• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີຟ້າມມິນຈິງກວດກາວຽກງານປິ່ນປົວໂລກລະບາດໂຄວິດ-19 ຢູ່ບັນດາແຂວງທາງພາກໃຕ້

ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ໄດ້ຢື້ນຢາມຖາມຂ່າວ, ລະດົມກຳລັງໃຈ ແລະ ຫຍ້ອງຍໍບັນດາຄວາມມານະພະຍາຍາມ, ລຳບາກ, ການເສຍສະຫຼະຂອງຖັນແຖວແພດໝໍຢູ່ໂຮງໝໍ.
ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ໄປກວດກາວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ-19 ຢູ່ໂຮງໝໍກາງສະໜາມ ເຈີນຈຸ. (ພາບ: VGP)

ຕອນເຊົ້າວັນທີ 11 ກໍລະກົດ, ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິນຈິງ ໄດ້ໄປຢ້ຽມຢາມ, ກວດກາ ແລະ ລະດົມກຳລັງໃຈບັນດາແພດໝໍ ແລະ ຄົນເຈັບຢູ່ໂຮງໝໍວັນນະໂລກ ແລະ ພະຍາດປອດແຂວງ ໄຕນິງ ແລະ ສູນຄວບຄຸ້ມໂລກລະບາດ ໄຕນິງ ( CDC ໄຕນິງ).

ປະຈຸບັນດາ, ໂຮງໝໍວັນນະໂລກ ແລະ ພະຍາດປອດ ໄຕນິງ ພວມປິ່ນປົວໃຫ້ຜູ້ຕິດເຊື້ອພະຍາດໂຄວິດ- 42 ຄົນ ມີສຸຂະພາບເປັນປົກກະຕິ. ໂດຍຕາງໜ້າໃຫ້ແກ່ລັດຖະບານ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ໄດ້ຢື້ນຢາມຖາມຂ່າວ, ລະດົມກຳລັງໃຈ ແລະ ຫຍ້ອງຍໍບັນດາຄວາມມານະພະຍາຍາມ, ລຳບາກ, ການເສຍສະຫຼະຂອງຖັນແຖວແພດໝໍຢູ່ໂຮງໝໍ. ທ່ານນາຍົກລັດຖະມົນຕີສະເໜີໃຫ້ແຂວງ ໄຕນິງ ມີແຜນການເພື່ອບໍ່ປະໃຫ້ພະຍາດຕິດແປດຕໍ່ແພດໝໍ ແລະ ຈາກໂຮງໝໍອອກສູ່ຊຸມຊົນ; ສືບຕໍ່ແກ້ໄຂຄວາມຫຍຸ້ງຍາກ, ເບິ່ງແຍງດູແລໃຫ້ແກ່ຄົນເຈັບໃຫ້ເປັນຢ່າງດີ, ບໍ່ປະໃຫ້ຄົນເຈັບຖືກເສຍຊີວິດ. ທ່ານນາຍົກລັດຖະມົນຕີເນັ້ນໜັກວ່າ, ວຽກງານປ້ອງກັນ ຕ້ານໂລກລະບາດຄັ້ງນີ້ ແມ່ນບໍ່ເຄີຍມີມາກ່ອນ, ສະນັ້ນ ທັງເຮັດທັງສ້າງໃຫ້ສຳລັດ.

