• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກຕ້ອນຮັບລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບລາວ

ທ່ານ ພົນ​ຕີ ສົມ​ແກ້ວ ສີ​ລາວົງ ແລະ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ
      ຕອນ​ບ່າ​ຍ​ວັນ​ທີ 16/3, ທີ່​ການ​ຕ້ອນ​ຮັບ​ທ່ານ ພົນ​ຕີ ສົມ​ແກ້ວ ສີ​ລາວົງ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ຄວາ​ມ​ສະ​ຫງົບ​ລາວ​, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ​ໄດ້​ຢືນ​ຢັນ​ວ່າ:ລັດ​ຖະ​ບານ​ຫວຽດ​ນາມ ສະ​ຫນັບ​ສະ​ຫນູນ ແລະ ສ້າງ​ເງື່ອນ​ໄຂ​ເພື່ອ​ໃຫ້​ສອງ​ຝ່າຍ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ໃນ​ການ​ບຳ​ລຸງ​ສ້າງ​ພະ​ນັກ​ງານ. ບັນ​ດາ​ກຳ​ລັງ​ທີ່​ກ່ຽວ​ຂ້ອງ​ຂອງ​ສອງ​ຝ່າຍ ຄວນ​ກຳ​ແຫນ້ນ​ສະ​ພາບ​ການ, ສົມ​ທົບ​ກັນ​ຕໍ່​ສູ້​ບັນ​ດາ​ການ​ເຄື່ອນ​ໄຫວ​ມ້າງ​ທຳ​ລາຍ​ຂອງ​ອິດ​ທິ​ກຳ​ລັງ​ເປັນ​ປໍ​ລະ​ປັກ, ການ​ເຄື່ອນ​ໄຫວ​ຍຸ​ແຍ່​ຊາວ​ຊົນ​ເຜົ່​າ​ສ່ວນ​ຫນ້ອຍໃຫ້​ມີ​ປະ​ສິດ​ທິ​ຜົນ, ຮັບ​ປະ​ກັນ​ຄວາມ​ເປັນ​ລະ​ບຽບ​ຮຽບ​ຮ້ອຍ ແລະ ສ້າງ​ເສັ້ນ​ຊາຍ​ແດນ​ສອງ​ປະ​ເທດ​ກາຍ​ເປັນ​ເສັ້​ນ​ຊາຍ​ແດນ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ, ພັດ​ທະ​ນາ. ສອງ​ຝ່າຍ​ຄວນ​ຊຸກ​ຍູ້​ການ​ເຈ​ລະ​ຈາ​ກ້າວ​ໄປ​ເຖິງ​ການ​ລົງ​ນາມ​ໃນ​ເອ​ກະ​ສານ​ນິ​ຕິ​ກຳ​ໃນ​ຂົງ​ເຂດ​ຕຸ​ລາ​ການ, ອາ​ຍາ, ທາບ​ທາມ​ຄຳ​ເຫັນ, ສະ​ຫນັບ​ສະ​ຫນູນ​ເຊິ່ງ​ກັນ ແລະ​ກັນ​ທີ່​ບັນ​ດາ​ເວ​ທີ​ປາ​ໄສ​ພາກ​ພື້ນ ແລະ ໂລກ​ກ່ຽວ​ກັບ​ການ​ປ້ອງ​ກັນ, ຕ້ານ​ອາດ​ຊະ​ຍາ​ກຳ.
      ສ່ວ​ນ​ທ່ານ ສົມ​ແກ້ວ ສີ​ລາ​ວົງ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ລາວ ໃຫ້​ຮູ້​ວ່າ: ທີ່​ການ​ເຈ​ລະ​ຈາ​ກັບ​ກະ​ຊວງ​ຕຳ​ຫລວດ​ຫວຽດ​ນາມ, ສອງ​ຝ່າຍ​ເປັນ​ເອ​ກະ​ພາບ​ຕໍ່​ການ​ຜັນ​ຂະ​ຫຍາຍ​ຫນ້າ​ທີ່​ຮ່ວມ​ມື​ໃນ​ປີ 2017 ໂດຍ​ອີງ​ໃສ່​ບົນ​ພື້ນ​ຖານ​ບັນ​ດາ​ຂໍ້​ຕົກ​ລົງ​ຊື່ງ​ການ​ນຳ​ຂັ້ນ​ສູງ​ສອງ​ພັກ,ສອງ​ລັດ,ສອງລັດ​ຖະ​ບານ​ໄດ້​ເປັນ​ເອ​ກະ​ພາບ. ທ່ານ ສົມ​ແກ້ວ ສີ​ລາ​ວົງ​ຖື​ວ່າ ປີນີ້​ແມ່ນ​ປີ​ສະ​ເຫ​ລີມ​ສະ​ຫລອງ 40 ປີ​ແຫ່ງວັນ​ສອງ​ປະ​ເທດ​ເຊັ​ນ​ສົນ​ທິ​ສັນ​ຍາ​ມິດ​ຕະ​ພາບແລະ ການ​ຮ່ວມ​ມື, 55 ປີ​ແຫ່ງວັນສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດ, ການ​ຢ້ຽມ​ຢາມ​ຫວຽດ​ນາມ​ຄັ້ງນີ້​ເປັນ​ຂີດ​ໝາຍ​ແຫ່ງ​ບາດ​ກ້າວ​ໃນ​ການ​ຮ່ວມ​ມື​ໃຫມ່​ລະ​ຫວ່າງ​ກຳ​ລັງ​ຕຳ​ຫລວດ​ສອງ​ປະ​ເທດ. 
 (ແຫຼ່ງຄັດຈາກ VOV)
 

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ໄດ້ອັດລົງດ້ວຍຜົນສຳເລັດອັນຈົບງາມ, ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບຄວາມໄວ້ວາງໃຈໃຫ້ດຳລົງຕຳແໜ່ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ຕໍ່ອີກໜຶ່ງສະໄໝ (2026-2030).

Top