• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີສາທາລະນະລັດ ອີຕາລີ Giuseppe Conte ສິ້ນສຸດການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ

ຕອນບ່າຍວັນທີ 06 ມິຖຸນາ, ທ່ານນາຍົກລັດຖະມົນຕີແຫ່ງ ສາທາລະນະລັດ ອີຕາລີ Giuseppe Conte ໄດ້ສິ້ນສຸດການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ ນັບແຕ່ວັນທີ 5 - 6 ມິຖຸນາ 2019 ຕາມຄໍາເຊີນຂອງທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ຢ່າງຈົບງາມ.
ໃນຂອບເຂດການຢ້ຽມຢາມ, ທ່ານນາຍົກລັດຖະມົນຕີ ອີຕາລີ Giuseppe Conte ໄດ້ມີການພົບປະເຈລະຈາກັບ ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ; ພົບປະກັບທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ແລະ ເປັນປະທານຮ່ວມ ເວທີປາໄສວິສາຫະກິດ ອາຊຽນ - ອີຕາລີ. ທີ່ບັນດາການພົບປະ, ສອງຝ່າຍເຫັນດີເປັນເອກະພາບນໍາກັນວ່າຄວນສືບຕໍ່ເພີ່ມທະວີການພົບປະແລກປ່ຽນ ຄະນະຜູ້ແທນຂັ້ນຕ່າງໆ, ຍູ້ແຮງການຮ່ວມມືໃນບັນດາຂົງເຂດ ການເມືອງ - ການທູດ, ເສດຖະກິດ, ວັດທະນະທໍາ, ການສຶກສາ-ບໍາລຸງສ້າງ, ວິທະຍາສາດ ເຕັກໂນໂລຢີ, ການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ, ຮ່ວມມືກັນພັດທະນາແບບຍືນຍົງ, ປ້ອງກັນ, ຕ້ານການປ່ຽນແປງ ຂອງດິນຟ້າອາກາດ, ເຊື່ອມຕໍ່ທ້ອງຖິ່ນ; ປັບປຸງບັນດາກົນໄກຮ່ວມມືທີ່ມີຢູ່ແລ້ວ; ຜັນຂະຫຍາຍບັນດາໂຄງການຮ່ວມມື, ຂໍ້ຕົກລົງສະບັບຕ່າງໆທີ່ບັນລຸໄດ້.

ທ່ານນາຍົກລັດຖະມົນຕີແຫ່ງ ສາທາລະນະລັດ ອີຕາລີ Giuseppe Conte ແລະ ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ (ພາບ: TTXVN)

 ກ່ຽວກັບດ້ານເສດຖະກິດ, ສອງຝ່າຍເຫັນດີ ຈະສ້າງເງື່ອນໄຂສະດວກໃຫ້ວິສາຫະກິດສອງປະເທດ ເພີ່ມທະວີການຮ່ວມມືໃນບັນດາຂົງເຂດ ເຊິ່ງ ອີຕາລີ ມີທ່າແຮງ ແລະ ຫວຽດນາມ ມີຄວາມຕ້ອງການ; ສ້າງເງື່ອນໄຂສະດວກເພື່ອໃຫ້ສິນຄ້າຂອງສອງປະເທດໄດ້ນໍາເຂົ້າຈໍາໜ່າຍຢູ່ຕະຫຼາດຂອງກັນ ແລະ ສູ້ຊົນຍົກວົງເງິນການຄ້າສອງສົ້ນຈາກລະດັບເກືອບ 5 ຕື້ USD ໃຫ້ຂຶ້ນເປັນ 6 ຕື້ USD ປີ 2020 ແລະ ບັນລຸ ລະດັບ 10 ຕື້ USD ໃນຊຸມປີຕໍ່ໄປ.

        ໃນຂອບເຂດການຢ້ຽມຢາມຫວຽດນາມຢ່າງເປັນທາງການ ຂອງ ທ່ານນາຍົກລັດຖະມົນຕີ ອີຕາລີ Giuseppe Conte ຕາງໜ້າລັດຖະບານສອງປະເທດ, ທ່ານຮອງລັດຖະມົນຕີກະຊວງສຶກສາ ແລະ ບໍາລຸງສ້າງ ຫວຽດນາມ ຫງວຽນວັນຟຸກ ແລະ ທ່ານເອກອັກຄະລັດຖະທູດອີຕາລີ Antonion Alessandro ໄດ້ລົງນາມໃນໂຄງການດໍາເນີນງານ ວ່າດ້ວຍການຮ່ວມມືທາງດ້ານການສຶກສາໄລຍະ 2019 – 2022. ຕາມນັ້ນແລ້ວ, ຫວຽດນາມ ແລະ ອີຕາລີ ຈະຮ່ວມມືກັນພັດທະນາທາງດ້ານພາສາ, ຮ່ວມມືກັນໃນຂົງເຂດການສຶກສາ ແລະ ສະໜອງທຶນສຶກສາ.

(ແຫຼ່ງຄັດຈາກ VOV)

ນາຍົກລັດຖະມົນຕີ ໄທ ຢືນຢັນຄຳໝັ້ນສັນຍາຮັກສາສັນຕິພາບ ແລະ ເຈລະຈາກັບ ກຳປູເຈຍ

ນາຍົກລັດຖະມົນຕີ ໄທ ຢືນຢັນຄຳໝັ້ນສັນຍາຮັກສາສັນຕິພາບ ແລະ ເຈລະຈາກັບ ກຳປູເຈຍ

ວັນທີ 16 ມິຖຸນາ, ທ່ານນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີ ໄທ ໄດ້ຢັ້ງຢືນຄືນ ການເຈລະຈາສອງຝ່າຍ ແມ່ນຊ່ອງທາງທີ່ເໝາະສົມເພື່ອແກ້ໄຂຄວາມເຄັ່ງຕຶງຢູ່ ເຂດຊາຍແດນ ໄທ - ກຳປູເຈຍ.

Top