ “ເສືອເສດຖະກິດໃຫມ່”ຂອງ ອາຊີ.
ເມື່ອຕອບຄຳຖາມກ່ຽວກັບບັນດາມາດຕະການ ແລະ ລັດຖະນະໂຍບາຍຂອງລັດຖະບານ ເພື່ອເພີ່ມທະວີຄວາມສາມາດຮັບມືກັບຜົນກະທົບຈາກພາຍນອກ. ທ່ານ ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຊີ້ແຈ້ງວ່າ:
        “ທີຫນຶ່ງ ພວກເຮົາຕ້ອງຍົກສູງສະມັດຕະພາບແຮງງານ, ນຳໃຊ້ບັນດາມາດຕະການວິທະຍາສາດເຕັກໂນໂລຊີ, ສ້າງພື້ນຖານເສດຖະກິດຄືນໃຫມ່ຢ່າງແຮງຈາກແຕ່ລະຂັ້ນ, ແຕ່ລະຂະແຫນງການ, ແຕ່ລະວິສາຫະກິດ ເພື່ອຍົກສູງກຳລັງຄວາມສາມາດແກ້ງແຍ້ງແຫ່ງຊາດ, ທ້ອງຖິ່ນ, ຜະລິດຕະພັນ.
 (ແຫຼ່ງຄັດຈາກ VOV)

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ທ່ານເລຂາທິການໃຫຍ່ ໂຕເລິມ ໃຫ້ຮູ້ວ່າເພື່ອປະຕິບັດບັນດາເປົ້າໝາຍສ້າງກອງທັບປະຊາຊົນ ຫວຽດນາມປະຕິວັດ, ເປັນກຳລັງຫຼວງ, ຍອດຢ້ຽມ, ທັນສະໄໝ, ພັກ, ລັດມີຄວາມເອົາໃຈໃສ່ເປັນພິເສດເຖິງການກໍ່ສ້າງ, ພັດທະນາຂະແໜງອຸດສາຫະກຳປ້ອງກັນຊາດ.

Top