• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາງຮອງປະທານປະເທດເຂົ້າຮ່ວມພິທີເຊີດຊູປັນຍາຊົນດີເດັ່ນຂະແໜງການແພດ 87 ຄົນ

      ຕອນເຊົ້າວັນທີ 10 ທັນວາ, ຢູ່ຮ່າໂນ້ຍ, ສະມາຄົມໃຫຍ່ແພດສາດ ຫວຽດນາມ ໄດ້ຈັດພິທີເຊີດຊູປັນຍາຊົນດີເດັ່ນຂະແໜງການແພດຄັ້ງທີ 2 ຈຳນວນ 87 ຄົນ, ຮັບຫຼຽນໄຊແຮງງານຊັ້ນສອງ;
ທ່ານນາງ ຫວໍທິແອັງຊວັນ ຮອງປະທານປະເທດ ຫວຽດນາມ ມອບຫຼຽນໄຊແຮງງານຂັ້ນສອງ
ໃຫ້ສະມາຄົມໃຫຍ່ແພດສາດ ຫວຽດນາມ (ພາບ:
TTXVN)
      ນາມມະຍົດປັນຍາຊົນດີເດັ່ນໄດ້ຈັດຂຶ້ນ 2 ປີ ເທື່ອໜຶ່ງ, ບໍ່ພຽງແຕ່ນຳມາເຊິ່ງຄວາມເອກອ້າງທະນົງໃຈໃຫ້ສ່ວນບຸກຄົນເທົ່ານັ້ນ ຫາກຍັງແມ່ນຄວາມເປັນກຽດ ແລະຄວາມຮັບຜິດຊອບອັນໃຫຍ່ຫຼວງສຳລັບສະມາຄົມໃຫຍ່ແພດສາດ ຫວຽດນາມ, ເສີມຂະຫຍາຍກຳລັງແຮງປະດິດຄິດສ້າງ, ສະຕິປັນຍາຂອງຖັນແຖວປັນຍາຊົນ, ນັກຊ່ຽວຊາຍແຖວໜ້າຂະແໜງ, ປະກອບສ່ວນຍົກສູງຄຸນນະພາບທາງດ້ານວິຊາສະເພາະການແພດຕື່ມອີກ. ທ່ານສາດສະດາຈານ, ປ.ອ ຟ້າມເຍິດອານ, ຮອງປະທານທັງເປັນເລຂານຸການໃຫຍ່ ສະມາຄົມຂະແໜງເດັກ ຫວຽດນາມ ແມ່ນໜຶ່ງໃນ ຈຳນວນປັນຍາຊົນດີເດັ່ນ 87 ຄົນ ທີ່ໄດ້ຮັບການເຊີດຊູໃນຄັ້ງນີ້ ແບ່ງປັນວ່າ:
      ໃນສະພາບທີ່ຂະແໜງການແພດ ພວມປະສົບກັບຄວາມຫຍຸ້ງຍາກ, ໂດຍເປັນໜຶ່ງໃນບັນດາກຳລັງຫຼັກແຫຼ່ງທີ່ເຂົ້າຮ່ວມການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ນີ້ແມ່ນການໃຫ້ກຳລັງໃຈ ແລະ ສົ່ງເສີມຖັນແຖວປັນຍາຊົນຂະແໜງການແພດໃນທົ່ວປະເທດ ສືບຕໍ່ຕັ້ງໜ້າປະກອບສ່ວນເຂົ້າໃນພາລະກິດຮັກສາ ແລະ ເບິ່ງແຍງດູແລສຸຂະພາບຂອງປະຊາຊົນ. ໃນນັ້ນ, ສືບຕໍ່ອຸທິດສ່ວນຫຼາຍກ່ວາອີກ ເພື່ອປ້ອງກັນ, ຕ້ານພະຍາດໂຄວິດ - 19.
ຕາງໜ້າໃຫ້ການນຳພັກ, ລັດ, ທ່ານນາງ ຫວໍທິແອັງຊວັນ ຮອງປະທານປະເທດ ຫວຽດນາມ ໄດ້ມອບຫຼຽນໄຊແຮງງານຂັ້ນສອງ ໃຫ້ສະມາຄົມໃຫຍ່ແພດສາດ ຫວຽດນາມ.
(ແຫຼ່ງຄັດຈາກ VOV)
 

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ດ້ວຍຄວາມເຄົາລົບນັບຖື ແລະ ຄວາມຮູ້ບຸນຄຸນຢ່າງລົ້ນເໜືອ, ຄະນະຜູ້ແທນໄດ້ກົ້ມຫົວອາໄລຫາບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ, ລູກຜູ້ດີເດັ່ນຂອງຊາດທີ່ໄດ້ເສຍສະຫຼະຊີວິດເພື່ອບ້ານເກີດເມືອງນອນ, ເພື່ອປະເທດຊາດ.

Top