• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກຕ້ອນຮັບຜູ້ອຳນວຍການໃຫຍ່ບໍລິສັດ Tokyo Gas

      ຕອນບ່າຍວັນທີ 15 ສິງຫາ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ໃຫ້ການຕ້ອນຮັບທ່ານ Michiaki Hirose, ຜູ້ອຳນວຍການໃຫຍ່ບໍລິສັດ Tokyo Gas, ປະເທດຍີ່ປຸ່ນ.

ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກຕ້ອນຮັບຜູ້ອຳນວຍການໃຫຍ່ບໍລິສັດ Tokyo Gas
(ພາບ: TTXVN)
      ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຢືນຢັນວ່າ, ການຮ່ວມມືດ້ານນ້ຳມັນອາຍແກັດ ແມ່ນໜຶ່ງໃນບັນດາບຸລິມະສິດໃຫຍ່ທີ່ສຸດໃນການຮ່ວມມືດ້ານເສດຖະກິດຫວຽດນາມ ແລະ ຍີ່ປຸ່ນ; ພ້ອມທັງປາດຖະໜາວ່າ Tokyo Gas ຈະເປີດກວ້າງການທຳມາຫາກິນຢ່າງຍາວນານຢູ່ຫວຽດນາມ. ທ່ານນາຍົກລັດຖະມົນຕີ ຢືນຢັນວ່າ, ດ້ວຍຄວາມປາດຖະໜາ ຍີ່ປຸ່ນ ຈະແມ່ນຄູ່ຮ່ວມມື FDI ໃຫຍ່ກວ່າໝູ່ຢູ່ຫວຽດນາມ, ຫວຽດນາມ ພ້ອມແລ້ວທີ່ຈະຊຸກຍູ້ບັນດາຊ່ອງຮ່ວມມືວິສາຫະກິດ 2 ປະເທດ, ສົ່ງເສີມ ແລະ ສ້າງເງື່ອນໄຂເພື່ອໃຫ້ວິສາຫະກິດຍີ່ປຸ່ນ ລົງທຶນ, ຕິດພັນກັບການເຕີບໂຕຂຽວເຂົ້າໃນບັນດາໂຄງການລົງທຶນພື້ນຖານໂຄງລ່າງຄຸນນະພາບສູງ, ທາງຄົມມະນາຄົມ, ເຂົ້າຮ່ວມການຫັນລັດວິສາຫະກິດເປັນຫຸ້ນສ່ວນ, ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ…
(ແຫຼ່ງຄັດຈາກ VOV)

ຫັ​ນ​ເປົ້າ​ໝາຍ​ການ​ເຕີບ​ໂຕ​ຢູ່​ລະ​ດັບ​ສູງ ແລະ ຍືນ​ຍົງ ໃຫ້​ປະ​ກົດ​ຜົນ​ເປັນ​ຈິງ

ຫັ​ນ​ເປົ້າ​ໝາຍ​ການ​ເຕີບ​ໂຕ​ຢູ່​ລະ​ດັບ​ສູງ ແລະ ຍືນ​ຍົງ ໃຫ້​ປະ​ກົດ​ຜົນ​ເປັນ​ຈິງ

ການ​ຍູ້​ແຮງ​ການ​ຫັນ​ເປັນ​ອຸດ​ສາ​ຫະ​ກຳ, ທັນ​ສະ​ໄໝ, ໃນ​ນັ້ນ​ຖື​ວິ​ທະ​ຍາ​ສາດ, ເຕັກ​ໂນ​ໂລ​ຢີ, ນະ​ວັດ​ຕະ​ກຳ ແລະ ການ​ຫັນ​ເປັນ​ດີ​ຈີ​ຕອນ​ແມ່ນ​ກຳ​ລັງ​ໜູນຫຼັກ​ຕິດ​ພັນ​ກັບ​ການ​ຮັບ​ປະ​ກັນ​ເສດ​ຖະ​ກິດ​ມະ​ຫາ​ພາກ​ເປັນ​ປົກ​ກະ​ຕິ, ຍົກ​ສູງ​ສະ​ມັດ​ຕະ​ພາບ, ຄຸນ​ນະ​ພາບ, ປະ​ສິດ​ທິ​ຜົນ, ມູນ​ຄ່າ​ເພີ່ມ ແລະ ກຳ​ລັງ​ແກ້ງ​ແຍ້ງ​ຂອງ​ພື້ນ​ຖານ​ເສດ​ຖະ​ກິດ, ຖື​ນີ້​ແມ່ນ ເຂັມ​ຊີ້​ທິດ​ເພື່ອ​ຫັນ​ເປົ້າ​ໝາຍ​ການ​ເຕີບ​ໂຕ GDP ບັນ​ລຸ​ລະ​ດັບ 2

Top