• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກສິ້ນສຸດການຢ້ຽມຢາມສິງກະໂປແລະເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນຄັ້ງທີ32

      
      ຕອນຄ່ຳວັນທີ 28 ເມສາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ແລະ ພັນລະຍາ ນຳຫນ້າຄະນະຜູ້ແທນຂັ້ນສູງຫວຽດນາມ ໄດ້ເດີນທາງຮອດ ນະຄອນຫລວງ ຮ່າໂນ້ຍ ສິ້ນສຸດການຢ້ຽມຢາມສິງກະໂປຢ່າງເປັນທາງການ ແລະ ເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 32. 

ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກຢ້ຽມຢາມມະຫາວິທະຍາໄລຄຸ້ມຄອງສິງກະໂປ
      ບັນດາໝາກຜົນໃນການຢ້ຽມຢາມ ໄດ້ເປີດໄລຍະໃຫມ່ໃນການພົວພັນຮ່ວມມືລະຫວ່າງຫວຽດນາມ ແລະ ສິງກະໂປ, ປະກອບສ່ວນຊຸກຍູ້ ອາຊຽນ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ແລະ ມີຫົວຄິດປະດິດສ້າງ. ໃນການຢ້ຽມຢາມ ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ສະຫລະເວລາຫລາຍເພື່ອສົ່ງເສີມການຄ້າ ແລະ ການລົງທຶນ, ເປັນສັກຂິພິຍານພິທີລົງນາມໃນເອກະສານຮ່ວມມື 16 ສະບັບ ລະຫວ່າງວິສາຫະກິດ ແລະ ທ້ອງຖິ່ນສອງປະເທດ. ທ່ານນາຍົກລັດຖະມົນຕີ ເນັ້ນຫນັກວ່າ ຫວຽດນາມ ພວມຍີນຕີຕ້ອນຮັບບັນດານັກລົງທຶນ ສິງກະໂປ ໃນໄລຍະໃຫມ່.
        “ຫວຽດນາມ ພວມມານະພະຍາຍາມສ້າງພື້ນຖານເສດຖະກິດ Starup ຢ່າງມີຫົວຄິດປະດິດສ້າງ, ຂະຫຍັນຂັນເຄື່ອນ, ລະດັບການຜະລິດດຳເນີນທຸລະກິດໄດ້ຍົກສູງຂຶ້ນ ພວມສ້າງຫລາຍກາລະໂອກາດໃຫຍ່ໃຫ້ບັນດານັກລົງທຶນມາທຳມາຫາກິນຢູ່ຫວຽດນາມ. ລັດຖະບານຫວຽດນາມ ໃຫ້ຄຳໝັ້ນສັນຍາຈະຫນູນຊ່ວຍ ແລະ ສ້າງເງື່ອນໄຂສູງສຸດໃຫ້ບັນດາແນວຄວາມຄິດເລີ່ມທຸລະກິດ, ປົກປ້ອງຊັບສິນພູມປັນຍາ.”
        ພາຍຫລັງສິ້ນສຸດການຢ້ຽມຢາມສິງກະໂປ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ນຳຫນ້າຄະນະຜູ້ແທນຫວຽດນາມ ເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 22 ດ້ວຍຫົວຂໍ້ “ສ້າງອາຊຽນ ໃຫ້ມີຄວາມເຂັ້ມແຂງ ແລະ ມີຫົວຄິດປະດິດສ້າງຢ. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຢືນຢັນກຳລັງຄວາມສາມາດສ້າງຄວາມເຂັ້ມແຂງໝູ່ຄະນະດ້ວຍຕົນເອງຂອງອາຊຽນ ຄວນໄດ້ຮັບການເພີ່ມພູນຄູນສ້າງ ແລະ ເສີມຂະຫຍາຍໃນ 3 ເສົາຄ້ຳ.
ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ, ວັນທີ 28 ເມສາ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ມີການພົບປະສອງຝ່າຍກັບປະທານາທິບໍດີ ອິນໂດເນເຊຍ Joko Widodo ແລະ ປະທານາທິບໍດີ ມຽນມາ Win Myint.
 (ແຫຼ່ງຄັດຈາກ VOV)
 

ຫວຽດນາມ ເປັນເຈົ້າພາບຈັດກອງປະຊຸມສຸດຍອດ P4G ໃນປີ 2025

ຫວຽດນາມ ເປັນເຈົ້າພາບຈັດກອງປະຊຸມສຸດຍອດ P4G ໃນປີ 2025

ກອງປະຊຸມໂດຍລັດຖະບານ Colombia ຈັດຕັ້ງຂຶ້ນ, ດ້ວຍການເຂົ້າຮ່ວມຂອງຜູ້ແທນປະມານ 500 ທ່ານມາຈາກ 12 ປະເທດ ແລະ ບັນດາອົງການຄູ່ຮ່ວມມືຂອງ P4G.

Top