ແຕ່ວັນທີ 28-30 ກັນຍາ, ທ່ານນາງ ຫງວຽນທິແທັງ ຮອງປະທານສະພາແຫ່ງຊາດ ຫວຽດນາມ ໄດ້ນຳພາຄະນະຜູ້ແທນສະພາແຫ່ງຊາດ ຫວຽດນາມ ໄປຢ້ຽມຢາມ ແລະ ເຮັດວຽກຢູ່ ສະວິດ ເພື່ອແນໃສ່ເພີ່ມທະວີການຮ່ວມມືລັດຖະສະພາ ແລະ ຊຸກຍູ້ການພົວພັນຄູ່ຮ່ວມມືຮອບດ້ານລະຫວ່າງສອງປະເທດ.
ໃນຂອບເຂດການຢ້ຽມຢາມ, ທ່ານນາງ ຫງວຽນທິແທັງ ຮອງປະທານສະພາແຫ່ງຊາດ ໄດ້ຕ້ອນຮັບ, ພົບປະສົນທະນາກັບການນຳ, ອົງການຈັດຕັ້ງສາກົນ; ໄປຢ້ຽມຢາມສະຖານທູດ ຫວຽດນາມ ປະຈຳ ສະວິດ...
ທີ່ບັນດາການພົບປະ, ທ່ານນາງ ຫງວຽນທິແທັງ ຮອງປະທານສະພາແຫ່ງຊາດ ໄດ້ສະເໜີໃຫ້ທັງສອງຝ່າຍ ເພີ່ມທະວີການແລກປ່ຽນຄະນະຜູ້ແທນ, ແບ່ງປັນບົດຮຽນໃນການສ້າງ, ປັບປຸງນະໂຍບາຍ, ກົດໝາຍບັນດາຂົງເຂດທີ່ຕ່າງຝ່າຍຕ່າງມີຄວາມສົນໃຈໃຫ້ສົມບູນ; ສືບຕໍ່ສົມທົບກັນ, ສະໜັບສະໜູນເຊິ່ງກັນແລະກັນທີ່ສະຫະພັນລັດຖະສະພາສາກົນ (IPU), ສະມັດຊາລັດຖະສະພາ ຝລັ່ງໂກໂຟນີ (APF) ແລະ ບັນດາເວທີປາໄສລັດຖະສະພາຫຼາຍຝ່າຍອື່ນໆ; ຜັນຂະຫຍາຍເນື້ອໃນຂອງຄູ່ຮ່ວມມື ຮອບດ້ານຢ່າງມີປະສິດທິຜົນ, ເພີ່ມທະວີການຮ່ວມມືຢູ່ສະຫະປະຊາຊາດ ແລະ ບັນດາກົນໄກພາກພື້ນ. ທ່ານນາງຮອງປະທານສະພາແຫ່ງຊາດ ກໍ່ສະເໜີໃຫ້ທັງສອງຝ່າຍຊຸກຍູ້ການຮ່ວມມືດ້ານວິທະຍາສາດ - ເຕັກໂນໂລຊີ, ສູນການເງິນສາກົນ, ການເງິນດີຈີຕອນ... ເພີ່ມທະວີການແລກປ່ຽນລະຫວ່າງສອງສະພາແຫ່ງຊາດ, ແບ່ງປັນບົດຮຽນໃນການສ້າງກົດໝາຍ ແລະ ສົນທົບກັນຢູ່ບັນດາເວທີປາໄສລັດຖະສະພາຫຼາຍຝ່າຍ.
ໃນຂອບເຂດການຢ້ຽມຢາມ, ທ່ານນາງຮອງປະທານສະພາແຫ່ງຊາດ ຫງວຽນທິແທັງ ກໍ່ໄດ້ເຂົ້າຮ່ວມບັນດາການເຄື່ອນໄຫວສະເຫຼີມສະຫຼອງ 55 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ສະວິດ; ພົບປະກັບບັນດາອົງການຈັດຕັ້ງການເມືອງ, ມິດຕະພາບ ແລະ ຢ້ຽມຢາມບັນດາອົງການຜູ້ຕາງໜ້າ ຫວຽດນາມ ປະຈຳ ສະວິດ.






