• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກຕ້ອນຮັບການນຳບາງກຸ່ມບໍລິສັດຈີນ

      ຕອນບ່າຍວັນທີ 31 ກໍລະກົດ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ໃຫ້ການຕ້ອນຮັບທ່ານ ເຈິ໋ນຢີຫຼຸງ, ປະທານສະພາຄຸ້ມຄອງກຸ່ມບໍລິສັດພະລັງງານໃໝ່ Kaidi ຢ໋າງກວາງ ຈຳກັດ ແລະ ທ່ານ ແຈງຣຸ໋ງແຈນ ຮອງຜູ້ອຳນວຍການໃຫຍ່ບໍລິສັດຄຸ້ມຄອງຊັບສິນ ຄວາຢູງ ຈຳກັດ (ຈີນ)

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕ້ອນຮັບ
ປະທານສະພາຄຸ້ມຄອງກຸ່ມບໍລິສັດພະລັງງານໃໝ່ Kaidi ຢ໋າງກວາງ ຈຳກັດ
(ພາບ: Chinhphu.vn)
      ທີ່ພວມຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ ເພື່ອຜັນຂະຫຍາຍນການຮ່ວມມືລົງທຶນ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຊີ້ແຈ້ງທັດສະນະຂອງຫວຽດນາມ ແມ່ນຮັບປະກັນໂຄງປະກອບໃຫ້ເໝາະສົມກ່ຽວກັບໄຟຟ້າໃຊ້ພະລັງງານຈາກຖ່ານຫີນ ແລະ ພະລັງງານຫຼາຍຮູບແບບຄືພະລັງງານຜະລິດຄືນໃໝ່. ທ່ານນາຍົກລັດຖະມົນຕີຢືນຢັນວ່າ, ຂົງເຂດໃດທີ່ພາກເອກະຊົນເຮັດ ລັດຈະສ້າງເງື່ອນໄຂເພື່ອໃຫ້ພາກເອກະຊົນເຮັດ ແລະ ຈະໃຫ້ຖອນຄືນບັນດາໂຄງການລົງທຶນອ່ອນດ້ອຍເພື່ອມອບໃຫ້ບັນດານັກລົງທຶນໃໝ່ທີ່ມີກຳລັງຄວາມສາມາດ, ໃຫ້ຄຳໝັ້ນສັນຍາຍາວນານ ແລະ ຮ່ວມເດີນທາງພ້ອມກັບທ້ອງຖິ່ນ ແລະ ລັດຖະບານ. ຢືນຢັນຈະສ້າງທຸກເງື່ອນໄຂສະດວກໃຫ້ບັນດານັກລົງທຶນຕ່າງປະເທດ, ໃນນັ້ນມີນັກລົງທຶນຈີນ ເຂົ້າມາລົງທຶນຢູ່ຫວຽດນາມ, ທ່ານນາຍົກລັດຖະມົນຕີເນັ້ນໜັກວ່າ ເລື່ອງບັນດານັກລົງທຶນເຂົ້າຫວຽດນາມ ຕ້ອງເອົາໃຈໃສ່ນຳໃຊ້ເຕັກໂນໂລຊີທີ່ທັນສະໄໝ, ເປັນມິດກັບສິ່ງແວດລ້ອມ, ປະຕິບັດໂຄງການໃຫ້ຖືກຕາມກຳນົດເວລາ.
 (ແຫຼ່ງຄັດຈາກ VOV)

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ໄດ້ອັດລົງດ້ວຍຜົນສຳເລັດອັນຈົບງາມ, ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບຄວາມໄວ້ວາງໃຈໃຫ້ດຳລົງຕຳແໜ່ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ຕໍ່ອີກໜຶ່ງສະໄໝ (2026-2030).

Top