• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີລົງກວດກາສະພາບການແກ້ໄຂຄວາມເສຍຫາຍຈາກພະຍຸ Damrey ຢູ່ແຄ໋ງຮ່ວາ

      ຕອນເຊົ້າວັນທີ 30 ພະຈິກ, ທີ່ແຂວງ ແຄ໋ງຮ່ວາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ໄດ້ລົງກວດກາວຽກງານແກ້ໄຂຄວາມເສຍຫາຍຈາກພະຍຸ Damrey ກໍ່ຂຶ້ນ.

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ  ລົງກວດກາສະພາບການແກ້ໄຂຄວາມເສຍຫາຍຈາກພະຍຸ Damrey ຢູ່ແຄ໋ງຮ່ວາ
      Damrey ແມ່ນພະຍຸລູກໃຫຍ່ທີ່ພັດເຂົ້າພາກກາງທາງທິດໃຕ້ເມື່ອຕົ້ນເດືອນ ພະຈິກ ນີີ້, ໄດ້ກໍ່ຄວາມເສຍຫາຍຢ່າງໜັກໜ່ວງຕໍ່ບັນດາແຂວງ, ໃນນັ້ນ ມີແຂວງ ແຄ໋ງຮ່ວາ ຖືກຜົນສະທ້ອນຢ່າງໜັກໜ່ວງທີ່ສຸດ.
        ແບ່ງເບົາກັບບັນດາຄວາມເສຍຫາຍຂອງປະຊາຊົນ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຊີ້ນຳການນຳທ້ອງຖິ່ນຕ້ອງຮີບເຮັ່ງຊ່ວຍເຫຼືອປະຊາຊົນ ແລະ ບັນດາຫົວໜ່ວຍຜະລິດ ກັບຄືນສູ່ການເຄື່ອນໄຫວເປັນປົກກະຕິໂດຍໄວ, ພ້ອມທັງໃຫ້ຮູ້ວ່າ: ລັດຖະບານຈະມີບັນດາມາດຕະການໜູນຊ່ວຍຈຳເປັນ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ສະເໜີວ່າ:
        “ດຽວນີ້ ຕ້ອງສຸມໃສ່ຟື້ນຟູບັນດາກະຊັງ, ບັນດາບ່ອນຖືກເປ່ເພ, ຈັດຕັ້ງການລ້ຽງຄືນໃໝ່ໃຫ້ເປັນປົກກະຕິ. ຕ້ອງມີກົນໄກ, ເປັນຕົ້ນແມ່ນບ້ວງສິນເຊື່ອ ເພື່ອໃຫ້ພໍ່ແມ່ປະຊາຊົນຟື້ນຟູ ອາຊີບຂອງຕົນຢ່າງວ່ອງໄວ, ອາຊີບທີ່ເປັນມູນເຊື້ອຂອງແຂວງ ແຄ໋ງຮ່ວາ, ເບິ່ງແຍງດູແລຊີວິດການເປັນຢູ່ໃຫ້ປະຊາຊົນ.
        ແລະຕອນບ່າຍໃນວັນດຽວກັນ, ທີ່ນະຄອນ ຍາຈາງ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຮັດວຽກກັບການນຳຫຼັກແຫຼ່ງ 2 ແຂວງ ແຄ໋ງຮ່ວາ ແລະ ຟູ໋ອຽນ ກ່ຽວກັບວຽກງານແກ້ໄຂຄວາມເສຍຫາຍຈາກພະຍຸ Damrey.
 (ແຫຼ່ງຄັດຈາກ VOV)

ຖະ​ແຫຼງຂ່າວໃຫ້​ຕ່າງ​ປະ​ເທດ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປັດ​ໄຈ​ຍຸດ​ທະ​ສາດ​ໃນ​ພະ​ລັງ​ງານ​​ແຮງອ່ອນ​ສັງ​ລວມ​ແຫ່ງ​ຊາດ

ຖະ​ແຫຼງຂ່າວໃຫ້​ຕ່າງ​ປະ​ເທດ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປັດ​ໄຈ​ຍຸດ​ທະ​ສາດ​ໃນ​ພະ​ລັງ​ງານ​​ແຮງອ່ອນ​ສັງ​ລວມ​ແຫ່ງ​ຊາດ

ພິທີມອບລາງວັນແຫ່ງຊາດກ່ຽວກັບການຖະແຫຼງຂ່າວໃຫ້ຕ່າງປະເທດຄັ້ງທີ XI ປີ 2025 ໄດ້ດຳເນີນໃນຕອນຄ່ຳວັນທີ 12 ທັນວາ, ຢູ່ຮ່າໂນ້ຍ. ເມື່ອກ່າວຄຳເຫັນໃນເຫດການນີ້, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເນັ້ນໜັກວ່າ ວຽກງານຖະແຫຼງຂ່າວໃຫ້ຕ່າງປະເທດແມ່ນປັດໄຈຍຸດທະສາດໃນກຳລັງແຮງອ່ອນແຫ່ງຊາດ. ທ່ານກໍສະເໜີໃຫ້ສ້າງຖັນແຖວພະນັກງານເຮັດວຽກງານຖະແຫຼງຂ່າວຕ່າງປະເທດ ທີ່ມີຈັນຍາບັນ, ມີພູມປັນຍາຢ່າງຫຼັກແຫຼມ, ມີຫົວຄິດປະດິດສ້າງ, ມີຄວາມຮັບຜິດຊອບ, ມີຄວາມສຸດຈິດສຸດໃຈ, ມີວິໄສທັດ.

Top