• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກຕ້ອນຮັບປະທານກຸ່ມບໍລິສັດ TCC ຂອງໄທ

      ຕອນເຊົ້າວັນທີ 18 ມິຖຸນາ ຢູ່ ຮ່າໂນ້ຍ, ທີ່ການຕ້ອນຮັບທ່ານ ຈະເຣີນ ສີຣີວັດທະນາພັກຄີ ປະທານກຸ່ມບໍລິສັດ TCC ຂອງໄທ ພວມຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ, 

ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກຕ້ອນຮັບປະທານກຸ່ມບໍລິສັດ TCC ຂອງໄທ
      ທ່ານນາຍົກລັດຖະມົນ ຫງວຽນຊວນຟຸກຕີລາຄາວ່າ TCC ມີການເຄື່ອນໄຫວດຳເນີນທຸລະກິດຢູ່ຫວຽດນາມປະສົບຜົນສຳເລັດ ແລະ ປາດຖະຫນາຢາກກຸ່ມບໍລິສັດແມ່ນແບບຢ່າງສຳລັບບັນດານັກລົງທຶນຕ່າງປະເທດໃນການປະຕິບັດຂໍ້ກຳນົດກ່ຽວກັບພາສີອາກອນຢ່າງເຂັ້ມງວດ. ທ່ານນາຍົກລັດຖະມົນຕີ ຖືວ່າ ກຸ່ມບໍລິສັດຄວນສ້າງເງື່ອນໄຂໃຫ້ແກ່ສິນຄ້າ, ຜະລິດຕະພັນກະເສດທີ່ມີຄຸນນະພາບສູງຂອງຫວຽດນາມ ໄດ້ນຳຂາຍຢູ່ລະບົບຮ້ານຊັບພະສິນຄ້າຂອງກຸ່ມບໍລິສັດ, ຫນູນຊ່ວຍຊາວກະສິກອນຫວຽດນາມໃນການຈຳຫນ່າຍຜະລິດຕະພັນກະເສດ. ສ່ວນທ່ານຈະເຣີນ ສີຣີວັດທະນາພັກຄີ  ປາດຖະຫນາຢາກລັດຖະບານຫວຽດນາມ ສ້າງເງື່ອນໄຂໃຫ້ແກ່ການເຄື່ອນໄຫວລົງທຶນ, ດຳເນີນທຸລະກິດຂອງກຸ່ມບໍລິສັດຢູ່ຫວຽດນາມ, ໃນນັ້ນ ມີເລື່ອງ ກຸ່ມບໍລິສັດສົ່ງອອກສິນຄ້າຂອງຫວຽດນາມ ໄປຍັງ ໄທ. 
(ແຫຼ່ງຄັດຈາກ VOV)

ການນຳກະຊວງປ້ອງກັນຄວາມສະຫງົບ ຫວຽດນາມ ເຂົ້າອວຍພອນ ທ່ານ ພົນເອກ ວິໄລ ຫຼ້າຄຳຟອງ

ການນຳກະຊວງປ້ອງກັນຄວາມສະຫງົບ ຫວຽດນາມ ເຂົ້າອວຍພອນ ທ່ານ ພົນເອກ ວິໄລ ຫຼ້າຄຳຟອງ

ທ່ານ ພົນຕີ ເລ ກວກ ຮຸ່ງ, ຮອງລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ຫວຽດນາມ, ປະທານກອງປະຊຸມ ຫວຽດນາມ-ລາວ ໃນກຳລັງປ້ອງກັນຄວາມສະຫງົບປະຊາຊົນ, ໄດ້ເຂົ້າຢ້ຽມຢາມ ແລະ ອວຍພອນ ທ່ານ ພົນເອກ ວິໄລ ຫຼ້າຄຳຟອງ, ກຳມະການກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ.

Top