ທີ່ການເຮັດວຽກກັບການນຳແຂວງ ໄຕນິງ, ທ່ານນາຍົກລັດຖະມົນຕີໄດ້ຮັບຟັງສະພາບການພັດທະນາເສດຖະກິດ-ສັງຄົມຂອງແຂງ. ຕາມບົດລາຍງານ, ໃນໄລຍະ 6 ເດືອນຕົ້ນປີ, ບັນດາເປົ້າໝາຍພື້ນຖານກ່ຽວກັບເສດຖະກິດ-ສັງຄົມລ້ວນແຕ່ບັນລຸ ແລະ ລື່ນກາຍແຜນການໂດຍພື້ນຖານ, GDP ເພີ່ມຂຶ້ນ 7%, ການສົ່ງອອກເພີ່ມຂຶ້ນ 67%. ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບໄດ້ຮັບການເພີ່ມທະວີ. ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ເນັ້ນໜັກວ່າ:

“ຕ້ອງປະຕິບັດການປ້ອງກັນ, ຕ້ານໂລກລະບາດໃຫ້ບັນລຸປະສິດທິຜົນ ບໍ່ປະໃຫ້ໂລກລະບາດແຜ່ລະບາດອອກສູ່ຊຸມຊົນ. ຕ້ອງຄວບຄຸ້ມເຂດແຍກຕົວຢ່າງແໜ້ນແຟ້ນ, ກວດກາຜູ້ທີ່ມາຈາກເຂດເກີດໂລກລະບາດ, ຄວບຄຸ້ມຜູ້ປະຕິບັດການແຍກຫ່າງ, ເຂດປິດລ້ອມຢ່າງແໜ້ນແຟ້ນ.”

ພາຍຫຼັງການເຮັດວຽກ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ໄປຢ້ຽມຢາມ, ກວດກາວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ-19 ຢູ່ດ່ານຊາຍແດນ ມົກບ່າຍ.

ແລະ ກໍ່ໃນຕອນເຊົ້າວັນດຽວກັນ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ກໍ່ໄດ້ໄປຢ້ຽມຢາມສູນຄວບຄຸ້ມໂລກລະບາດ ໄຕນິງ ( CDC ໄຕນິງ).

ກ່ອນໜ້ານັ້ນ, ຕອນຄໍ່່າວັນທີ 10 ກໍລະກົດ, ທ່ານນາຍົກລັດຖະມົນຕີ ຟ້າມິນຈິງ ໄດ້ມີການເຮັດວຽກກັບຄະນະກຳມະການປະຊາຊົນແຂວງ ລອງອານ ກ່ຽວກັບວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ-19. ຢູ່ທີ່ນີ້, ທ່ານນາຍົກລັດຖະມົນຕີ ໄດ້ຮຽກຮ້ອງໃຫ້ອຳນາດການປົກຄອງ ແລະ ປະຊາຊົນແຂວງ ລອງອານ ສະຫຼຸບ, ທະວີຄູນບັນດາຮູບແບບດີເດັ່ນ, ວິທີເຮັດທີ່ດີໃນວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ-19, ການພັດທະນາເສດຖະກິດ-ສັງຄົມ, ຮັກສາຄວາມໝັ້ນຄົງ, ຄວາມເປັນລະບຽບຮຽບຮ້ອຍ, ທັງເຮັດທັງຖອດຖອນບົດຮຽນ.

ແລະ ກໍ່ໃນຕອນຄ່ຳວັນທີ 10 ກໍລະກົດ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ໄດ້ໄປກວດກາວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ-19 ໃນບໍລິເວນແຂວງ; ຢ້ຽມຢາມ, ກວດກາ ແລະ ເຮັດວຽກຢູ່ໂຮງໝໍກາງສະໜາມ ເຈີນຈຸ, ແຂວງ ລອງອານ.

(ແຫຼ່ງຄັດຈາກ VOV)
 

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ດ້ວຍຄວາມເຄົາລົບນັບຖື ແລະ ຄວາມຮູ້ບຸນຄຸນຢ່າງລົ້ນເໜືອ, ຄະນະຜູ້ແທນໄດ້ກົ້ມຫົວອາໄລຫາບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ, ລູກຜູ້ດີເດັ່ນຂອງຊາດທີ່ໄດ້ເສຍສະຫຼະຊີວິດເພື່ອບ້ານເກີດເມືອງນອນ, ເພື່ອປະເທດຊາດ.

Top