• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາງຮອງປະທານປະເທດ ດັ້ງທິຫງອກທິ້ງ ຕ້ອນຮັບເອກອັກຄະລັດຖະທູດຍີ່ປຸ່ນ


ທ່ານນາງຮອງປະທານປະເທດດັ້ງທິຫງອກທິ້ງ ຕ້ອນຮັບເອກອັກຄະລັດຖະທູດຍີ່ປຸ່ນ
(ພາບ: TTXVN)
      ວັນ​ທີ 24/02, ທີ່​ການ​ຕ້ອນ​ຮັບ​ທ່ານ Kunio Umeda, ເອກອ​ັກ​ຄະ​ລັດ​ຖະ​ທູດ​ຍີ່​ປຸ່ນ​ ປະ​ຈຳ​ຫວຽດ​ນາມ, ທ່ານ​ນາງ​ຮອງ​ປະ​ທານ​ປະ​ເທດ ດັ້ງ​ທິ​ຫງອກ​ທິ້ງ ຢືນ​ຢັນ​ວ່າ, ຍາມ​ໃດ​ຍີ່​ປຸ່ນ ກໍ່​ແມ່ນ​ຄູ່​ຮ່ວມ​ມື​ທີ່​ໄວ້​ເນື້ອ​ເຊື່ອ​ໃຈ​ຂອງ​ຫວຽດ​ນາມ ບໍ່​ພຽງ​ແຕ່​ໃນ​ຂົງ​ເຂດ​ເສດ​ຖະ​ກິດ​ເທົ່າ​ນັ້ນ, ຫາກ​ຍັງ​ໃນ​ຫຼາຍ​ຂົງ​ເຂ​ດ​ຄື: ວັດ​ທະ​ນະ​ທຳ, ການ​ທ່ອງ​ທ່ຽວ… ອີກ​ດ້ວຍ. ທ່ານ​ນາງ​ຮອງ​ປະ​ທານ​ປະ​ເທດ ດັ້ງ​ທິ​ຫງອກ​ທິ້ງ ໃຫ້​ຮູ້​ວ່າ, ປະ​ຈ​ຸ​ບັນ ຫວຽດ​ນາມ ພວມ​ກະ​ກຽມ​ໃຫ້​ແກ່​ການ​ຢ້ຽມ​ຢາມ​ຫວຽດ​ນາມ ຂອງພະ​ເຈົ້າ​ຈັກ​ກະ​ພັດ ແລະ ພະ​ມະ​ເຫ​ສີ​ຍີ່​ປຸ່ນ; ການ​ນຳ​ຫວຽດ​ນາມ ຖື​ເປັນ​ສຳ​ຄັນ​ການ​ຢ້ຽມ​ຢາມນີ້, ຖືນີ້​ແມ່ນ​ເຫດ​ການ​ທີ່​ສຳ​ຄັນ​ຍິ່ງ, ກໍ່​ຄື​ແມ່ນ​ຂີດ​ໝາຍ​ທີ່​ໜ້າ​ຈົດ​ຈຳ​ໃນ​ການ​ພົວ​ພັນ​ມິດ​ຕະ​ພາບ​ທີ່​ສະ​ໜິດ​ສະ​ໜົມ​ລະ​ຫວ່າງ 2 ປະ​ເທດ. ສ່ານ​ທ່ານ Kunio Umeda ເນັ້ນ​ໜັກ​ວ່າ, ການ​ຢ້ຽມ​ຢາມ​ຫວຽດ​ນາມ​ຂອງ ພະ​ເຈົ້າ​ຈັກ​ກະ​ພັດ​ ແລະ ພະ​ມະ​ເຫ​ສີຍີ່​ປຸ່ນ ໃນ​ໄລ​ຍະ​ຈະ​ມາ​ເຖິງ​ແມ່ນ​ການ​ຢ້ຽມ​ຢາມ​ມີ​ລັກ​ສະ​ນະ​ສັນ​ຍາ​ລັກ​ສູງ​ທາງ​ດ້ານ​ລັດ ແລະ ລ​າ​ຊະ​ວົງ ຍີ່​ປຸ່ນ ໃນ​ການ​ພົວ​ພັນ​ຕ່າງ​ປະ​ເທດ, ພິ​ເສດ​ແມ່ນ​ສຳ​ລັບ​ຫວຽດ​ນາມ.
(ແຫຼ່ງຄັດຈາກ VOV)

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ໄດ້ອັດລົງດ້ວຍຜົນສຳເລັດອັນຈົບງາມ, ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບຄວາມໄວ້ວາງໃຈໃຫ້ດຳລົງຕຳແໜ່ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ຕໍ່ອີກໜຶ່ງສະໄໝ (2026-2030).

Top